logo

ຈຸດຄວາມງາມໃນວັດທະນະທຳໄປວັດຍາມຕົ້ນປີຂອງຊາວ ຫວຽດນາມ

2025/1/28 | 05:00:00
(VOVWORLD) - ຊາວ ຫວຽດນາມ ທຸກຄົນຍາມໃດກໍເຄົາລົບ, ອະນຸລັກຮັກສາ ແລະ ເສີມຂະຫຍາຍປະເພນີໄປວັດໄຫວ້ພະໃນຊຸມວັນຕົ້ນປີໃໝ່.
ແຕ່ໃດມາ, ໃນຈິດສຳນຶກຂອງຄົນ ຫວຽດນາມ, ບຸນປີໃໝ່ປະຈຳຊາດ ບໍ່ພຽງແຕ່ມີຄວາມໝາຍສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ເທົ່ານັ້ນ, ຫາກຍັງເຂັ້ມຂຸ້ນໄປດ້ວຍຄວາມໝາຍທາງດ້ານຈິດວິນຍານ, ການເຫຼື້ອມໃສອີກດ້ວຍ. ພາບ: VOV
ພາຍຫຼັງຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ເມື່ອເຮັດພິທີໄຫວ້ບັນພະບຸລຸດສຳເລັດຮຽບຮ້ອຍແລ້ວ, ຫຼາຍຄອບຄົວພາກັນໄປວັດໄປວາ ຈູດທູບໄຫວ້ພະເພື່ອອະທິຖານພາວະນາໃຫ້ຄອບຄົວມີຄວາມສະຫງົບສຸກ, ລູກຫຼານຮຽນເກັ່ງ ແລະ ມີໂຊກລາບ. ພາບ: bacninh.gov.vn
ການໄຫວ້ພະ, ໄປວັດວາອາຮາມເພື່ອພາວະນາໃຫ້ທຸກຄົນໃນຄອບຄົວມີສຸຂະພາບແຂງແຮງ, ມີຄວາມໂຊກດີໃນຊຸມວັນຕົ້ນປີໃໝ່ ແມ່ນຈຸດຄວາມງາມທາງດ້ານວັດທະນະທຳທີ່ໄດ້ອະນຸລັກຮັກສາແຕ່ຄົນລຸ້ນນີ້ສູ່ຄົນລຸ້ນຕໍ່ໆໄປຂອງຄົນ ຫວຽດນາມ. ພາບ: VOV
ປະຊາຊົນໄປວັດໄຫວ້ພະຢູ່ວິຫານ ກາວອານຟຸ (ຕາແສງ ອານຊິງ, ເທດສະບານ ກິງໂມນ, ແຂວງ ຫາຍເຢືອງ) ພາບ: VOV
ປະຊາຊົນ ຫວຽດນາມ ໄປວັດຍາມຕົ້ນປີ ເພື່ອຂໍຕົວໜັງສື ຫຼື ແຖວໜັງສືທີ່ມີຄວາມໝາຍ ແລ້ວເອົາໄປແຂວ້ນຢູ່ບ່ອນທີ່ສະຫງ່າຜ່າເຜີຍທີ່ສຸດພາຍໃນເຮືອນ. ພາບ: VOV
ເຂດທະເລໝູ່ເກາະ ກໍຍັງຮັກສາຈຸດຄວາມງາມດ້ານວັດທະນະທຳຍາມຕົ້ນປີຂອງຄົນ ຫວຽດ ໄວ້ (ພາບ: ເລຮວ່າງ: VOV)
ທະຫານ ແລະ ປະຊາຊົນຢູ່ໝູ່ເກາະ ດ໊າເຕິຍອາ ໄປວັດໄຫວ້ພະຍາມຕົ້ນປີ. (ພາບ: ເລຮວ່າງ: VOV)

ສຳລັບຊາວ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ, ການໄປວັດຍາມຕົ້ນປີ ບໍ່ພຽງແຕ່ແມ່ນຈຸດວັດທະນະທຳທີ່ເຂັ້ມຂຸ້ນໄປດ້ວຍສີສັນຊາດເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ພໍ່ແມ່ພີ່ນ້ອງຖ່າຍທອດມູນເຊື້ອອັນດີງາມນີ້ໃນຊຸມວັນບຸນປີໃໝ່ປະຈຳຊາດ (ພາບ: ນັກຂ່າວ VOV ປະຈຳລາວ)
ໄປວັດໄຫວ້ພະຍາມຕົ້ນປີຢູ່ວັດ ແຄັງເວິນ (ວັດ Upairadbamrung) ຢູ່ ບາງກອກ. ₭ພາບ: ນັກຂ່າວ VOV ປະຈຳ ບາງກອກ.
ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ຢູ່ ສ.ເຊັກໂກ ຍັງໄດ້ອະນຸລັກຮັກສາປະເພນີໄປວັດຂໍພອນຍາມຕົ້ນປິໃໝ່ໄວ້. ນັກຂ່າວ VOV ປະຈຳ ເຊັກໂກ.

TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ