logo

ຈັດການເຄື່ອນໄຫວຫຼາຍຢ່າງເພື່ອຕອບສະໜອງຊົ່ວໂມງເພື່ອໜ່ວຍໂລກ 2025

2025/3/21 | 10:30:37
 

ຊົ່ວໂມງເພື່ອໜ່ວຍໂລກ 2025 ຈັດຂຶ້ນແຕ່ເວລາ 20 ໂມງ 30 ນາທີ ຮອດເວລາ 21 ໂມງ 30 ນາທີ ຂອງວັນທີ 22 ມີນາ, ສົ່ງສານທີ່ວ່າ “ການຫັນເປັນສີຂຽວ - ອະນາຄົດສີຂຽວ” ດ້ວຍຄວາມປາດຖະໜາວ່າ ປະຊາຊົນ, ປະຊາຄົມວິສາຫະກິດ ແລະ ວິສາຫະກິດທັງໝົດ ຈົ່ງຮ່ວມແຮງຮ່ວມໃຈກັນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປົກປັກຮັກສາສິ່ງແວດລ້ອມ, ປະຢັດພະລັງງານ, ມຸ່ງໄປເຖິງອະນາຄົດສີຂຽວ ແລະ ຍືນຍົງ.

ຫວ່າງມໍ່ໆມານີ້, ຢູ່ເຂດຖະໜົນຍ່າງ ເຈິ່ນເຍີນຕົງ, ເມືອງ ຮາຍບ່າຈຶງ, ນະຄອນ ຮ່າໂນ້ຍ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ ໄດ້ຈັດພິທີປຸກລະດົມ “ທົ່ວປວງຊົນປະຢັດພະລັງງານ ຕອບສະໜອງຊົ່ວໂມງເພື່ອໜ່ວຍໂລກ 2025” ແລະ ຈັດການແຂ່ງຂັນແລ່ນຕອບສະໜອງເຫດການດັ່ງກ່າວ.
ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫງວຽນຮວ່າງລອງ ໃຫ້ຮູ້ວ່າ, ທາງກະຊວງໄດ້ຈັດຫຼາຍການເຄື່ອນໄຫວເພື່ອຕອບສະໜອງເຫດການຊົ່ວໂມງເພື່ອໜ່ວຍໂລກ 2025 ໃນເດືອນ ມີນາ ນີ້. ພິເສດ, ເຫດການມອດໄຟໃນເວລາ 1 ຊົ່ວໂມງເພື່ອຕອບສະໜອງເຫດການຈັດຂຶ້ນແຕ່ເວລາ 20 ໂມງ 30 ນາທີ ຮອດເວລາ 21 ໂມງ 30 ນາທີ, ໃນວັນທີ 22 ມີນາ ນີ້.
ການແຂ່ງຂັນແລ່ນໄດ້ປະກອບສ່ວນແຜ່ຂະຫຍາຍສານທີ່ວ່າ “ການຫັນເປັນສີຂຽວ - ອະນາຄົດສີຂຽວ” ຢ່າງແຮງ.

ເພື່ອຕອບສະໜອງເຫດການຊົ່ວໂມງເພື່ອໜ່ວຍໂລກ 2025, ຢູ່ຫຼາຍແຂວງ, ນະຄອນ ໄດ້ຍູ້ແຮງວຽກງານໂຄສະນາ, ຂົນຂວາຍປະຊາຊົນຕັ້ງໜ້າເຂົ້າຮ່ວມບັ້ນເຄື່ອນໄຫວ.

ພາລະກອນໄຟຟ້າ ຟູອຽນ (ແຂວງ ຮືງອຽນ) ໂຄສະນາກ່ຽວກັບຊົ່ວໂມງເພື່ອໜ່ວຍໂລກ - ນຳໃຊ້ໄຟຟ້າແບບປະຢັດຢູ່ເມືອງ ຟູກື່.
(ພາບ: icon.com.vn)
ບໍລິສັດເຄື່ອນໄຟຟ້ານ້ຳຕົກ ອານເຄ - ການາກ (ນະຄອນ ກຸຍເຍິນ, ບິ່ງດິ້ງ) ໄດ້ຕັ້ງໜ້າຈັດການເຄື່ອນໄຫວຫຼາຍຢ່າງ, ແຜ່ຂະຫຍາຍສານຂອງບັ້ນເຄື່ອນໄຫວ.
(ພາບ: tapchicongthuong.vn)
ພະນັກງານ, ພາລະກອນຂອງບໍລິສັດເຄື່ອນໄຟຟ້ານ້ຳຕົກ ອານເຄ - ການາກ ຍ່າງສວນສະໜາມສົ່ງສານກ່ຽວກັບການປະຢັດພະລັງງານ ແລະ ປົກປັກຮັກສາສິ່ງແວດລ້ອມ ແລະ ໂຄສະນາການຕອບສະໜອງບັ້ນເຄື່ອນໄຫວ ຊົ່ວໂມງເພື່ອໜ່ວຍໂລກ 2025 ໃຫ້ແກ່ນັກຮຽນ ໂຮງຮຽນມັດທະຍົມຕອນຕົ້ນ ກວາງຈູງ (ນະຄອນ ກຸຍເຍີນ, ບິ່ງດິ້ງ).
(ພາບ: tapchicongthuong.vn)
ຮ່າຢາງ ຕິດປ້າຍໂຄສະນາຢູ່ຖະໜົນສາຍຕ່າງໆ ເພື່ອໂຄສະນາໃຫ້ປະຊາຊົນຕອບສະໜອງບັ້ນເຄື່ອນໄຫວ ຊົ່ວໂມງເພື່ອໜ່ວຍໂລກ 2025. ປະຊາຊົນສາມາດອ່ານເອກະສານ ແລະ ຊົມຄຼິບກ່ຽວກັບການປະຢັດພະລັງງານໃນຄອບຄົວ ດ້ວຍວິທີສະແກນລະຫັດຢູ່ປ້າຍໂຄສະນາ.
(ພາບ: baohagiang.vn)
ຜູ້ມີຊື່ສຽງຫຼາຍຄົນກໍ່ໄດ້ອອກສຽງດ້ວຍສານທີ່ວ່າ “ການຫັນເປັນສີຂຽວ - ອະນາຄົດສີຂຽວ” ດ້ວຍບັນດາການເຄື່ອນໄຫວແທດຈິງ.
(ພາບ: tapchicongthuong.vn)
ນັກກິລາບານເຕະຊາຍ ຫງວຽນຕຽນລິງ ແລະ ນາງງາມອັນດັບທີ 2 Miss Earth Vietnam 2023 ຮ່ວາງທິກິມຈີ ເຂົ້າຮ່ວມພິທີປຸກລະດົມບັ້ນເຄື່ອນໄຫວຊົ່ວໂມງເພື່ອໜ່ວຍໂລກ 2025 ຢູ່ ບິ່ງເຢືອງ, ດ້ວຍບົດບາດເປັນທູດ ຊົ່ວໂມງເພື່ອໜ່ວຍໂລກ 2025.
(ພາບ: qdnd.vn)
(ພາບ: qdnd.vn)
ວັນທີ 22 ມີນາ, ຢູ່ເຂດໜອງ ຮວ່ານກຽມ, ນະຄອນ ຮ່າໂນ້ຍ ຈັດພິທີປຸກລະດົມບັ້ນເຄື່ອນໄຫວ ຊົ່ວໂມງເພື່ອໜ່ວຍໂລກ 2025, ດ້ວຍການເຄື່ອນໄຫວຫຼາຍຢ່າງກ່ຽວກັບສິ່ງແວດລ້ອມ, ອາກາດ, ພະລັງງານ.
(ພາບ: baoquocte.vn)
ດ້ວຍສານທີ່ວ່າ “ການຫັນເປັນສີຂຽວ - ອະນາຄົດສີຂຽວ”, ຊົ່ວໂມງເພື່ອໜ່ວຍໂລກ 2025 ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຫັນໄປສູ່ບັນດາຮູບແບບພັດທະນາຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ, ມຸ່ງໄປເຖິງອະນາຄົດສີຂຽວໃຫ້ແກ່ໜ່ວຍພິພົບ.
(ພາບ: ຄະນະຈັດຕັ້ງ).
TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ