
ການປ່ຽນແປງຂອງດິນຟ້າອາກາດພວມຜັນແປໄປຢ່າງຮ້າຍແຮງ, ເຮັດໃຫ້ເຂດທົ່ງພຽງແມ່ນ້ຳຂອງຕ້ອງປະເຊີນໜ້າກັບຜົນເສຍຫາຍຢ່າງໜັກໜ່ວງ ຈາກໄພແຫ້ງແລ້ງ, ນ້ຳເຄັມຊືມເຂົ້າ. ມາດຕະການແກ້ໄຂສຳຄັນທີ່ສຸດໃນປະຈຸບັນແມ່ນເຫັນປ່ຽນຜົນລະປູກ ເພື່ອຮັບມືກັບບັນດາຄວາມຫຍຸ້ງຍາກໂດຍອາກາດກໍຂຶ້ນ. ພ້ອມທັງ, ນຳໃຊ້ບັນດາຄວາມກ້າວໜ້າດ້ານວິທະຍາສາດ, ປະກອບທັກສະທີ່ຈຳເປັນໃຫ້ຊາວກະສິກອນ ເພື່ອຈຳກັດຄວາມສ່ຽງ, ຍົກສູງມູນຄ່າໃນການປູກເຂົ້າ. ຮອດລະດູຮ້ອນຕໍ່ລະດູໃບໄມ້ຫຼົ່ນ 2016 ຈະມາເຖິງ, ຄາດວ່າ, ຊາວກະສິກອນເຂດທົ່ງພຽງແມ່ນ້ຳຂອງ ຈະຕົກກ້າໃນເນື້ອທີ່ເກືອບ 1,67 ລ້ານເຮັກຕາ. ໂດຍອີ່ງໃສ່ແຫຼ່ງນ້ຳຈືດ ແລະ ການຜັນແປຂອງສະພາບນ້ຳເຄັມຊືມເຂົ້າໃນໄລຍະຜ່ານມາ, ຊາວກະສິກອນເຂດທົ່ງພຽງແມ່ນຳ້ຂອງຕ້ອງຈັດວາງລະດູການປູກເຂົ້າໃຫ້ທົ່ງນາແຕ່ລະແຫ່ງຢ່າງເໝາະສົມ ເພື່ອແນໃສ່ຫຼີກເວັ້ນຄວາມເສຍຫາຍ. ທ່ານຮອງສາດສະດາຈານ, ດ.ຣ ມາຍແທ່ງຟຸ້ງ, ສູນສົ່ງເສີມກະສິກຳແຫ່ງຊາດ ສະເໜີວ່າ.
“ທີ່ໜຶ່ງແມ່ນຕ້ອງຄິດໄລ່ເຖິງແຫຼ່ງນຳ້, ຈາກນັ້ນຈັດວາງລະບົບຕົ້ນໄມ້, ສັດລ້ຽງຄືນໃໝ່ໃຫ້ເໝາະສົມເພື່ອຮັບມືກັບສະພາບການປ່ຽນແປງຂອງດິນຟ້າອາກາດ. ຈາກນັ້ນ ພວກເຮົາຈະວາງທິດທາງບໍ່ໃຫ້ພໍ່ແມ່ຊາວກະສິກອນຕົກກ້າໃນລະດູບານໃໝ່ຕໍ່ລະດູໜາວຍ້ອນຂາດນຳ້. ທີ່ 2 ແມ່ນຫັນປ່ຽນລະດູການປູກເຂົ້າລະດູຮ້ອນຕໍ່ລະດູໃບໄມ້ຫຼົ່ນ ບໍ່ໃຫ້ປູກໃນຍາມບໍ່ທັນມີຝົນຕົກເມື່ອເດືອນເມສາອີກ.”

ວິວັດແຫ່ງການປ່ຽນແປງຂອງດິນຟ້າອາກາດພວມເຮັດໃຫ້ຊີວິດຂອງປະຊາຊົນເຂດທົ່ງພຽງແມ່ນ້ຳຂອງ ຢືນຢູ່ຕໍ່ໜ້າຄວາມຫຍຸ້ງຍາກ, ສິ່ງທ້າທາຍອັນໃຫຍ່ຫຼວງທີ່ສຸດ ແລະ ສົ່ງຜົນສະທ້ອນໂດຍກົງເຖິງການດຳລົງຊີວິດຂອງປະຊາຊົນ. ສະນັ້ນ, ເລື່ອງນຳໃຊ້, ເພີ່ມເຕີມບັນດາຮູບແບບຜະລິດທີ່ເໝາະສົມເພື່ອຈຳກັດຜົນຮ້າຍຈາກການປ່ຽນແປງຂອງດິນຟ້າອາກາດແມ່ນຄວາມຈຳເປັນທີ່ສຸດ. ຄຽງຂ້າງເລື່ອງຍູ້ແຮງການໂຄສະນາເຜີຍແຜ່, ບັນດາແຂວງກໍສົ່ງເສີມການປະດິດສ້າງບັນດາຮູບແບບຢູ່ກັບທີ ເພື່ອຊ່ວຍໃຫ້ຊາວກະສິກອນ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງທັນການ. ຫວ່າງມໍ່ໆມານີ້, ໂດຍໄດ້ຮັບການຮ່ວມມືຈາກມະຫາວິທະຍາໄລ ເກີນເທີ, ພໍ່ແມ່ຊາວກະສິກອນຢູ່ຕາແສງ ອານຟຸ໋ກ, ເມືອງ ດົງຫາຍ, ແຂວງ ບາກລຽວ ໄດ້ຜັນຂະຫຍາຍຮູບແບບແກ້ໄຂສິ່ງເສດເຫຼືອຢ່າງມີປະສິດທິຜົນ. ນີ້ແມ່ນໜຶ່ງໃນບັນດາຮູບແບບທັງສ້າງຄວາມລື້ງເຄີຍ, ທັງຊ່ວຍຊາວກະສິກອນແບ່ງປະເພດສິ່ງເສດເຫຼືອ, ຜະລິດຝຸ່ນໃນການຜະລິດກະສິກຳເພື່ອປົກປັກຮັກສາສິ່ງແວດລ້ອມ, ທັງຕອບສະໜອງຄວາມຕ້ອງການຜະລິດກະສິກຳໃນເງື່ອນໄຂຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ເພື່ອນ ຫງວຽນວັນຮຽວ, ນັກສຶກສາມະຫາວິທະຍາໄລ ເກີນເທີ ໃຫ້ຮູ້ວ່າ.
“ນ້ອງໄດ້ຊ່ວຍປະຊາຊົນແບ່ງປະເພດສິ່ງເສດເຫຼືອ. ຜະລິດຝຸ່ນໃຊ້ໃນການປູກຝັງ. ພວກນ້ອງໄດ້ຜັນຂະຫຍາຍຮູບແບບນີ້ໃຫ້ 30 ຄອບຄົວ ແລະ ໂຮງຮຽນປະຖົມແຫ່ງໜຶ່ງເປັນເວລາເກືອບໜຶ່ງເດືອນແລ້ວ. ໄລຍະຜ່ານມາ, ນ້ອງໄດ້ລົງສຳຫຼວດກວດກາຮູບແບບນີ້ ແລະ ເຫັນວ່າປະຊາຊົນສາມາດນຳໃຊ້ຝຸ່ນທີ່ຜະລິດດ້ວຍຮູບແບບນີ້ໃນການປູກຝັງໄດ້”.
ຕາມການຄາດຄະເນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຢູ່ຫວຽດນາມແລ້ວ, ຮອດທ້າຍສະຕະວັດນີ້ອຸນຫະພູມສະເລ່ຍຢູ່ເຂດທົ່ງພຽງແມ່ນ້ຳຂອງຈະເພີ່ມຂຶ້ນແຕ່ 1 – 3 ອົງສາ, ນຳ້ທະເລຂຶ້ນສູງແຕ່ 66 cm ຮອດເກືອບ 99 cm. ເມື່ອນ້ຳທະເລຂຶ້ນສູງ 1 ແມັດ ອາດຈະເຮັດໃຫ້ 39% ເນື້ອທີ່ດິນຂອງເຂດທົ່ງພຽງແມ່ນ້ຳຂອງຖືກນ້ຳຖ້ວມ ແລະ 35% ຈຳນວນພົນລະເມືອງຖືກຜົນສະທ້ອນ. ເພາະສະນັ້ນ, ດ້ວຍເລື່ອງຍົກສູງຄວາມຮັບຜິດຊອບ ກໍຄືການຜັນຂະຫຍາຍບັນດາຮູບແບບຮັບມືກັບການປ່ຽນແປງຂອງດິນຟ້າອາກາດຄືໃນປະຈຸບັນຈະປະກອບສ່ວນຈຳກັດບັນດາການກະທົບຫຍໍ້ທໍ້ຈາກການປ່ຽນແປງຂອງດິນຟ້າອາກາດສຳລັບການຜະລິດກະສິກຳ ແລະ ການດຳລົງຊີວິດຂອງປະຊາຊົນ, ຈາກນັ້ນມຸ່ງໄປເຖິງສິ່ງແວດລ້ອມທີ່ສະອາດ, ສວຍງາມ, ເພື່ອອະນາຄົນຂຽວຂອງຫວຽດນາມ.




