logo

ຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ແລກປ່ຽນວັດທະນະທຳ ຫວຽດນາມ - ລາວ ຢ່າງຟົດຟື້ນ, ແທດຈິງ

2025/1/10 | 11:01:36
(VOVWORLD) - ທ່ານສະເໜີໃຫ້ບັນດາອົງການຂອງ 2 ປະເທດສືບຕໍ່ຍົກສູງຄຸນນະພາບບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ, ສ້າງກຳລັງແຜ່ຂະຫຍາຍ, ຄວາມສະໜິດຕິດພັນລະຫວ່າງປະຊາຊົນທຸກຊັ້ນວັນນະ
(ທີ່ການຕ້ອນຮັບ)

        ຕອນບ່າຍວັນທີ 10 ມັງກອນ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານປະທານສູນກາງສະມາຄົມມິດຕະພາບ ລາວ - ຫວຽດນາມ ບໍ່ວຽງຄຳ ວົງດາລາ ແລະ ທ່ານຮອງປະທານສູນກາງແນວ ລາວ ສ້າງຊາດ ນາງ ອິນລາວັນ ແກ້ວບຸນພັນ.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງແນວລາວສ້າງຊາດ ແລະ ສະມາຄົມມິດຕະພາບ ລາວ - ຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງ ລາວ, ເອົາໃຈໃສ່ໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວ ຫວຽດນາມ ຢູ່ ລາວ ທຳມາຫາກິນ, ດຳລົງຊີວິດ, ຮໍ່່າຮຽນ, ປະຕິບັດງານຢູ່ ລາວ. ທ່ານສະເໜີໃຫ້ບັນດາອົງການຂອງ 2 ປະເທດສືບຕໍ່ຍົກສູງຄຸນນະພາບບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ, ສ້າງກຳລັງແຜ່ຂະຫຍາຍ, ຄວາມສະໜິດຕິດພັນລະຫວ່າງປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນລຸ້ນໜຸ່ມຂອງ 2 ປະເທດ; ຈັດການພົບປະແລກປ່ຽນວັດທະນະທຳໃຫ້ຫຼາຍກວ່າເກົ່າ; ສຶກສາມູນເຊື້ອສາມັກຄີ, ປະຫວັດສາດວັດທະນະທຳເປັນເອກະລັກສະເພາະຂອງແຕ່ລະຝ່າຍໃຫ້ລຸ້ນຕ່າງໆ. ທ່ານກໍ່ສະເໜີວ່າ, ໃນປີ 2025, 2 ຝ່າຍຕ້ອງສົມທົບກັນຢ່າງແໜ້ນແຟ້ນໃນການຈັດບັນດາເຫດການໃຫຍ່ຂອງ 2 ປະເທດໃຫ້ບັນລຸຜົນສຳເລັດ, ຄື: ສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ; ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງປະເທດສປປ ລາວ ແລະ ສະເຫຼີມສະຫຼອງ 105 ປີແຫ່ງວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ; ສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ; 80 ປີແຫ່ງວັນສ້າງຕັ້ງປະເທດ ສສ.ຫວຽດນາມ; 135 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ ແລະ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບຂອງ ຫວຽດນາມ.

TAG
VOV/VOVworld/ທຳ​ມາ​ຫາ​ກິນ/ດຳ​ລົງ​ຊີ​ວິດ/ຮໍ່່າ​ຮຽນ/ປະ​ຕິ​ບັດ​ງານ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ