logo

ຊຸກ​ຍູ້ການ​ຮ່ວມ​ມື ອາ​ຊຽນ + 3, ມຸ່ງ​ໄປ​ເຖິງ​ການ​ສ້າງ​ປະ​ຊາ​ຄົມ​ ອາ​ຊີ​ຕາ​ເວັນ​ອອກ ໂດຍ ອາ​ຊຽນ ເປັນ​ເຈົ້າ​ພາ​ທາງ

2021/10/28 | 11:14:19
(VOVWORLD) -   ກອງປະຊຸມສຸດຍອດ ອາຊຽນ + 3 (ລວມມີ ອາຊຽນ ແລະ 3 ປະເທດຄູ່ຮ່ວມມື ແມ່ນ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ) ຖືກດຳເນີນໃນວັນທີ 27 ຕຸລາ ຕາມຮູບການທາງໄກ ໄດ້ອອກຖະແຫຼງການປະທານ, ໃນນັ້ນໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມື ອາຊຽນ + 3, ມຸ່ງໄປເຖິງເປົ້າໝາຍສ້າງປະຊາຄົມ ອາຊີ ຕາເວັນອອກ ໂດຍ ອາຊຽນ ເປັນເຈົ້າພາທາງ.
ກອງປະຊຸມສຸດຍອດ ອາຊຽນ + 3  ຖືກດຳເນີນໃນວັນທີ 27 ຕຸລາ ຕາມຮູບການທາງໄກ (ພາບ: TTXVN)

ຖະແຫຼງໄດ້ຮັບຮູ້ເຖິງຄວາມສຳຄັນຂອງ ອາຊຽນ + 3 ໃນການຮັກສາ ແລະ ເພີ່ມທະວີການສ້າງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການພັດທະນາຢູ່ ອາຊີຕາເວັນອອກ; ຢັ້ງຢືນຄືນຄຳໝັ້ນສັນຍາເພີ່ມທະວີການສົນທະນາ ແລະ ການຮ່ວມມືຕ້ານອາດຊະຍາກຳຂ້າມຊາດ ແລະ ແກ້ໄຂບັນຫາຄວາມໝັ້ນຄົງແບບໃໝ່.

        ກອງປະຊຸມກໍໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງການກຳນົດສິ່ງທ້າທາຍ ແລະ ກາລະໂອກາດໃນສະພາບການບັນດາພື້ນຖານເສດຖະກິດໃນພາກພື້ນພວມກະກຽມແກ່ການກຳເນີດ ແລະ ຍາດແຍ່ງການປະຕິວັດອຸດສາຫະກຳຄັ້ງທີ 4 (4IR) ເໝືອນດັ່ງເຄື່ອງມືເພື່ອຊຸກຍູ້ການຟື້ນຟູເສດຖະກິດ ອາຊຽນ + 3; ໃຫ້ຄຳໝັ້ນສັນຍາປະຕິບັດບັນດາຂົງເຂດບຸລິມະສິດຂອງການຮ່ວມມືທາງດ້ານສາທາລະນະສຸກ ອາຊຽນ + 3 ແລະ ເນັ້ນໜັກເຖິງຄວາມສຳຄັນຂອງການແລກປ່ຽນວັດທະນະທຳ ແລະ ພົວພັນແລກປ່ຽນປະຊາຊົນ ແນໃສ່ຍົກສູງຄວາມຮັບຮູ້ ແລະ ຊຸກຍູ້ຄວາມເຂົ້າໃຈກ່ຽວກັບວັດທະນະທຳ ແລະ ສີສັນ ອາຊຽນ ໃນພາກພື້ນ.

        ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ການນຳ ອາຊຽນ + 3 ຮຽກຮ້ອງໃຫ້ ມຽນມາ ປະຕິບັດຄຳໝັ້ນສັນຍາສຳລັບຄວາມເຫັນດີເຫັນພ້ອມ 5 ຂໍ້ ທີ່ບັນລຸໄດ້ໃນກອງປະຊຸມການນຳ ອາຊຽນ ໃນວັນທີ 24 ເມສາ ຜ່ານມາ ໃຫ້ທັນການ ແລະ ຄົບຖ້ວນ; ຢັ້ງຢືນຄືນການສະໜັບສະໜູນຕໍ່ມາດຕະການທາງການທູດ ແລະ ການເຈລະຈາ ແນໃສ່ການສ້າງແຫຼມເກົາຫຼີໃຫ້ປອດນິວເຄຼຍ ໂດຍສົມບູນ ແລະ ສ້າງພື້ນຖານສັນຕິພາບແບບຍາວນານໃນແຫຼມເກົາຫຼີ.  

ເຮືອງຈ່າ - ນັກຂ່າວ VOV ປະຈຳ ອິນໂດເນເຊຍ.

TAG
VOV/VOVworld/ອາຊຽນ + 3/ຈີນ/ສ.ເກົ​າຫຼີ/ຍີ່ປຸ່ນ/ເຈົ້າ​ພາ​ທາງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ