![]() |
| ງານບຸນອອກແບບປະດິດຄິດສ້າງ ຮ່າໂນ້ຍ ປີ 2023 ຈັດຂຶ້ນໃນລະຫວ່າງ ວັນທີ 17 – 26 ພະຈິກ ຢູ່ຫຼາຍສະຖານທີ່ມໍລະດົກອຸດສາຫະກຳຂອງ ຮ່າໂນ້ຍ, ຄື: ສະຖານີລົດໄຟ ລອງບຽນ, ຂົວລອງບຽນ, ທາດນຳ້ ຮ່າງເດົາ, ສວນສາທາລະນະ ວ້ານຊວນ... ໃນນັ້ນ, ສະຖານີລົດໄຟ ຢາເລີມ ແມ່ນສະຖານທີ່ຫຼັກຂອງງານບຸນປີນີ້. |
![]() |
| ໃນຂອບເຂດງານບຸນ, ມີປະມານ 10 ເຂດວາງສະແດງສິລະປະໄດ້ ຈັດຂຶ້ນໃນສະຖານີລົດໄຟ. |
![]() |
| ຜົນງານ “ສວນຢູ່ສະຖານີລົດໄຟ” ແມ່ນໄດ້ເລີ່ມມາຈາກຕົ້ນໄມ້ໃບຫຍ້າທີ່ໄດ້ປົ່ງຂຶ້ນ ອ້ອມແອ້ມບໍລິເວນຂອງສະຖານີລົດໄຟ. |
![]() |
| ຢູ່ໂຮງຈັກສາຂາເລກ 3 ແລະ ເລກ 5 ແມ່ນໄດ້ຈັດງານຕະຫຼາດນັດເຄື່ອງ ສິລະປະຫັດຖະກຳ |
![]() |
![]() |
| ງານວາງສະແດງ ຈັດວາງສິລະປະ “ຄຳຮຽກຮ້ອງ” ຂອງນັກແຕ້ມ ທູເຈິ່ນ ດ້ວຍເຂດວາງສະແດງພາບແຕ້ມໃນໂຮງຈັກສາຂາ 3B1 |
![]() |
| ບັນດາຜະລິດຕະພັນເຮັດດ້ວຍໄມ້ໄຜ່ຂອງ ຫວໍເຕີ໋ນເຕີນ ມາຈາກ ໂຮ້ຍອານ |
![]() |
| ປີກທັງຄູ່ ເຮັດດ້ວຍເກີບຕີນລົດ ໄດ້ດຶງດູດໄວໜຸ່ມມາຊົມຢ່າງຫຼວງຫຼາຍ |
![]() |
| ແຂກທ່ອງທ່ຽວສາກົນມີຄວາມປະທັບໃຈ ຕໍ່ການວາງສະແດງໃນງານບຸນ |
![]() |
| ແຂກທ່ອງທ່ຽວສາກົນມີຄວາມປະທັບໃຈ ຕໍ່ການວາງສະແດງໃນງານບຸນ |
![]() |
![]() |
| ນີ້ກໍ່ແມ່ນສະຖານທີ່ດຶງດູດພໍ່ແມ່ນັກຮຽນ ພາລູກຂອງຕົນມາຊົມເບິ່ງ |
![]() |
| Pavilion “ເຂດວາງສະແດງສະຖາປັດຕະຍາກຳ ແລະ ສິລະປະ” ດ້ວຍວິທີສະແດງທີ່ໃໝ່ອ່ຽມ ໄດ້ຮັບຄວາມສົນໃຈພິເສດຈາກຜູ້ຊົມ |
![]() |
| ຕາມຄະນະຈັດຕັ້ງແລ້ວ, ໃນໄລຍະຈັດງານບຸນ ຈະດຳເນີນການເຄື່ອນໄຫວ ວັດທະນະທຳກ່ວາ 60 ຢ່າງ ດ້ວຍ 4 ກິດຈະກຳແນະນຳສະຖາປັດຕະຍາກຳ, ກ່ວາ 20 ເຂດວາງສະແດງ ແລະ ງານວາງສະແດງ, 20 ກອງປະຊຸມສຳມະນາ, ໃນນັ້ນ ມີ 5 ກອງປະຊຸມສຳມະນາສາກົນ, 9 ການເຄື່ອນໄຫວແນະນຳສິລະປະ, ບັນດາເຫດການວົງຄະນະຍາດ, ງານຕະຫຼາດນັດປະດິດຄິດສ້າງ... ຮັບໃຊ້ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. |




