logo

ງານວາງສະແດງ “ເພງສະຫຼອງໄຊດັງກ້ອງກັງວານຕະຫຼອດການ” ວາດພາບຄືນບັນຍາກາດຂອງ ຮ່າໂນ້ຍ ທີ່ສະຫງ່າອົງອາດໃນວັນປົດປ່ອຍ

2025/10/12 | 14:00:00

(VOVWORLD) -   “ກວ່າ 7 ທົດສະວັດທີ່ຜ່ານພົ້ນໄປ ນັບແຕ່ວັນທີ່ກຳລັງທະຫານໄດ້ຮັບໄຊຊະນະກັບຄືນມາປົກຄອງນະຄອນຫຼວງ, ແຕ່ບັນຍາກາດປິຕິຊົມຊື່ນ ແລະ ຈິດໃຈ “ຕັດສິນໃຈເສຍສະຫຼະຊີວິດເພື່ອປົກປັກຮັກສາປະເທດຊາດ” ໃນຄວາມຊົງຈຳຂອງປະຊາຊົນຍັງເໝືອນເດີມ. ງານວາງສະແດງພາຍໃຕ້ຫົວຂໍ້ “ເພງສະຫຼອງໄຊດັງກ້ອງກັງວານຕະຫຼອດການ” ຢູ່ ອະນຸສອນສະຖານ ຄຸກ ຮ໋ວາຫຼໍ່ ບໍ່ພຽງແຕ່ແມ່ນເຫດການສະແດງຄວາມຮູ້ບຸນຄຸນເທົ່ານັ້ນ, ຫາກຍັງແມ່ນວິວັດການຫວນຄືນອະດີດຕະການທີ່ເຕັມໄປດ້ວຍຄວາມຕື້ນຕັນໃຈ ອີກດ້ວຍ.

ຢູ່ໃຈກາງ ຮ່າໂນ້ຍ, ບ່ອນທີ່ເຕັມໄປດ້ວຍຮ່ອງຮອຍຂອງໂສ້ ແລະ ຄວັນໄຟ, ຄຸກ ຮວ໋າຫຼໍ່ ໃນວັນນີ້ ພັດມີສຽງບັນດາບົດເພງສະຫຼອງໄຊແຫ່ງເສລີພາບດັງຂຶ້ນ ຜ່ານງານວາງສະແດງປະຫວັດສາດ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ ຄົບຮອບ 71 ປີ (10/10/1954 – 10/10/2025).
ປະຕູທາງເຂົ້າງານວາງສະແດງ “ເພງສະຫຼອງໄຊດັງກ້ອງກັງວານຕະຫຼອດການ” ຢູ່ ອະນຸສອນສະຖານ ຄຸກຮ໋ວາຫຼໍ່.
ພາບ: ອະນຸສອນສະຖານ ຄຸກ ຮ໋ວາຫຼໍ່.
 

ງານວາງສະແດງ “ເພງສະຫຼອງໄຊດັງກ້ອງກັງວານຕະຫຼອດການ” ໄດ້ແບ່ງອອກເປັນ 3 ພາກ: “ຈິດໃຈອົງອາດກ້າຫານພ້ອມດ້ວຍເຈດຈຳນົງອັນແຮງກ້າ - ຮ່າໂນ້ຍວັນແຫ່ງໄຊຊະນະ ແລະ ສີສັນ ນະຄອນຫຼວງຮ່າໂນ້ຍ”.

 ເນື້ອໃນທີ່ພາກທີ 1, “ຈິດໃຈອົງອາດກ້າຫານພ້ອມດ້ວຍເຈດຈຳນົງອັນແຮງກ້າ” ແມ່ນບັນດາຂໍ້ມູນ, ເອກະສານເວົ້າຄືນກ່ຽວກັບຈຸດເວລາເດືອນທັນວາ 1946, ການຕອບສະໜອງຄຳຮຽກຮ້ອງຂອງປະທານ ໂຮ່ຈີມິນ “ທົ່ວປະເທດເຂົ້າຮ່ວມການຕໍ່ຕ້ານ”, ທະຫານ ແລະ ປະຊາຊົນນະຄອນ ຮ່າໂນ້ຍ ໄດ້ອົງອາດກ້າຫານຕໍ່ສູ້, ເລີ່ມຕົ້ນໃຫ້ແກ່ການຕໍ່ຕ້ານລ່າເມືອງຂຶ້ນ ຝລັ່ງ ທີ່ຍືດເຍື້ອຍາວນານ ແລະ ລຳບາກກາກກຳ.
ເຂດວາງສະແດງຂໍ້ມູນ, ເອກະສານກ່ຽວກັບບັນດານັກຮົບປະຕິວັດທີ່ຖືກສັດຕູຈັບຕົວ, ກັກຂັງຢູ່ ຮວ໋າຫຼໍ່ ໃນຊຸມວັນເດືອນປີແຫ່ງການຕໍ່ຕ້ານ.
ຊາວ ຮ່າໂນ້ຍ ອົງອາດກ້າແກ່ນປົກປັກຮັກສາແຕ່ລະຫຼັງຄາເຮືອນ, ແຕ່ລະແຈຖະໜົນ, ປິດລ້ອມສັດຕູຢູ່ພາຍໃນນະຄອນຕະຫຼອດ 60 ວັນ ແລະ ຄືນ.
ເນື້ອໃນທີ 2, “ຮ່າໂນ້ຍ - ວັນແຫ່ງໄຊຊະນະ”, ເປີດເຂດວາງສະແດງໃໝ່ດ້ວຍບັນດາເອກະສານສາລະຄະດີທີ່ສ່ອງແສງກ່ຽວກັບສົນທິສັນຍາ ເຊີແນວ ທີ່ໄດ້ລົງນາມ, ຮ່າໂນ້ຍ ນອນໃນເຂດເຕົ້າໂຮມ 80 ວັນຂອງກອງທັບ ຝລັ່ງ. ໂດຍສວຍໃຊ້ຈຸດເວລານີ້, ສັດຕູໄດ້ຊອກຫາທຸກວິທີທາງເພື່ອມ້າງທຳລາຍບັນດາຮາກຖານເສດຖະກິດ, ວັດທະນະທຳ, ຍຸແຍ່ແກ່ດຶງພໍ່ແມ່ພີ່ນ້ອງອົບພະຍົບໄປພາກໃຕ້, ໂຈະການແລກປ່ຽນຊະເລີຍເສິກ...
ພາຍໃຕ້ການຊີ້ນຳນຳພາຂອງສູນກາງພັກ, ປະທານ ໂຮ່ຈີມິນ ແລະ ໂດຍກົງແມ່ນຄະນະພັກ ໄດ້ກັບມາປົກຄອງນະຄອນຫຼວງ, ວຽກງານການປົກຄອງໄດ້ຮັບການກະກຽມຢ່າງລະອຽດຖີ່ຖ້ວນ ແລະ ຮອບດ້ານ. ພະນັກງານ, ນັກຮົບ, ປະຊາຊົນ ຮ່າໂນ້ຍ ຕັດສິນໃຈເດັດດ່ຽວຕໍ່ສູ້ປົກປັກຮັກສາພື້ນຖານດ້ານວັດຖຸ, ສະກັດກັ້ນທຸກກົນອຸບາຍຫວັງມ້າງເພທຳລາຍ ແລະ ບັງຄັບໃຫ້ພໍ່ແມ່ປະຊາຊົນຕ້ອງອົບພະຍົບໄປ.
ປະຊາຊົນນະຄອນ ຮ່າໂນ້ຍ ປິຕິຊົມຊື່ນກະກຽມທຸງ, ດອກໄມ້, ປະດັບປະຕູໂຂງເພື່ອຊົມເຊີຍ ແລະ ຕ້ອນຮັບຄະນະທະຫານທີ່ໄດ້ຮັບໄຊຊະນະ ໃນວັນທີ 10 ຕຸລາ 1954 ໃນບັນຍາກາດທີ່ຄຶກຄື້ນຟົດຟື້ນ ແລະ ຕື້ນຕັນໃຈ. (ຢູ່ໃນພາບ: ມີຮ້ານຕັດຫຍິບຮ້ານໜຶ່ງ ເລັ່ງຫຍິບທຸງຊາດ)
ບັນດາວັດຖຸພັນກ່ຽວກັບວັນປົດປ່ອຍນະຄອນຫຼວງ ວັນທີ 10 ຕຸລາ 1954.
ຄົນລຸ້ນໜຸ່ມພວມຕັ້ງໃຈຊອກຮູ້ກ່ຽວກັບປະຫວັດສາດ.
ແຂກທ່ອງທ່ຽວຕ່າງປະເທດຢ້ຽມຊົມເຂດວາງສະແດງ, ຊອກຮູ້ກ່ຽວກັບເລື່ອງລາວ 60 ວັນ ແລະ ຄືນແຫ່ງການຕໍ່ຕ້ານຂອງ ຮ່າໂນ້ຍ ແລະ ເຫດການທີ່ສະຫງ່າອົງອາດຂອງປະຊາຊົນກ່ອນວັນປົດປ່ອຍນະຄອນຫຼວງເມື່ອປີ 1954.
ເນື້ອໃນພາກທີ 3, “ສີສັນນະຄອນຫຼວງ ຮ່າໂນ້ຍ”, ແມ່ນບັນດາຮູບພາບທີ່ສ່ອງແສງກ່ຽວກັບນະຄອນຫຼວງ ຮ່າໂນ້ຍ - ບ່ອນເຕົ້າໂຮມບັນດາຄຸນຄ່າປະຫວັດສາດ, ວັດທະນະທຳທີ່ມີມາແຕ່ດົນນານຂອງຊາດ.
ຄວາມງາມຂອງນະຄອນ ແມ່ນການປະສານສົມທົບລະຫວ່າງຄວາມເກົ່າແກ່ບູຮານກັບຄວາມທັນສະໄໝ, ລະຫວ່າງມູນເຊື້ອ ກັບຈັງຫວະການດຳລົງຊີວິດທີ່ຂະຫຍັນຂັນເຄື່ອນ.
ພາບປະຊາຊົນນະຄອນຫຼວງ ຮ່າໂນ້ຍ ປິຕິຊົມຊື່ນຕ້ອນຮັບກຳລັງທະຫານກັບຄືນມາ ພາຍຫຼັງຍາດໄດ້ໄຊຊະນະ
ສືບທອດມູນເຊື້ອທີ່ສະຫງ່າອົງອາດ, ຊາວ ຮ່າໂນ້ຍ ໃນວັນນີ້ ໄດ້ຮ່ວມແຮງຮ່ວມໃຈອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າອັນດີງາມ, ປະກອບສ່ວນຂຽນຕໍ່ ແລະ ເສີມສ້າງໃຫ້ແກ່ໜ້າປະຫວັດສາດຄຳຂອງ “ນະຄອນຫຼວງວິລະຊົນ”, “ນະຄອນເພື່ອສັນຕິພາບ”.

ໂດຍຜ່ານຜ່າກວ່າ 7 ທົດສະວັດ ນັບແຕ່ວັນປົດປ່ອຍມາຮອດປັດຈຸບັນ, ຮ່າໂນ້ຍ ໄດ້ມີການບືນຕົວຂຶ້ນຢ່າງແຮງ ແລະ ບໍ່ຢຸດຢັ້ງ, ອະນຸລັກຮັກສາບັນດາຄຸນຄ່າທີ່ເປັນມູນເຊື້ອອັນລ້ຳຄ່າ, ແຜ່ກະຈາຍສານສັນຕິພາບ, ມິດຕະພາບ ແລະ ການເຊື່ອມໂຍງເຂົ້າກັບສາກົນ, ສົມກັບນາມມະຍົດທີ່ວ່າ “ນະຄອນເພື່ອສັນຕິພາບ”.

ງານວາງສະແດງ “ເພງສະຫຼອງໄຊດັງກ້ອງກັງວານໄປຕະຫຼອດການ” ໄດ້ດຳເນີນຈົນຮອດວັນທີ 6 ພະຈິກ 2025 ຢູ່ອະນຸສອນສະຖານ ຄຸກ ຮວ໋າຫຼໍ່, ເຮືອນເລກທີ 1, ຖະໜົນ ຮວ໋າຫຼໍ່, ຕາແສງ ເກື໋ອນາມ, ຮ່າໂນ້ຍ.


TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ