logo

ຊອກຮູ້ວັດທະນະທຳ ໄທ ຜ່ານບົດເພງ ແລະ ວາດຟ້ອນ ຣາກໄທ

2018/5/20 | 05:00:00
(VOVWORLD) - ຢູ່ອ້ອມແອ້ມເວທີສະແດງນ້ອຍໆໄດ້ຮັບການປະດັບປະດາດ້ວຍໝາກປຸມເປົ້າ ແລະ ທຸງຫຼາກຫຼາຍຂອງຫ້ອງຮຽນ ກ້ວາງປະມານ 150 ຕາລາງແມັດ, ມີຜູ້ຊົມກ່ວາ 100 ຄົນພວມຮັບຊົມລາຍການຟ້ອນໃນທາມກາງສຽງດົນຕີບົດເພງ “ຣາກໄທ” ໂດຍນາງສາວ, ໃນເກັນອາຍຸ 20 – 21 ປີ 9 ຄົນສະແດງ.
ພາບປະກອບ

ເຖິງວ່າຫາກໍ່ໄດ້ຮັບການປະດິດແຕ່ງ ແລະ ໄດ້ຮັບການສະແດງທີ່ລາຍການ ຄຸນພະ ກ່ອນນີ້ກ່ວາທົດສະວັດ, ແຕ່ບົດເພງ “ຣາກໄທ” ກໍ່ໄດ້ຮັບຄວາມນິຍົມເປັນພິເສດຈາກບັນດາຜູ້ນິຍົມວັດທະນະທຳມູນເຊື້ອຂອງ ໄທ ຍ້ອນທຳນອງທີ່ມ່ວນໆ ແລະ ເມື່ອໃນທີ່ມີຄວາມໝາຍ. ຍິ່ງກ່ວານັ້ນ, ບົດເພງນີ້ຍັງໄດ້ສະແດງພ້ອມກັບບັນດາວາດຟ້ອນມູນເຊື້ອຂອງ ໄທ, ຄື: ຟ້ອນຂອນ, ຟ້ອນໂຮຍດອກໄມ້, ຟ້ອນວີ… ໃນລາຍການຊາຍຄາອາຊຽນພາກນີ້, ເຊີນທ່ານຜູ້ຟັງພ້ອມກັບນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ຊອກຮູ້ກ່ຽວກັບບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຄອງ ໄທ ຜ່ານການສະແດງ ຟ້ອນ ຣາກໄທ ຂອງຄູອາຈານ ແລະ ນັກສຶກສາຂອງສູນພາສາສາດ ແລະ ວັດທະນະທຳ ໄທ, ຂຶ້ນກັບມະຫາວິທະຍາໄລ ຮ່າໂນ້ຍ.

        ຢູ່ອ້ອມແອ້ມເວທີສະແດງນ້ອຍໆໄດ້ຮັບການປະດັບປະດາດ້ວຍໝາກປຸມເປົ້າ ແລະ ທຸງຫຼາກຫຼາຍຂອງຫ້ອງຮຽນ ກ້ວາງປະມານ 150 ຕາລາງແມັດ, ມີຜູ້ຊົມກ່ວາ 100 ຄົນພວມຮັບຊົມລາຍການຟ້ອນໃນທາມກາງສຽງດົນຕີບົດເພງ “ຣາກໄທ” ໂດຍນາງສາວ, ໃນເກັນອາຍຸ 20 – 21 ປີ 9 ຄົນສະແດງ. ບັນດານາງສາວຢືນເປັນ 4 ແຖວ, ໃນນັ້ນ, 3 ແຖວທາງໜ້າຢືນເປັນຮູບ 3 ຫຼ່ຽມ, ສ່ວນນາງສາວ 4 ຄົນຢູ່ແຖວສຸດທ້າຍແມ່ນ 2 ຄົນຈັບວີ, 2 ຄົນຈັບພານໃສ່ດອກກຸຫຼາບແດງ ແລະ ດອກເບັນຈະມາດເຫຼືອງ. ນາງສາວຍິງທີ່ເຂົ້າຮ່ວມການຟ້ອນສ່ວນຫຼາຍໄດ້ເກົ້າຜົມ ແລະ ໃສ່ດອກໄມ້ສົດເທິງຫົວ ແລະ ນຸ່ງສິ້ນຍາວຮອດສົ້ນໜ່ອງ ດ້ວຍສີສັນຫຼາກຫຼາຍ. ສະເພາະ 2 ນາງສາວຟ້ອນວີ ໄດ້ນຸ່ງເສື້ອລູກໄມ້ສີຂາວຍາວປົກລົງເຖິງສະໂພກ ແລະ ຮັດສາຍແອວຄຳ…

        “ນີ້ແມ່ນວາດຟ້ອນສະແດງໃນວັນບຸນສຳຄັນຂອງ ໄທ. ຄືມື້ນີ້, ພວກນ້ອງສະແດງເພື່ອສະເຫຼີມສະຫຼອງບຸນປີໃໝ່ຂອງໄທ. ພວກນ້ອງຮຽນຟ້ອນໃນເວລາ 1 ເດືອນ.”

        “ນ້ອງນິຍົມຊຸດອາພອນນີ້ຫຼາຍ ຍ້ອນວ່າມັນທັງສຸພາບ ທັງສະແດງໃຫ້ເຫັນເຖິງຄວາມງາມຂອງແມ່ຍິງໄທ. ຊຸດອາພອນນີ້ຖືກຕັດຫຍິບຢ່າງລະອຽດລະອໍ. ພວກນ້ອງຕ້ອງການຄວາມຊ່ວຍເຫຼືອຈາກຄູອາຈານຈຶ່ງນຸ່ງຊຸດນີ້ໄດ້.  ພວກນ້ອງເສຍເວລາ 2 ຊົ່ວໂມງ ເພື່ອນຸ່ງເຄື່ອງ ແລະ ແຕ່ງຕົວ…”

        “ນ້ອງໄດ້ສະແດງການຟ້ອນວີ. ຟ້ອນວີເຮັດໃຫ້ວາດຟ້ອນນີ້ອ່ອນຊ້ອຍກ່ວາ ແລະ ເຮັດໃຫ້ບົດຟ້ອນມີສີສັນກ່ວາ.”

 ເອື້ອຍ ສຣັນຢາ ໂສດາວັດ

        ເລື່ອງໃຊ້ບັນດາຊຸດອາພອນແມ່ນນອນໃນແຜນການຂອງເອື້ອຍ ສຣັນຢາ ໂສດາວັດ, ເຊິ່ງເປັນນັກສຶກສາມາຝືກອົບຮົມໃນຂະແໜງ ພາສາ ຫວຽດ ຂອງມະຫາວິທະຍາໄລ ມະຫາສາລະຄາມ ໃນສູນພາສາສາດ ແລະ ວັດທະນະທຳ ໄທ. ເອື້ອຍ ສຣັນຢາ ໂສດາວັດ ໃຫ້ຮູ້ວ່າ: ເມື່ອຟ້ອນລຳ “ຣາກໄທ” ຕາມທຳມະດາໄດ້ເຄີຍເລືອກນຸ່ງບັນດາຊຸດອາພອນພື້ນເມືອງຄືແນວນີ້:

       ເທບສຽງ ເອື້ອຍ ສຣັນຢາ ໂສດາວັດ

        ນອກຈາກ “ບັນດາການຄິດໄລ່ຊັ່ງຊາ” ກ່ຽວກັບຊຸດອາພອນ, ເນື້ອໃນການສະແດງບົດຟ້ອນ ກໍ່ໄດ້ຮັບການຈັດສັນຈາກ “ຜູ້ກຳກັບ ”  ສຣັນຢາ ໂສດາວັດ ໃຫ້ແທດເໝາະກັບນັກສຶກສາ ຫວຽດນາມ. ຍ້ອນວ່າ, ຖ້າຟ້ອນຖືກຕ້ອງຄືຄົນໄທ ຈະແມ່ນເລື່ອງຍາກ:

  ເທບສຽງ ເອື້ອຍ ສຣັນຢາ ໂສດາວັດ

        ບັນດາວາດຟ້ອນທີ່ຊ້າໆ, ອ່ອນໂຍນ ມີສຽງດົນຕີຂອງບົດເພງ ຣາກໄທ. ເອື້ອຍ ສຣັນຢາ ໂສດາວັດ ແບ່ງປັນວ່າ: ເນື້ອໃນຂອງບົດເພງແມ່ນຄຳຕັກເຕືອນໃຫ້ລູກຫຼານໄທ ພ້ອມກັນຮັກສາກົກເຄົ້າເຫງົ້າກໍຂອງຊາດ, ຮັກສາວັດທະນະທຳຂອງປູ່ຍ່າຕາຍາຍປະໄວ້ໃຫ້:

  ເທບສຽງ ເອື້ອຍ ສຣັນຢາ ໂສດາວັດ

ການສະແດງຂອງບັນດານັກສຶກສາ ຫວຽດນາມ

        ຈຸດວັດທະນະທຳນີ້ໃກ້ຊິດຕິດແທດກັບມູນເຊື້ອແຫ່ງການຮັກສາວັດທະນະທຳຂອງຊາດ ຫວຽດນາມ ດັ່ງນັ້ນ, ວາດຟ້ອນ “ຣາກໄທ” ຈຶ່ງໄດ້ຮັບຄວາມຊື່ນຊົມຈາກຜູ້ຊົມ:

        “ບົດເພງມ່ວນ ແລະ ມີຄວາມໝາຍ, ຍ້ອງຍໍຄວາມງາມ ແລະ ບັນດາຄຸນຄ່າທີ່ເປັນມູນເຊື້ອຂອງປະເທດ ໄທ. ຊາວ ໄທ ມີຄວາມເອກອ້າງທະນົງໃຈກ່ຽວກັບວາດຟ້ອນມູນເຊື້ອທີ່ຍາກຈະຫາໄດ້ຢູ່ປະເທດໃດໆ. ນັ້ນແມ່ນ ຣາກໄທ”

        “ນ້ອງມັກຊຸດອາພອນນີ້ທີ່ສຸດ. ຍ້ອນມັນສະແດງໃຫ້ເຫັນເຖິງຈຸດວັດທະນະທຳຂອງໄທ, ມັນງາມຫຼາຍ. ນ້ອງໄດ້ຮັບຟັງບົດເພງໄທຫຼາຍບົດ. ວັດທະນະທຳໄທກໍ່ເປັນມູນເຊື້ອ ແລະ ອຸດົມສົມບູນ, ຄ້າຍຄືກັບວັດທະນະທຳ ຫວຽດນາມ.”

        ການຊົມເຊີຍຢ່າງສຸດຈິດສຸດໃຈຂອງຜູ້ຊົມສຳລັບບົດຟ້ອນຍາວປະມານກ່ວາ 4 ນາທີ ແລະ ຄວາມຮູ້ເຊິ່ງບັນດານັກສຶກສາເກັບກຳມາໄດ້ພາຍຫຼັງເວລາຝຶກແອບກ່ວາ 1 ເດືອນນັ້ນ ແມ່ນໝາກຜົນເກີນຄາດໝາຍຂອງເອື້ອຍຄູ, ນັກສຶກສາສູນພາສາສາດ ແລະ ວັດທະນະທຳ ໄທ. ເອື້ອຍ ສຣັນຢາ ໂສດາວັດ ໃຫ້ຮູ້ວ່າ: ຈະພະຍາຍາມຖ່າຍທອດຄວາມຮູ້ດ້ານວັດທະນະທຳເພື່ອໃຫ້ນັກສຶກສາ ຫວຽດນາມ ມີຄວາມຮັກຕໍ່ພາສາ ໄທ ແລະ ວັດທະນະທຳ ໄທກ່ວາອີກ.  

TAG
VOV/VOVworld/ຟ້ອນ​ຂອນ/ຣາກ​ໄທ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ