logo

ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ມົງ​ໂກນ​ ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ

2026/2/6 | 09:41:39
(VOVWORLD) - ຕອນຄ່ຳວັນທີ 5 ກຸມພາ, ຢູ່ຮ່າໂນ້ຍ, ທ່ານເອກອັກຄະລັດຖະທູດ ມົງໂກນເລຍ ປະຈຳ ຫວຽດນາມ ໄດ້ຈັດພິທີຕ້ອນຮັບບຸນເຕັດປະເພນີ “Tsagaan Sar” ຂອງປະຊາຊົນ ມົງໂກນເລຍ. 
ພາບປະກອບ: TTXVN

ເຂົ້າຮ່ວມເຫດການ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫງວຽນມິງຫວູໄດ້ສົ່ງຄຳອວຍພອນໄປຍັງລັດຖະບານ ແລະ ປະຊາຊົນມົງໂກນເລຍ ເນື່ອງໃນໂອກາດບຸນເຕັດປະເພນີ, ພ້ອມທັງຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການເພີ່ມທະວີການພົວພັນ ກັບບັນດາຄູ່ຮ່ວມມືທີ່ມີແຕ່ດົນນານຢ່າງສະເໝີຕົ້ນສະເໝີປາຍ, ໃນນັ້ນມີ ມົງໂກນ, ປາດຖະໜາຢາກສືບຕໍ່ພ້ອມກັບລັດຖະບານ ແລະ ປະຊາຊົນ ມົງໂກນເລຍ ຊຸກຍູ້ການພົວພັນ ຄູ່ຮ່ວມມືຮອບດ້ານ ຫວຽດນາມ - ມົງໂກນ ໃຫ້ນັບມືນັບພັດທະນາ.

ສ່ວນທ່ານເອກອັກຄະລັດຖະທູດ ມົງໂກນປະຈຳ ຫວຽດນາມ Jigiee sereẹav ຢັ້ງຢືນວ່າ ມົງໂກນເລຍ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກ ພັດທະນາການພົວພັນ, ການຮ່ວມມືຢ່າງມີປະສິດທິຜົນ, ເລິກເຊິ່ງກວ້າງຂວາງ ແລະ ຍາວນານກັບ ຫວຽດນາມ - ຄູ່ຮ່ວມມືແຖວໜ້າຂອງ ມົງໂກນເລຍ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.
TAG
VOV/VOVworld/ຫວຽດ​ນາມ/ການ​ພົວ​ພັນ/ມົງ​ໂກນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ