logo

ຊຸກ​ຍູ້​ພາກ​ພື້ນ ອາ​ຊຽນ ກາຍ​ເປັນ​ສະ​ຖານ​ທີ່​ລົງ​ທຶນ​ຂອງ​ຂະ​ແໜງ​​ແຮ່​ທາດ

2021/10/6 | 11:07:38
(VOVWORLD) -ພິທີໄຂ ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ ກ່ຽວກັບແຮ່ທາດ ຄັ້ງທີ 21 ໂດຍ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ເປັນເຈົ້າພາບ ຈັດຂຶ້ນແບບທາງໄກ ໃນຕອນເຊົ້າວັນທີ 06 ຕຸລາ ຢູ່ຮ່າໂນ້ຍ ດ້ວຍການເຂົ້າຮ່ວມຂອງ 10 ປະເທດອາຊຽນ. ເນື້ອໃນແມ່ນໄດ້ເນັ້ນໃສ່ການຊຸກຍູ້ການເຊື່ອມໂຍງ, ເຊື່ອມຕໍ່ພາກພື້ນ ອາຊຽນ ເພື່ອແນໃສ່ຍົກສູງຄວາມສາມາດຮັບມື, ຍາດແຍ່ງກາລະໂອກາດຈາກການປະຕິວັດອຸດສາຫະກຳ 4.0 ເພື່ອພັດທະນາແບບຍືນຍົງ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ ກ່ຽວກັບແຮ່ທາດ ຄັ້ງທີ 21 (ພາບ:sggp.org.vn)

ທີ່ກອງປະຊຸມ, ຜູ້ຕາງໜ້າກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ເນັ້ນໜັກວ່າ ຫວຽດນາມ ມີຄວາມປາດຖະໜາຢາກຊຸກຍູ້ການຮ່ວມສຳພັນ ແລະ ເຊື່ອມຕໍ່ໃນພາກພື້ນ ອາຊຽນ ເພື່ອແນໃສ່ຍົກສູງຄວາມສາມາດໃນການຮັບມື ແລະ ຍາດແຍ່ງກາລະໂອກາດຂອງການປະຕິວັດອຸດສາຫະກຳ 4.0. ຕາມນັ້ນແລ້ວ, ຫວຽດນາມ ຢາກໃຫ້ ທົ່ວພາກພື້ນຮ່ວມສຳພັນເສດຖະກິດຢ່າງເລິກເຊິ່ງກວ້າງຂວາງ ແລະ ເຊື່ອມຕໍ່ຢ່າງຮອບດ້ານ; ຊຸກຍູ້ການຂຸດຄົ້ນແບບຍືນຍົງ ມຸ່ງໄປເຖິງການປົກປັກຮັກສາສິ່ງແວດລ້ອມ ແລະ ກວມລວມທາງດ້ານເສດຖະກິດ, ການເງິນ, ສັງຄົມ ບົນພື້ນຖານ ປ່ຽນແປງໃໝ່ປະດິດຄິດສ້າງ, ໝູນໃຊ້ເຕັກໂນໂລຢີດີຈີຕອນ ແລະ ບັນດາເຕັກໂນໂລຢີໃໝ່; ສືບຕໍ່ພ້ອມກັນຮັດແຄບໄລຍະຫ່າງພັດທະນາ; ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນຂະແໜງຂຸດຄົ້ນແຮ່ທາດ…

        ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ ກ່ຽວກັບ ແຮ່ທາດ ຄັ້ງທີ 21 ຖືກດຳເນີນໃນລະຫວ່າງວັນທີ 06 – 08 ຕຸລາ, ລວມມີ 2 ວາລະ. ກອງປະຊຸມໄດ້ສຸມໃສ່ບັນດາເນື້ອໃນ: ສະເໜີໃຫ້ປະຕິບັດຈາກອງປະຊຸມ ອາຊຽນ; ສະພາບການປະຕິບັດແຜນການປະຕິບັດງານຂອງ ອາຊຽນ ກ່ຽວກັບແຮ່ທາດ; ອັບເດດສະພາບການຮ່ວມມືດ້ວຍເວທີປາໄສລະຫວ່າງລັດຖະບານໃນການຂຸດຄົ້ນ, ແຮ່ທາດ, ໂລຫະ ແລະ ພັດທະນາແບບຍືນຍົງ; ລາຍງານຄວາມຄືບໜ້າຂອງໂຄງການເພີ່ມທະວີການຮ່ວມມື ອາຊຽນ ກ່ຽວກັບແຮ່ທາດ; ບົດລາຍງານຂອງບັນດາສະຫະສະມາຄົມຂຸດຄົ້ນແຮ່ທາດ ອາຊຽນ; ຮັບຮອງເອົາແຜນການດຳເນີນການຮ່ວມມື ອາຊຽນ ກ່ຽວກັບ ແຮ່ທາດ (AMCAP – III) ໄລຍະ 2 ປີ 2021 – 2025.

TAG
VOV/VOVworld/ແຮ່​ທາດ/ອາ​ຊຽນ/ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ