logo

ຈົດ​ໝາຍອ​ວຍ​ພອນ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ປີ​ມະ​ເມຍ 2026 ຂອງ​ທ່ານ​ປະ​ທານ​ປະ​ເທດ ​ຫວຽດ​ນາມ ເລືອງ​ເກື່ອງ

2026/2/16 | 18:19:35
(VOVWORLD) - ຮຽນພໍ່ແມ່ພີ່ນ້ອງຮ່ວມຊາດ ສະຫາຍນັກຮົບໃນທົ່ວປະເທດ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ!

 ລະດູບານໃໝ່ ປີມະເມຍ ໄດ້ວຽນມາແລ້ວ ໃນຈຸດເວລາສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ຂ້າພະເຈົ້າຂໍສົ່ງຄຳອວຍພອນອັນຈົບງາມ ແລະ ຜາສຸກມາສູ່ພໍ່ແມ່ພີ່ນ້ອງຮ່ວມຊາດ ສະຫາຍ,ນັກຮົບໃນທົ່ວປະເທດ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ,ປີໃໝ່ມີຄວາມຈະເລີນ, ມີສຸຂະພາບແຂງແຮງ ແລະຜາສຸດ. ຂ້າພະເຈົ້າຂໍສົ່ງຄຳອວຍພອນອັນຈົບງາມທີ່ສຸດ ເຖິງປະຊາຊົນເພື່ອນມິດສາກົນ ປີໃໝ່ມີສັນຕິພາບ ຄວາມຜາສຸກ ແລະ ພ້ອມກັນພັດທະນາ.

 
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ (ພາບ: VOV)

ປີມະເສັງ 2025 ທີ່ຜ່ານມາ ປະເທດ ຫວຽດນາມ ໄດ້ຜ່ານໄລຍະທາງເປັນຂີດໝາຍຫຼາຍເຫດການສຳຄັນ ແລະ ມີຄວາມໝາຍພິເສດ ແລະ ສາມາດບັນລຸໄດ້ບັນດາຜົນງານທີ່ໜ້າຊື່ນຊົມ. ພ້ອມກັນນັ້ນ ກໍ່ແມ່ນປີໜຶ່ງທີ່ປະເທດ ຫວຽດນາມ ຕ້ອງຜ່ານຜ່າຄວາມຫຍຸ້ງຍາກສິ່ງທ້າທາຍນາໆປະການ ດ້ວຍການຫັນປ່ຽນຢ່າງວ່ອງໄວ ແລະ ສັບສົນ ຍາກທີ່ຈະຄາດຄະເນໄດ້ລ່ວງໜ້າຂອງສະພາບການໂລກ ແລະ ພາກພື້ນ ພ້ອມກັບໄພ ທຳມະຊາດທີ່ຮ້າຍແຮງ ອັນໄດ້ກໍ່ຜົນເສຍຫາຍອັນໜັກໜ່ວງ ແລະ ກໍ່ຄວາມເຈັບປວດ ຄວາມສູນເສຍໃຫ້ແກ່ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ.

 ດ້ວຍຄຸນນະທາດທີ່ອົງອາດກ້າແກ່ນ ເຈດຈຳນົງເພິ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ທົ່ວພັກ ທົ່ວປວງຊົນ ທົ່ວກອງທັບ ຫວຽດນາມ ໄດ້ສາມັກຄີກັນ ຮ່ວມແຮງຮ່ວມໃຈເສີມຂະຫຍາຍກຳລັງແຮງທົ່ວປວງຊົນທັງຊາດ ແລະ ໄດ້ຮັບການຊ່ວຍເຫຼືອຈາກເພື່ອນມິດສາກົນ, ພວກເຮົາໄດ້ປະຕິບັດສຳເລັດທຸກໆເປົ້າໝາຍຫຼັກທີ່ໄດ້ວາງອອກ ດ້ວຍບັນດາຂີດໝາຍທີ່ພົ້ນເດັ່ນຄື ເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົນຖ້ວນ ສະພາບແວດລ້ອມແຫ່ງສັນຕິພາບ ໄດ້ຮັບການຮັກສາໃຫ້ໝັ້ນຄົງ; ການເຕີບໂຕເສດຖະກິດ ແມ່ນຢູ່ໃນກຸ່ມປະເທດນຳໜ້າໃນໂລກ ກາຍເປັນປະເທດທີ່ມີລາຍຮັບປານກາງສູງ; ການໜູນຊ່ວຍສັງຄົມໄດ້ຮັບຄວາມເອົາໃຈໃສ່; ການເມືອງ ສັງຄົມມີສະຖຽນລະພາບ; ການປ້ອງກັນຊາດ ປ້ອງກັນຄວາມສະຫງົບໄດ້ຮັບການຮັກສາໃຫ້ໝັ້ນຄົງ ແລະ ເພີ່ມທະວີ; ການພົວພັນຕ່າງປະເທດ ແລະ ເຊື່ອມໂຍງສາກົນໄດ້ຮັບການຍູ້ແຮງ, ຖານະບົດບາດອິດທິພົນຊື່ສຽງຂອງ ຫວຽດນາມ ສືບຕໍ່ຖືກຍົກສູງຂຶ້ນໃນເວທີສາກົນ ອັນໄດ້ສ້າງພື້ນຖານທີ່ສຳຄັນ ເພື່ອໃຫ້ປະເທດ ຫວຽດນາມ ກ້າວເຂົ້ົ້າສູ່ສັງກາດພັດທະນາໃໝ່.

ປະເທດຊາດກ້າວເຂົ້າສູ່ປີໃໝ່ ປີມະເມຍ  2026 (ພາບ: nhandan.vn)

ກ້າວເຂົ້າສູ່ປີໃໝ່ ປີມະເມຍ  2026 ເຊິ່ງແມ່ນປີທຳອິດທີ່ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ດ້ວຍມູນເຊື້ອຮັກຊາດຢ່າງລົ້ນເຫຼືອ, ຈິດໃຈສາມັກຄີ, ເຈດຈຳນົງທີ່ອົງອາດກ້າແກ່ນ ແລະ ຄວາມຄາດຫວັງບືນຕົວຂຶ້ນຢ່າງແຂງແຮງ, ທົ່ວພັກ ທົ່ວປວງຊົນ ທົ່ວກອງທັບ ຫວຽດນາມ ຈະສືບຕໍ່ສາມັກຄີຮ່ວມແຮງຮ່ວມໃຈຍາດແຍ່ງທຸກກາລະໂອກາດຜ່ານຜ່າຄວາມຫຍຸ້ງຍາກສິ່ງທ້າທາຍນາໆປະການ, ເສີມຂະຫຍາຍຈິດໃຈເຊື່ອໝັ້ນຕົນເອງ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມເອກອ້າງທະນົງໃຈຂອງຊາດ, ປ່ຽນແປງໃໝ່ປະດິດຄິດສ້າງຢ່າງບໍ່ຢຸດຢັ້ງ, ກະທຳຢ່າງຂ້ຽວຂາດ ເພື່ອຫັນເປົ້າໝາຍກໍ່ສ້າງປະເທດ ຫວຽນາມ ສັນຕິພາບ ເອກະລາດ ປະຊາທິປະໄຕ ຮັ່ງມີ ເຂັ້ມແຂງ ຈະເລີນຮຸ່ງເຮືອງ ສີວິໄລ ສົມບູນພູນສຸກໃຫ້ສຳເລັດຜົນ.

ໃນທ່າມກາງຄວາມເບີກບານມ່ວນຊື່ນ ຕ້ອນຮັບລະດູບານໃໝ່, ອີກເທື່ອໜຶ່ງ, ຂ້າພະເຈົ້າຂໍອວຍພອນພໍ່ແມ່ພີ່ນ້ອງຮ່ວມຊາດ, ສະຫາຍນັກຮົບໃນທົ່ວປະເທດ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ປີໃໝ່ໄຊຊະນະໃໝ່, ຜົນສຳເລັດໃໝ່; ປະເທດຊາດ ແລະ ປະຊາຊົນ ຫວຽດນາມ ນັບມື້ນັບຈະເລີນຮຸ່ງເຮືອງ ວັດທະນາຖາວອນ ມີຊີວິດອີ່ມໜຳສຳລານ ເສລີພາບ ແລະ ສົມບູນພູນສຸກ.

ດ້ວຍຄວາມຮັກແພງ ແລະ ຕັດສິນໃຈເອົາໄຊຊະນະ.

 

TAG
VOV/VOVworld/ຈົດ​ໝາຍອ​ວຍ​ພອນ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ປີ​ມະ​ເມຍ 2026/ທ່ານ​ປະ​ທານ​ປະ​ເທດ ​ຫວຽດ​ນາມ ເລືອງ​ເກື່ອງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ