logo

ຊຸກ​ຍູ້, ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ໃຫ້​ແກ່​ບັນ​ດາ​ກຳ​ລັງ​ໜູນ​ເຕີບ​ໂຕ​ໃໝ່

2025/12/16 | 16:00:00
(VOVWORLD) - ຫວຽດນາມ ຢຶດໝັ້ນເປົ້າໝາຍຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາດຸ່ນດຽງໃຫຍ່ຂອງພື້ນຖານເສດຖະກິດເພື່ອສ້າງສະພາບແວດລ້ອມ, ເງື່ອນໄຂສະດວກໃຫ້ແກ່ການເຕີບໂຕ ແລະ ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ.
ບັນຍາກາດຂອງວາລະໜຶ່ງໃນເວທີປາໄສເສດຖະກິດ ຫວຽດນາມ ປີ 2025 (ພາບ: TTXVN)

ເວທີປາໄສເສດຖະກິດ ຫວຽດນາມ ປີ 2025, ແງ່ຫວັງປີ 2026 (VEPE) ດ້ວຍຫົວຂໍ້ “ເສດຖະກິດ ຫວຽດນາມ ພັດທະນາຢ່າງວ່ອງໄວ, ຍືນຍົງ, ຫັນເປັນສີຂຽວໃນສັງກາດດີຈີຕອນ”, ໄດ້ດຳເນີນໃນຕອນເຊົ້າວັນທີ 16 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ເສດຖະກິດ ຫວຽດນາມ ສະແດງໃຫ້ເຫັນຄວາມສາມາດຕ້ານທານຢ່າງແຂງແຮງ ແລະ ບັນລຸລະດັບການເຕີບໂຕນອນໃນລະດັບແຖວໜ້າຂອງພາກພື້ນ ແລະ ໂລກ. ຫວຽດນາມ ຢຶດໝັ້ນເປົ້າໝາຍຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາດຸ່ນດຽງໃຫຍ່ຂອງພື້ນຖານເສດຖະກິດເພື່ອສ້າງສະພາບແວດລ້ອມ, ເງື່ອນໄຂສະດວກໃຫ້ແກ່ການເຕີບໂຕ ແລະ ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຫວຽດນາມ ຊຸກຍູ້ການພັດທະນາວ່ອງໄວ, ຍືນຍົງບົນພື້ນຖານ “ຫັນປ່ຽນແບບຄວບຄູ່: ຫັນເປັນສີຂຽວ ແລະ ຫັນເປັນດີຈີຕອນ”; ສູ້ຊົນບັນລຸລະດັບເຕີບໂຕ 2 ຕົວເລກ; ເອົາໃຈໃສ່ຍົກສູງຄວາມສາມາດຕ້ານທານ, ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ. ພ້ອມດຽວກັນນັ້ນ, ຍູ້ແຮງການປະຕິບັດບາດກ້າວບຸກທະລຸຍຸດທະສາດກ່ຽວກັບລະບອບລະບຽບການ. ຫວຽດນາມ ກໍຊຸກຍູ້, ສ້າງບາດກ້າວບຸກທະລຸໃຫ້ແກ່ບັນດາກຳລັງໜູນເຕີບໂຕໃໝ່ຜ່ານການສ້າງກົນໄກທົດລອງໃຫ້ສົມບູນແບບ ເພື່ອໜູນຊ່ວຍການພັດທະນາເສດຖະກິດດີຈີຕອນ, ເສດຖະກິດສີຂຽວ ແລະ ເສດຖະກິດໝູນວຽນ.

TAG
VOV/VOVworld/ເສດຖະກິດ ຫວຽດນາມ/ເສດ​ຖະ​ກິດ​ດີ​ຈີ​ຕອນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ