logo

ງານວາງສະແດງ “ໂລກຄຽງຄູ່ຂະໜານກັນ“-ແງ່ມູມໃໝ່ກ່ຽວກັບບັນດາເພື່ອນໜຸ່ມທີ່ເປັນໂລກຊຶມເສົ້າ

2021/3/31 | 06:39:00
(VOVWORLD) -ງານວາງສະແດງ "ໂລກຄຽງຄູ່ຂະໜານກັນ" ໄດ້ນຳແງ່ມູມໃນການເບິ່ງໂລກໃໝ່ຂອງບັນດາເພື່ອນໜຸ່ມທີ່ເປັນໂລກຊຶມເສົ້າມາໃຫ້ບັນດາຜູ້ຊົມ.
ຕອນເຊົ້າວັນທີ 28 ມີນາ, ຢູ່ສະຖາບັນ Goethe ຮ່າໂຮ້ຍ, ວິສາຫະກິດສັງຄົມ Tohe ໄດ້ຈັດງາງວາງສະແດງສິລະປະບໍ່ຫວັງຜົນກຳໄລທີ່ມີຊື່ວ່າ " ໂລກຄຽງຄູ່ຂະໜານກັນ" ເພື່ອແນໃສ່ຕອບສະໜອງວັນໂລກມີຄວາມຮັບຮູ້ກ່ຽວກັບໂລກພະຍາດຊຶມເສົ້າ (ວັນທີ 2 ເມສາ).
ງານວາງສະແດງປະກອບສ່ວນຊ່ວຍໃຫ້ຜູ້ຊົມໄດ້ສຳຜັດກັບໂລກຂອງບັນດາເພື່ອນໜຸ່ມທີ່ເປັນໂລກຊຶມເສົ້າທີ່ພວມຄົງຕົວຄູ່ຂະໜານໄປພ້ອມກັບໂລກຂອງຜູ້ຄົນທຳມະດາ.
ງານວາງສະແດງໄດ້ວາງສະແດງຜົນງານ 6 ຊຸດຂອງບັນດານັກສິລະປິນໜຸ່ມທີ່ເປັນໂລກຊຶມເສົ້າໃນຫ້ອງຮຽນສິລະປະພິເສດຂອງ Tohe Fun.
ໂດຍດຶງດູດຄວາມສົນໃຈຂອງຜູ້ເຂົ້າຢ້ຽມຊົມຫຼາຍທີ່ສຸດແມ່ນຊຸດພາບແຕ້ມຂອງ ວັນມິງດຶກ, ເຊິ່ງໄດ້ເຕົ້າໂຮມຜົນງານພາບແຕ້ມ 168 ແຜ່ນທີ່ໄດ້ຄັດເລືອກຈາກພາບແຕ້ມກວ່າ 1.000 ແຜ່ນ.
ຊຸດພາບແຕ້ມ “ຍາມໃດກໍ່ເປັນເສດຖີ” ຂອງ ດິງທັງລອງ. ດິງທັງລອງ ໄດ້ແຕ້ມໂລໂກ ເຄື່ອງໝາຍ, ໂລໂກລາຍການທາງໂທລະພາບຢູ່ພາຍໃນ ແລະ ຕ່າງປະເທດເຊິ່ງເປັນທີ່ຮູ້ຈັກຂອງເພື່ອນມິດນັບຮ້ອຍແຜ່ນ.
ບັນດາພາບແຕ້ມຂອງ ຫວູເຍິດຕ໊ຽນ.
ພາບແຕ້ມຂອງ ຟ້າມດຶກຫວຽດ ແຕ້ມແກ່ນດອກຕາເວັນ.
ງານວາງສະແດງແມ່ນກາລະໂອກາດພົບປະ, ໂອ້ລົມ ເພື່ອຊອກຮູ້ເລື່ອງລາວຂອງບັນດາເພື່ອນທີ່ເປັນໂລກຊຶມເສົ້າ.
ບັນດາພາບແຜ່ນນ້ອຍໆ ດ້ວຍພາບຖ່າຍແປກໆ ແລະ ຄຳຖາມທີ່ຍັງບໍ່ທັນຖືກຄວາມໝາຍຄຳສັບ ໄດ້ເປັນການສ່ອງແສງໃຫ້ເຫັນຂໍ້ຂາດຕົກບົກຜ່ອງໃນການຮຽນ ແລະ ການພົບປະແລກປ່ຽນຂອງຜູ້ທີ່ເປັນໂລກຊຶມເສົ້າ.
ຜູ້ຊົມກໍ່ສາມາດຂຽນບັນດາເລື່ອງລາວ ຫຼື ຂຽນຄຳຢື້ຢາມຖາມຂ່າວເຖິງພວກເພື່ອນ.
ງານວາງສະແດງເປີດປະຕູຮອດວັນທີ 04 ເມສາ ຈຶ່ງອັດລົງ.
TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ