![]() ກອງສິລະປະກອນຟ້ອນຕຸກກະຕາ
|
ໃນຕອນເຊົ້າມື້ຫນຶ່ງ ຂ້າພະເຈົ້າໄດ້ພົບອ້າຍ ວຽງທອງ ຈັນທະວົງ, ນັກສິລະປິນລາວປີນີ້ມີອາຍຸກວ່າ 30 ປີ, ເວລານັ້ນ ອ້າຍພວມກະກຽມ ພ້ອມກັບກອງສິລະປະກອນຟ້ອນຕຸກກະຕາໄປ ສະແດງ. ເທິງຕັ່ງ sofa ອ້າຍພວມຕັ້ງໃຈໃສ່ ຄອມພິວເຕີຂອງຕົນ, ຍາດແຍ່ງເວລາຄົ້ນຄ້ວາຕື່ມອີກກ່ຽວກັບວິທີເຮັດຕຸກກະຕາ. ເມື່ອຊົມບັນດາຕຸກກະຕາຊື່ງອ້າຍພ້ອມກັບບັນດານັກສິລະປິນອອກແບບຜ່ານຄອມພິວເຕີ ເບິ່ງຄືວ່າແມ່ນເຮັດດ້ວຍຕອນໄມ້, ວັດຖຸດິບທີ່ບໍ່ທັນໄດ້ຮັບການນຳໃຊ້ເທື່ອ. ແຕ່ເມື່ອສັງເກດຢ່າງລະອຽດແລ້ວ ພັດບໍ່ແມ່ນຄືແນວນັ້ນ. ຕົວຢ່າງຄື: ໂຕຊ້າງ, ງາຊ້າງແມ່ນເຮັດດ້ວຍງາ່ພ້າວແຫ້ງ, ຫູສອງເບື້ອງແມ່ນເຮັດດ້ວຍຢາງໃນລົດ, ສ່ວນຕົນໂຕເຮັດດ້ວຍແພ. ອ້າຍ ວຽງທອນ ຈັນທະວົງ ໃຫ້ຮູ້ວ່າ:
![]() |
ປີ 2007, ອ້າຍວຽງທອງ ຈັນທະວົງ ເລີ່ມຮຽນວິທີເລືອກເອົາສິ່ງເສດເຫລືອເພື່ອເຮັດຕຸກກະຕາ ຫລັງຈາກນັ້ນ ໄດ້ສະແດງເລື່ອງລາວຕ່າງໆທີມີຂຶ້ນໃນສັງຄົມຜ່ານຕຸກກະຕາ. ອ້າຍໄດ້ໄປຮຽນວິທີເຮັດຕຸກກະຕາຈາກ ອາຈານ ເລີດມະລີ ອີນສີຊຽງໃຫມ່, ຊື່ງແມ່ນ ນັກສິລະປິນດີເດັ່ນຂອງລາວ. ໃນໄລຍະເວລາຮ່ຳຮຽນຈາກອາຈານ ມາຮອດປະຈຸບັນ, ອ້າຍສະສົມບົດຮຽນໄດ້ຫລາຍຢ່າງ.
ອ້າຍວຽງທອງ ຈັນທະວົງ ໃຫ້ຮູ້ວ່າ: ເລື່ອງສ້າງຮູບ ແລະ ສະແດງບັນດາຕຸກກະຕາ ຈາກວັດຖຸສິ່ງຂອງທຳມະດາ ຫລື ສິ່ງເສດເຫລືອ ຮຽກຮ້ອງໃຫ້ມີຈີນຕະນາການໃນການກຳນົດຮູບຕົວລະຄອນ, ຕ້ອງນຶກຄິດໄດ້ນຳໃຊ້ ວັດຖຸສິ່ງຂອງຄືແນວໃດໃຫ້ເໝາະສົມກັບ ຕົວລະຄອນ. ພາຍຫລັງສ້າງເປັນ ຕົວລະຄອນແລ້ວ ຕ້ອງຊອກຫາວິທີບັນຊາມັນ, ວິທີສົ່ງສານເຖິງຜູ້ຊົມ…ບັນດາທັກສະ ນັ້ນແມ່ນອີງໃສ່ຈີນຕະນາການຂອງນັກສິລະປິນຫລາຍສຸດ.
![]() ລາຍການສະແດງລະຄອນຕຸກກະຕາ
|




