ເນື່ອງໃນໂອກາດສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກຄືວັນທີ່ 5 ມິຖຸນາ ແລະ ວັນມະຫາສະໝຸດໂລກວັນທີ 8 ມິຖຸນາ, ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ສົມທົບກັບທູດມະຫາສະໝຸດຂຽວ, ນັກຖ່າຍຮູບ ຫງວຽນຫວຽດຮຸ່ງ ຈັດງານວາງສະແດງຮູບຖ່າຍກ່ຽວກັບຂີ້ເຫຍື້ອ ຢາງປະລາສະຕິກເສດເຫຼືອ “ຈົ່ງກອບກູ້ເອົາທະເລ”.
ງານວາງສະແດງທີ່ໄດ້ນຳມາວາງສະແດງຮູບຖ່າຍກວ່າ 100 ແຜ່ນ ເຊິ່ງໄດ້ຮັບການເລືອກເຟັ້ນຈາກຮູບຖ່າຍກວ່າ 3.000 ແຜ່ນໂດຍ ຫງວຽນຫວຽດຮຸ່ງ ຖ່າຍເອົາໃນການເດີນທາງຈາກເໜືອລົງຮອດໃຕ້ ຫວຽດນາມ ເພື່ອຖ່າຍເອົາຂີ້ເຫຍື້ອ ໃນປີ 2018 ຂອງລາວ.
![]() |
| ນັກຖ່າຍຮູບ ຫງວຽນຫວຽດຮຸ່ງ (ຜູ້ທີ່ສອງນັບແຕ່ຊ້າຍຫາຂວາ), ຜູ້ໄດ້ຮັບນາມມະຍົດ ທູດມະຫາສະໝຸດຂຽວ. |
ຮູບຖ່າຍເຫຼົ່ານັ້ນໄດ້ຖືກຈັດຕາມເນື້ອໃນ, ສະຖານທີ່, ວັນເວລາຖ່າຍຮູບ ເພື່ອຜູ້ຊົມສາມາດວາດນຶກເຖິງຮູບພາບສັງລວມ ກ່ຽວກັບສະພາບ ຂີ້ເຫຍື້ອຢາງປະລາສະຕິກເສດເຫຼືອ ຢູ່ລຽບຕາມຝັ່ງທະເລ ຫວຽດນາມ.
![]() |
| ການລະຫຼິ້ນບົນຫາດຊາຍທະເລ ຟານຣາງ - ຕິງຖ້ວນ. |
![]() |
| ແຄມທາງ - ຮ່າຕິ໊ງ. |
![]() |
| ຕາບແຫ - ແທັງຮວ໊າ. |
![]() |
| ກັບຄືນມາ - ຊັອກຈັງ. |
![]() |
| ຈູດຂີ້ເຫຍື້ອເອງ -ເກາະນາມຢູ ກຽນຢາງ. |
![]() |
| ຈູດ ຂີ້ເຫຍື້ອ - ນິງບິ່ງ. |
![]() |
| ຊັກຖົງຢາງເພື່ອນຳໃຊ້ຄືນ - ນາມດິ້ງ. |
![]() |
| ປ່ອຍວ່າວບົນສະຖານທີ່ເກັບຂີ້ເຫຍື່ອ - ບິ່ງຖ້ວນ. |
![]() |
| ກິນເຂົ້າເຊົ້າ - ກຽນຢາງ. |
![]() |
| ຫາດຊາຍທະເລຕໍ່ໜ້າເຮືອນ- ແຄັງຮວ່າ. |
ງານວາງສະແດງໄດ້ຖືກໄຂຂຶ້ນໃນຕອນບ່າຍວັນທີ 4 ມິຖຸນາ ປີ 2019 ຢູ່ເຮືອນເລກທີ 29 ຖະໜົນ ຫ່າງບ່າຍ ເມືອງ ຮວ່ານກ໋ຽມ, ຮ່າໂນ້ຍ ແລະ ເປີດປະຕູຮັບໃຊ້ແຂກມາທ່ຽວຊົມ ຈົນກວ່າວັນອາທິດ ວັນທີ 9 ມິຖຸນາ ປີ 2019 ຈຶ່ງຈະອັດລົງ.




