logo

ຈີນ ກາຍເປັນກຳລັງໜູນເຕີບໂຕສຳຄັນໃຫ້ ອາຊຽນ

2018/10/27 | 08:41:14
(VOVWORLD) - ວັນທີ 26 ຕຸລາ ຢູ່ນະຄອນຫລວງ ປັກກິ່ງ, ກະຊວງການເງິນ ຈີນ, ທະນາຄານປະຊາຊົນ ຈີນ (PboC - ທະນາຄານສູນກາງ) ແລະ ຫ້ອງການຄົ້ນຄວ້າເສດຖະກິດມະຫາພາກ ອາຊຽນ + 3 (AMRO) 

ພ້ອມກັນຈັດຕັ້ງເວທີປາໄສຂັ້ນສູງ “ສະເຫຼີມສະຫຼອງ 40 ປີແຫ່ງການປະຕິຮູບ ແລະ ເປີດປະຕູຂອງ ຈີນ: ຄວາມກ້າວໜ້າ, ແງ່ຫວັງ ແລະ ການກະທົບສຳລັບພາກພື້ນ ອາຊີ” ແລະ ປະກາດການຄົ້ນຄວ້າກ່ຽວກັບ “ການປະຕິຮູບ ແລະ ເປີດປະຕູຂອງ ຈີນ: ບົດຮຽນ, ແງ່ຫວັງ ແລະ ການກະທົບສຳລັບ ອາຊຽນ”.

       ທີ່ບັນດາກອງປະຊຸມປຶກສາຫາລື, ບັນດາເຈົ້າໜ້າທີ່ດ້ານເສດຖະກິດ, ການເງິນ, ນັກຮຽນຮູ້ໄດ້ດຳເນີນການປຶກສາຫາລືຢ່າງຟົດຟື້ນ ແລະ ລ້ວນແຕ່ຢືນຢັນວ່າ ຈີນ ໄດ້ກາຍເປັນກຳລັງໜູນເຕີບໂຕສຳຄັນໃຫ້ ອາຊຽນ, ໃນຂະນະທີ່ ອາຊຽນ ກໍ່ກາຍເປັນຄູ່ຮ່ວມມືຍຸດທະສາດ ແລະ ຕະຫລາດສຳຄັນສຳລັບ ຈີນ. ສຳລັບທັງ ຈີນ ແລະ ອາຊຽນ, ການຮ່ວມມືໄດ້ເພີ່ມທະວີໂດຍອີງໃສ່ຄວາມເຂົ້າອົກເຂົ້າໃຈກ່ຽວກັບຄວາມຕ້ອງການ, ທ່າແຮງ, ກຳລັງຄວາມສາມາດ ແລະ ບຸລິມະສິດຂອງກັນ ຈະຊ່ວຍຊຸກຍູ້ການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ບັນດາຜົນປະໂຫຍດລວມ.

TAG
VOV/VOVworld/ຈີນ/ກຳລັງໜູນເຕີບໂຕ/ອາຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ