logo

ຊຸກ​ຍູ້​ການ​ພົວ​ພັນຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ IPU ໃຫ້ຫຼາຍ​ກວ່າ​ອີກ

2025/12/30 | 08:54:00
(VOVWORLD) - ທ່ານ ເລຂາທິການໃຫຍ່ Martin Chungong ຢັ້ງຢືນວ່າ ຈະສືບຕໍ່ສະໜັບສະໜູນ, ໜູນຊ່ວຍສະພາແຫ່ງຊາດ ຫວຽດນາມ ສ້າງຄວາມສາມາດດ້ານການທທູດລັດຖະສະພາຫຼາຍຝ່າຍ, ໝູນໃຊ້ວິທະຍາສາດ - ເຕັກໂຮໂລຢີ ໃນວຽກງານ, ກໍ່ຄືສືບຕໍ່ມີບົດບາດ, ປະກອບສ່ວນນັບມື້ນັບຕັ້ງໜ້າກວ່າອີກຢູ່ IPU.
ທ່ານ ເຈິ່ນກວາງເຟືອງ ຮອງປະທານສະພາແຫ່ງຊາດ ຫວຽດນາມ  ແລະ ທ່ານ Martin Chungong ເລຂາທິການໃຫຍ່ສະຫະພັນລັດຖະສະພາ ໂລກ  (IPU) (ພາບ: VOV)

ຕອນບ່າຍວັນທີ 29 ທັນວາ, ຢູ່ຫໍສະພາແຫ່ງຊາດ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Martin Chungong ເລຂາທິການໃຫຍ່ສະຫະພັນລັດຖະສະພາ ໂລກ  (IPU), ທ່ານ ເຈິ່ນກວາງເຟືອງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ ກຳນົດການເຂ້າຮ່ວມບັນດາການເຄື່ອນໄຫວຂອງ IPU ຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມຂອງການທູດລັດຖະສະພາຫຼາຍຝ່າຍ, ທ່ານປາດຖະໜາຢາກ ສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ການສະໜັບສະໜູນ ແລະ ການຮ່ວມເດີນທາງ ຂອງທ່ານເລຂາທິການໃຫຍ່ IPU ເພື່ອແນໃສ່ສືບຕໍ່ເພີ່ມທະວີ ສາຍພົວພັນຮ່ວມມືທີ່ມີປະສິດທິຜົນ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງ IPU ແລະ ສະພາແຫ່ງຊາດ ຫວຽດນາມກວ່າອີກ. ຜ່ານນັ້ນປະກອບສ່ວນຢ່າງແທ້ຈິງເຂົ້າບັນດາເປົ້າໝາຍລວມ.

ສ່ວນທ່ານ ເລຂາທິການໃຫຍ່ Martin Chungong ຢັ້ງຢືນວ່າ ຈະສືບຕໍ່ສະໜັບສະໜູນ, ໜູນຊ່ວຍສະພາແຫ່ງຊາດ ຫວຽດນາມ ສ້າງຄວາມສາມາດດ້ານການທູດລັດຖະສະພາຫຼາຍຝ່າຍ, ໝູນໃຊ້ວິທະຍາສາດ - ເຕັກໂຮໂລຢີ ໃນວຽກງານ, ກໍ່ຄືສືບຕໍ່ມີບົດບາດ, ປະກອບສ່ວນນັບມື້ນັບຕັ້ງໜ້າກວ່າອີກຢູ່ IPU.

TAG
VOV/VOVworld/ຫວຽດ​ນາມ/IPU/ລັດ​ຖະ​ສະ​ພາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ