logo

ຊີ​ຣີ ມີ​ຄຳ​ສັ່ງປະ​ກາດ​ພາ​ວະ​ສຸກ​ເສີນ​ພາຍຫຼັງ​ເຫດ​ໃຊ້​ຄວາມ​ຮຸນ​ແຮງເຊື້ອ​ຊາດ​ເຜົ່າ​ພັນ

2025/12/31 | 09:26:48
(VOVWORLD) -  ວັນທີ 30 ທັນວາ, ອຳນາດການປົກຄອງ ຊີຣີ ໄດ້ມີຄຳສັ່ງປະກາດພາວະສຸກເສີນຂ້າມຄືນຢູ່ນະຄອນທ່າກ່ຳປັ່ນ Latakia, ພາຍຫຼັງທີ່ເກີດບັນດາບັ້ນບຸກໂຈມຕີເຂົ້າເຂດຊຸມຊົນ ສ່ວນຫຼາຍແມ່ນຊາວ Alawite ກ່ອນໜ້ານັ້ນໜຶ່ງວັນ.
ເຂດຊົນນະບົດ Latakia, ຊີຣີ, ວັນທີ 25/9/2025 (ພາບ: REUTERS/Yamam Al Shaar)

ກະຊວງພາຍໃນ ຊີຣີ ຖະແຫຼງວ່າ, ຄຳສັ່ງພາວະສຸກເສີນຢູ່ນະຄອນ  Latakia, ມີຜົນສັກສິດແຕ່ເວລາ 17 ໂມງ 00 ນາທີຂອງວັນທີ 30 ທັນວາ ຫາ 6 ໂມງ 00 ນາທີຂອງວັນທີ 31 ທັນວາ (ຕາມເວລາທ້ອງຖິ່ນ). ຄຳສັ່ງພາວະສຸກເສີນໄດ້ຮັບການປະກາດໃຊ້ພາຍຫຼັງທີ່ສ່ວນບຸກຄົນຈຳນວນໜຶ່ງບຸກໂຈມຕີເຂົ້າບັນດາເຂດຊຸມຊົນທີ່ມີຊາວ Alawite ດໍາລົງຊີວິດຢູ່ເປັນສ່ວນໃຫຍ່.

        ວັນທີ 29 ທັນວາ, ວົງການເຈົ້າໜ້າທີ່ ຊີຣີ ໃຫ້ຮູ້ວ່າ, ກຳລັງທະຫານ ໄດ້ເພີ່ມທະວີການຜັນຂະຫຍາຍໃນຄຸ້ມຖະໜົນຈຳນວນໜຶ່ງຢູ່ນະຄອນ Latakia, ຄືເປັນສ່ວນໜຶ່ງຂອງບັນດາມາດຕະການ ແນໃສ່ຕິດຕາມກວດກາສະພາບການຕົວຈິງ, ເພີ່ມທະວີຄວາມໝັ້ນຄົງ ແລະ ສະຖຽນລະພາບ, ກໍຄືຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ ແລະ ຊັບສິນ.

ໂງມິນ - ນັກຂ່າວ VOV ປະຈຳ ອີຢິບ


TAG
VOV/VOVworld/ຊາວ Alawite/​ໃຊ້​ຄວາມ​ຮຸນ​ແຮງເຊື້ອ​ຊາດ​ເຜົ່າ​ພັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ