logo

ຊາຍແດນພຽງແຕ່ຢູ່ໃນແຜນທີ່: ນ້ຳໃຈມິດຕະພາບລະຫວ່າງໄວໜຸ່ມ ຫວຽດນາມ - ໄທ ແມ່ນມາຈາກຫົວໃຈ

2026/2/1 | 08:28:00
(VOVWORLD) - ນ້ຳໃຈມິດຕະພາບບໍ່ພຽງແຕ່ໄດ້ເພີ່ມພູນຄູນສ້າງຢູ່ຂັ້ນລັດເທົ່ານັ້ນ, ຫາກຍັງໄດ້ຫຼໍ່ລ້ຽງຈາກການພົບປະແລກປ່ຽນປະຊາຊົນ, ພິເສດແມ່ນຈາກລຸ້ນໜຸ່ມ.
(ພິທີມອບລາງວັນ)

ໃນການພົວພັນລະຫວ່າງບັນດາປະເທດ ອາຊຽນ, ນ້ຳໃຈມິດຕະພາບບໍ່ພຽງແຕ່ໄດ້ຮັບການເພີ່ມພູນຄູນສ້າງຈາກບັນດາຂໍ້ຕົກລົງຢ່າງເປັນທາງການເທົ່ານັ້ນ, ຫາກຍັງໄດ້ສ້າງຂຶ້ນຈາກຄວາມເຂົ້າອົກເຂົ້າໃຈ, ການແບ່ງປັນ ແລະ ຄວາມສະໜິດຕິດພັນລະຫວ່າງປະຊາຊົນບັນດາປະເທດອີກດ້ວຍ. ຢູ່ທີ່ນັ້ນ, ລຸ້ນໜຸ່ມແມ່ນຂົເຊື່ອມຕໍ່ທີ່ຍືນຍົງທີ່ສຸດ, ດ້ວຍຄວາມຄາດຫວັງເຊື່ອມຕໍ່ ແລະ ຈິດໃຈເປີດອົກເປີດໃຈ.

ໃນບັນຍາກາດພາກພູມໃຈ ແລະ ປິຕິຊົມຊື່ນຂອງຊຸມມື້ຕົ້ນປີໃໝ່ 2026, ສະຖານທູດ ໄທ ປະຈຳ ຮ່າໂນ້ຍ ໄດ້ຈັດພິທີມອບລາງວັນການເສັງປະດິດສ້າງຄຼິບສັ້ນ “ຂ້າມຊາຍແດນ: ບັນທຶກຮູບພາບກ່ຽວກັບນ້ຳໃຈມິດຕະພາບ ໄທ - ຫວຽດນາມ”. ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດລາຍການ “ນ້ຳໃຈເພື່ອນມິດຕະພາບ ໄທ - ຫວຽດນາມ” ປີ 2025 ໂດຍສະຖານທູດ ໄທ ຈັດຂຶ້ນ ແລະ ໄດ້ຮັກສາຢ່າງຕໍ່ເນື່ອງໃນຕະຫຼອດໄລຍະ 14 ປີ. ກ່າວຄຳເຫັນທີ່ພິທີ, ທ່ານນາງ Urawadee Sriphiromya, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ໄທ ປະຈຳ ສສ.ຫວຽດນາມ, ໃຫ້ຮູ້ວ່າ:

(ທ່ານນາງ Urawadee Sriphiromya, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ໄທ ປະຈຳ ຫວຽດນາມ)

ປີ 2025, ນັກສຶກສາ ຫວຽດນາມ 18 ຄົນທີ່ມາຈາກຫຼາຍຮາກຖານບຳລຸງສ້າງຢູ່ ຮ່າໂນ້ຍ ແລະ ແຂວງ ດ້ຽນບຽນ ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຕົວຈິງຢູ່ ບາງກອກ, ອາຍຸດທະຍາ ແລະ ນະຄອນພະນົມ - ບັນດາສະຖານທີ່ເຂັ້ມຂຸ້ນໄປດ້ວຍປະຫວັດສາດ, ວັດທະນະທຳ ແລະ ການພົວພັນມິດຕະພາບ ຫວຽດນາມ - ໄທ. ບໍ່ພຽງແຕ່ຢ້ຽມຢາມ, ຊອກຮູ້ດ້ານວັດທະນະທຳເທົ່ານັ້ນ, ບັນດານັກສຶກສາ ຫວຽດນາມ ຍັງໄດ້ແລກປ່ຽນກັບນັກສຶກສາ ແລະ ຊາວ ໄທ, ຮ່ວມດຳລົງຊີວິດ, ໂອ້ລົມ, ແຕ່ງກິນ ແລະ ແບ່ງປັນບັນດາເລື່ອງລາວກ່ຽວກັບຊີວິດປະຈຳວັນອີກດ້ວຍ.

“ສິ່ງທີ່ນ້ອງຈັບໃຈທີ່ສຸດແມ່ນ ແມ່ນເຮັດໄດ້ສິ່ງທີ່ນ້ອງຄິດວ່າບໍ່ສາມາດເຮັດໄດ້ຢ່າງງ່າຍດາຍ, ນັ້ນແມ່ນມີເພື່ອນໃໝ່ທີ່ມາຈາກປະເທດໃໝ່ຫຼາຍຄົນ ແລະ ຍັງຕິດໍ່ກັບເຂົາເຈົ້າ, ພ້ອມກັນໂອ້ລົມນຳ ແລະ ໜູນຊ່ວຍເຊິ່ງກັນແລະກັນໃນການຮ່ຳຮຽນ ເຖິງວ່າຈະຢູ່ 2 ປະເທທີ່ແຕກຕ່າງກັນ, ເວົ້າ 2 ພາສາທີ່ແຕກຕ່າງກັນ. ສະນັ້ນ,ນັ້ນແມ່ນສິ່ງທີ່ລ້ຳຄ່າທີ່ສຸດສຳລັບນ້ອງ”.

“ພາຍຫຼັງການໄປຢ້ຽມຢາມ, ນ້ອງມີຄວາມຮູ້ຕື່ມອີກກ່ຽວກັບພາສາ, ວິຖີຊີວິດປະຈຳວັນຂອງປະຊາຊົນ ໄທ, ພິທີກຳ ແລະ ລະບົບພະບໍລົມວົງສານຸວົງ, ຄວາມສຳຄັນຂອງພະບໍລົມວົງສານຸວົງ ໃນການດຳລົງຊີວິດປະຈຳວັນຕື່ມອີກຫຼາຍຢ່າງ”.

(ພຽງແຕ່ໃຊ້ໂທລະສັບມືຖື, ບັນດາກຸ່ມນັກສຶກສາໄດ້ບັນທຶກການເຄື່ອນໄຫວຕົວຈິງດ້ວຍທັດສະນະຂອງຕົນ)

ມີຈຸດພົ້ນເດັ່ນຂອງລາຍການ “ນ້ຳໃຈເພື່ອນມິດຕະພາບ ໄທ - ຫວຽດນາມ” ປີ 2025 ແມ່ນການເສັງປະດິດຄຼິບດ້ວຍຫົວຂໍ້ “ຂ້າມຊາຍແດນ: ບັນທຶກຮູບພາບກ່ຽວກັບນ້ຳໃຈມິດຕະພາບ ໄທ - ຫວຽດນາມ”. ພຽງແຕ່ໃຊ້ໂທລະສັບມືຖື, ບັນດາກຸ່ມນັກສຶກສາໄດ້ບັນທຶກການເຄື່ອນໄຫວຕົວຈິງດ້ວຍທັດສະນະຂອງຕົນ -ຈິງໃຈ, ລຽບງ່າຍແຕ່ເຕັມໄປດ້ວຍອາລົມຈິດ.

“ພວກນ້ອຮັກສາຈິດໃຈຫົວເລື່ອງລວມແມ່ນນ້ຳໃຈເພື່ອມິດຕະພາບລະຫວ່າງ ຫວຽດນາມ ແລະ ໄທ ຂ້າມຊາຍແດນ ແລະ ຂຸດຄົ້ນໃນແງ່ມູມ, ພວກເຮົາສາມາດຊອກເພື່ອນມິດຢູ່ແຫ່ງໃດ. ນັ້ນແມ່ນພວກເຮົາສາມາດຊອກຫາເພື່ອນມິດໄດ້ຢູ່ທົ່ວທຸກແຫ່ງຫົນ, ຈາກບັນດາແງ່ມູມເລກໆໜ້ອຍໆ, ຄືຊີວິດປະຈຳວັນ, ເຍື່ອງອາຫານ, ພາສາເວົ້າ, ປະຫວັດສາດ, ວັດທະນະທຳ ແລະ ສັງຄົມ”.

“ສານໃຫຍ່ສຸດທີ່ພວກນ້ອງຢາກເຜີຍແຜ່ກໍ່ຢູ່ໃນຄຼິບ. ນ້ອງເຊື່ອໝັ້ນວ່າ ການພົວພັນ 2 ຝ່າຍລະຫວ່າງ 2 ປະເທດຈະສືບຕໍ່ເຕີບໃຫຍ່ເຂັ້ມແຂງ ແລະ ພັດທະຫຼາຍກວ່າ, ດ້ວຍພື້ນຖານແມ່ນການເຊື່ອມຕໍ່ປະຊາຊົນສອງປະເທດ, ຄວາມຄ້າຍກັນທາງດ້ານວັດທະນະທຳ, ກໍຄືຄວາມຈິງໃຈສະໜິດຕິດພັນລະຫວ່າງມະນຸດດ້ວຍກັນ ຈະແມ່ນພື້ນຖານໃຫ້ແກ່ການພົວພັນລະຫວ່າງ 2 ປະເທດ”.

ນ້ຳໃຈມິດຕະພາບບໍ່ພຽງແຕ່ໄດ້ເພີ່ມພູນຄູນສ້າງຢູ່ຂັ້ນລັດເທົ່ານັ້ນ, ຫາກຍັງໄດ້ຫຼໍ່ລ້ຽງຈາກການພົບປະແລກປ່ຽນປະຊາຊົນ, ພິເສດແມ່ນຈາກລຸ້ນໜຸ່ມ. ເພື່ອລຸ້ນໜຸ່ມຮຽນພາສາຂອງກັນ, ມີຄວາມເຂົ້າໃຈດ້ານວັດທະນະທຳຂອງກັນ ແລະ ພ້ອມແລ້ວທີ່ຈະຮ່ວມເດີນທາງໃນອະນາຄົດ, ຄາວນັ້ນ ຊາຍແດນຈະບໍ່ແມ່ນໄລຍະຫ່າງ, ຫາກກາຍເປັນຈຸດເລີ່ມຕົ້ນແຫ່ງການເຊື່ອມຕໍ່ນ້ຳໃຈມິດຕະພາບ.

TAG
VOV/VOVworld/ບັນທຶກ/ຮູບພາບ/ນ້ຳໃຈ/ມິດຕະພາບ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ