logo

ຈີນ ແລະ ລັດ​ເຊຍ ເພີ່ມ​ທະ​ວີ​ການ​ສົມ​ທົບ​ດ້ານ​ຍຸດ​ທະ​ສາດ

2026/2/5 | 08:49:28
(VOVWORLD) - ໃນການໂອ້ລົມເຈລະຈາ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ເນັ້ນໜັກວ່າ ປີນີ້ແມ່ນປີເລີ່ມຕົ້ນການວາງແຜນກຳນົດ 5 ປີຄັ້ງທີ 15 ຂອງຈີນ, ພ້ອມທັງເປັນຫຼາຍຂີດໝາຍສຳຄັນໃນການພົວພັນສອງຝ່າຍ.
ທ່ານ ສີຈິ້ນຜິງ ປະທານປະເທດຈີນໂອ້ລົມເຈລະຈາແບບທາງໄກກັບທ່ານ Vladimir Putin,  ປະທານາທິບໍດີສະຫະພັນ ລັດເຊຍ (ພາບ: Sputnik/Vyacheslav Prokofyev/Pool via REUTERS)

ຕອນບ່າຍວັນທີ 4 ກຸມພາ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ດຳເນີນການໂອ້ລົມເຈລະຈາແບບທາງໄກກັບທ່ານ Vladimir Putin,  ປະທານາທິບໍດີສະຫະພັນ ລັດເຊຍ ເພື່ອແລກປ່ຽນກ່ຽວກັບການພົວພັນສອງຝ່າຍ ແລະ ຊຸກຍູ້ການຮ່ວມມືຢູ່ບັນດາກົນໄກຫຼາຍຝ່າຍ.

ໃນການໂອ້ລົມເຈລະຈາ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ເນັ້ນໜັກວ່າ ປີນີ້ແມ່ນປີເລີ່ມຕົ້ນການວາງແຜນກຳນົດ 5 ປີຄັ້ງທີ 15 ຂອງຈີນ, ພ້ອມທັງເປັນຫຼາຍຂີດໝາຍສຳຄັນໃນການພົວພັນສອງຝ່າຍ. ດັ່ງນັ້ນ, ຈີນຈະເປີດກວ້າງການພົວພັນຕ່າງປະເທດຢູ່ລະດັບສູງກວ່າ, ແບ່ງປັນໂອກາດພັດທະນາ ກັບບັນດາປະເທດ, ໃນນັ້ນມີ ລັດເຊຍ. ທ່ານສີຈິ້ນຜິງ ຖືວ່າ ສອງຝ່າຍຄວນກຳແໜ້ນກາລະໂອກາດນີ້ເພື່ອເພີ່ມທະວີການພົບປະຂັ້ນສູງ, ເປີດກວ້າງການຮ່ວມມືຢ່າງແທ້ຈິງ ແລະ ຊຸກຍູ້ການສົມທົບກັນດ້ານຍຸດທະສາດຢ່າງຮອບດ້ານກວ່າ. ສ່ວນທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ກໍ່ຕີລາຄາສູງການພັດທະນາຂອງການພົວພັນລັດເຊຍ - ຈີນໃນຊຸມປີຜ່ານມາ, ປາດຖະໜາຢາກສືບຕໍ່ເພີ່ມທະວີການສົມທົບຍຸດທະສາດ ກັບຈີນ ຢູ່ບັນດາກົນໄກຫຼາຍຝ່າຍຄື ສປຊ.

TAG
VOV/VOVworld/ຈີນ/ລັດ​ເຊຍ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ