logo

ຈີນ ກຽມພ້ອມ​ ຮ່ວມ​ມື​ພ້ອມກັບ ​ອາ​ເມ​ລິ​ກາຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ

2026/2/5 | 08:46:05
(VOVWORLD) - ທ່ານ Donald Trump ເຊື່ອໝັ້ນວ່າ ການພົວພັນລະຫວ່າງ ອາເມລິກາ ແລະ ຈີນ ຈະບັນລຸໄດ້ໝາກຜົນທີ່ຕັ້ງໜ້າຫຼາຍຢ່າງໃນ 3 ປີທີ່ຍັງເຫຼືອໃນສະໄໝຂອງທ່ານ.
ທ່ານ ສີຈິນຜິງ ປະທານປະເທດ ຈີນ ແລະ ທ່ານ Donald Trump ປະທານາທິບໍດີ ອາເມລິກາ
(ພາບ: REUTERS/Evelyn Hockstein)

ຈີນຖືເປັນສຳຄັນການພົວພັນ ຈີນ - ອາເມລິກາ, ກຽມພ້ອມທີ່ຈະສືບຕໍ່ ພ້ອມກັບທ່ານ Donald Trump ປະທານາທິບໍດີ ອາເມລິກາ ນຳພາການພົວພັນສອງຝ່າຍຜ່ານຜ່າຄວາມຫຍຸ້ງຍາກ, ກ້າວຂຶ້ນສະຖຽນລະພາບ, ຊຸກຍູ້ການປະຕິບັດຫຼາຍວຽກງານໃຫຍ່ໃນປີນີ້. ນີ້ແມ່ນການຢັ້ງຢືນຂອງທ່ານ ສີຈິນຜິງ ປະທານປະເທດ ຈີນໃນການໂອ້ລົມທາງໂທລະສັບກັບທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃນຕອນຄ່ຳວັນທີ 4 ກຸມພາ. ທີ່ການໂອ້ລົມທາງໂທລະສັບ, ການນຳສອງທ່ານໄດ້ປຶກສາຫາລືກ່ຽວກັບບັນດາບັນຫາດ້ານການເມືອງ, ການຄ້າສອງຝ່າຍ; ວຽກງານກະກຽມໃຫ້ແກ່ການເດີນທາງໄປປະຕິບັດງານຢູ່ປັງກິ່ງ ຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ຄາດວ່າໃນເດືອນເມສາ ກໍ່ຄືບັນດາບັນຫາສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ການນຳຈີນ ຖືວ່າ ຖ້າສອງຝ່າຍຮັກສາທັດສະນະຄວາມສະເໝີພາບ, ຄວາມເຄົາລົບນັບຖື, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ເດີນຕາມທິດດຽວກັນນັ້ນກໍ່ອາດສາມາດຊອກຫາມາດຕະການໃຫ້ແກ່ບັນດາຄວາມວິຕົກກັງວົນຂອງແຕ່ລະຝ່າຍ.

ພາຍຫຼັງການໂອ້ລົມທາງໂທລະສັບ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ຈີນເຫັນດີສົ່ງເສີມການຊື້ຖົ່ວເຫຼືອງຂອງອາເມລິກາຕື່ມອີກ ແລະ ທ່ານກໍ່ຢັ້ງຢືນການພົວພັນອັນດີງາມກັບຈີນ ແລະ ສ່ວນຕົວທ່ານປະທານປະເທດ ສີຈິນຜິ້ງ. ທ່ານ Donald Trump ເຊື່ອໝັ້ນວ່າ ການພົວພັນລະຫວ່າງ ອາເມລິກາ ແລະ ຈີນ ຈະບັນລຸໄດ້ໝາກຜົນທີ່ຕັ້ງໜ້າຫຼາຍຢ່າງໃນ 3 ປີທີ່ຍັງເຫຼືອໃນສະໄໝຂອງທ່ານ.

TAG
VOV/VOVworld/ຈີນ/ອາ​ເມ​ລິ​ກາ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ