logo

ຊອກຫາມາດຕະການຊຸກຍູ້ການຮ່ວມມື ອາຊຽນ ໃນບັນຫາທະເລຕາເວັນອອກ

2019/6/18 | 10:51:31

(VOVWORLD) - ຕອນເຊົ້າວັນທີ 18 ມິຖຸນາ, ທີ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສົນທະນາກ່ຽວກັບທະເລຄັ້ງທີ 5 ດ້ວຍຫົວຂໍ້ທີ່ວ່າ “ການຮ່ວມມື ອາຊຽນ ໃນບັນຫາທະເລຕາເວັນອອກ” ໂດຍສະຖາບັນການຕ່າງປະເທດສົມທົບກັບກອງທຶນ Konrad-Adenauer Stiftung (KAS) ຂອງ ເຢຍລະມັນ ແລະ ສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ ຈັດຕັ້ງ.

ກອງປະຊຸມສົນທະນາກ່ຽວກັບທະເລຄັ້ງທີ 5 ໄດ້ດຶງດູດການເຂົ້າຮ່ວມຂອງແຂກຖືກເຊີນກ່ວາ 70 ທ່ານເຊິ່ງແມ່ນຜູ້ຕາງໜ້າຂອງບັນດາອົງການຈັດຕັ້ງ, ກະຊວງການຕ່າງປະເທດ, ອົງການທຸຕານຸທູດ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ພ້ອມກັບບັນດານັກຮຽນຮູ້ ແລະ ຜູ້ແທນສາກົນເພື່ອແລກປ່ຽນກ່ຽວກັບບັນດາມາດຕະການ ແນໃສ່ຊຸກຍູ້ບົດບາດໃຈກາງຂອງ ອາຊຽນ ກ່ວາອີກ ກໍ່ຄືການຮ່ວມມືລະຫວ່າງບັນດາສະມາຊິກໃນກຸ່ມໃນບັນຫາທະເລຕາເວັນອອກ.

 ກອງປະຊຸມສົນທະນາກ່ຽວກັບທະເລຄັ້ງທີ 5

ກ່າວຄຳເຫັນໄຂກອງປະຊຸມເຈລະຈາ, ທ່ານ Peter Girke ຫົວໜ້າກອງທຶນ KAS ຂອງ ເຢຍລະມັນ ຢູ່ ຫວຽດນາມ ໃຫ້ຮູ້ວ່າ:

        “ອາຊຽນ ຍັງຄົງມານະພະຍາຍາມຮັກສາ ແລະ ຢືນຢັນຄວາມປາດຖະໜາຢາກສວມບົດບາດເປັນໃຈກາງໃນບັນດາບັນຫາພາກພື້ນ. ກອງປະຊຸມເຈລະຈາຄັ້ງນີ້ ຈະປຶກສາຫາລືບບັນດາບັນຫາເຄັ່ງຮ້ອນທີ່ກ່ຽວຂ້ອງເຖິງພາກພື້ນຄື: ສົງຄາມການຄ້າ ອາເມລິກາ - ຈີນ ແລະ ວິທີການເພື່ອໃຫ້ ອາຊຽນ ອາດຈະສ້າງ ແລະ ຢັ້ງຢືນທີ່ຕັ້ງໃນການປະທະກັນນັ້ນເປັນຮູບປະທຳ… ຂ້າພະເຈົ້າເຊື່ອໝັ້ນວ່າ ຫວຽດນາມ ຈະປະກອບສ່ວນເຂົ້າໃນສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ບັນຫາທະເລຕາເວັນອອກ ກໍ່ແມ່ນເນື້ອໃນບຸລິມະສິດ. 

        ໃນຂອບເຂດກອງປະຊຸມສົນທະນາ, ບັນດາຜູ້ແທນກໍໄດ້ປຶກສາຫາລື ແລະ ຍົກອອກບັນດາວິທີການ ຊ່ວຍສ້າງບັນດາບຸລິມະສິດເປັນຮູບປະທຳ, ກຳນົດຈຸດລວມ, ສ້າງຄວາມໄວ້ເນື້ຶ້ອເຊື່ອໃຈລະຫວ່າງບັນດາປະເທດ ອາຊຽນ ເພື່ອແກ້ໄຂບັນດາບັນຫາທີ່ມີລັກສະນະສະດຸ້ງໄວຢູ່ທະເລຕາເວັນອອກ, ພິເສດແມ່ນບັນດາບັນຫາສິ່ງແວດລ້ອມເສື່ອມໂຊມ, ແຫຼ່ງຊັບພະຍາກອນປາໝົດກ້ຽງ.

TAG
VOV/VOVworld/ອາຊຽນ/ທະເລຕາເວັນອອກ/ກອງທຶນ KAS

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ