ບ້ານ ຊີມາ 2, ຕາແສງ ຈູງຈ໋າຍ, ເມືອງ ເມື່ອງແຍ໊, ແຂວງ ດ້ຽນບຽນ, ປະຈຸບັນມີເກືອບ 80 ຄອບຄົວ ດ້ວຍປະຊາກອນປະມານ 420 ຄົນ, ສ່ວນຫລາຍເປັນຊົນເຜົ່າມົ້ງ. ພໍ່ແມ່ປະຊາຊົນຢູ່ທີ່ນີ້ ຖືສາສະໜາ ໂປແຕສຕັງ ເປັນສ່ວນໃຫຍ່ຕົ້ນຕໍ. ບັນດາສາສະນິກະຊົນ, ຊາວໂປແຕສຕັງ ຍາມໃດກໍ່ມີສະຕິ “ດຳລົງຊີວິດຢູ່ໃນສິນກິນໃນທຳ, ເຄົາລົບນັບຖືພະເຢຊູ, ຮັກຊາດ, ຮັບໃຊ້ປະເທດຊາດ”.
ຊາວໂປແຕສຕັງ ບ້ານຊີມາ 2 ດຳລົງຊີວິດຢູ່ໃນສິນກິນໃນທຳ (ພາບ: vietnamnet.vn) |
ເມື່ອຮອດວັນທິດຂອງທຸກໆອາທິດ, ຊາວໂປແຕສຕັງ ຢູ່ບ້ານ ຊີມາ 2 ໄດ້ພາກັນໄປເຮືອນດຳເນີນຊີວິດຂອງວົງຄະນະຍາດ. ການດຳເນີນຊີວິດໃນແຕ່ລະຄັ້ງນັ້ນ ພໍ່ແມ່ປະຊາຊົນຊາວໂປແຕສຕັງ ລ້ວນແຕ່ມາເຕົ້າໂຮມກັນຢ່າງຄົບໜ້າຄົບຕາ ເພື່ອຮັບຟັງການເທສະໜາທາງທຳສັ່ງສອນກ່ຽວກັບການເຄົາລົບນັບຖືພະເຢຊູ, ຮັກແພງມະນຸດ, ບໍ່ຟັງຄວາມພວກຄົນບໍ່ດີຈອບອອຍ ປະຕິບັດການກະທຳຜິດ. ເນື່ອງໃນໂອກາດນີ້, ພໍ່ແມ່ປະຊາຊົນກໍ່ຍາດເວລາ ເພື່ອແລກປ່ຽນບົດຮຽນໃນການທຳມາຫາກິນ, ພັດທະນາເສດຖະກິດຄອບຄົວ ເປັນຕົ້ນແມ່ນການປູກຕົ້ນໄມ້ກິນໝາກ, ລ້ຽງງົວ, ລ້ຽງຄວາຍ, ເຮັດໄຮ່ເຮັດນາ ແລະ ພ້ອມກັນຮ້ອງບົດເພງສັນລະເສີນພະເຈົ້າແຫ່ງຄວາມສະຫງົບສຸກ.
ນັບແຕ່ເມື່ອປະກາດໃຊ້ກົດໝາຍວ່າດ້ວຍການເຫລືຶຶ້ອມໃສ, ເຊື່ອຖືສາສະໜາໃນປີ 2016 ເປັນຕົ້ນມາ, ການເຄື່ອນໄຫວເຫລືຶ້ອມໃສສາສະໜາຂອງພໍ່ແມ່ປະຊາຊົນຊາວໂປແຕສຕັງມີຄວາມສະດວກທີ່ສຸດ. ກ່ອນນີ້, ການເຕົ້າໂຮມເຄື່ອນໄຫວຂອງບັນດາກຸ່ມໂປແຕສຕັງ ຕ້ອງເສຍເວລາປະມານ 20 ປີ ຈຶ່ງໄດ້ຮັບໃບອະນຸຍາດຈາກອຳນາດການປົກຄອງ, ແຕ່ມາໃນປະຈຸບັນ ພຽງແຕ່ເຄື່ອນໄຫວຢ່າງລຽນຕິດ, ເປັນປະຈຳ ໃນເວລາ 5 ປີ ແລະ ມີບາງເງື່ອນໄຂອື່ນໆອີກ ອຳນາດການປົກຄອງກໍ່ອະນຸຍາດໃຫ້ເຄື່ອນໄຫວແລ້ວ. ລຸງ ຢ່າງຮົ່ງຊິງ, (ຊົນເຜົ່າມົ້ງ), ຜູ້ຮັບຜິດຊອບການເຜີຍແຜ່ສາສະໜາຂອງກຸ່ມໂປແຕສຕັງ ພາກເໜືອ ຫວຽດນາມ ຢູ່ບ້ານ ຊີມາ 2 ໃຫ້ຮູ້ວ່າ:
“ສຳລັບການເຄື່ອນໄຫວສາສະໜາບໍ່ມີຫຍັງຫຍຸ້ງຍາກ, ລັດອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວສາສະໜາ, ພະແນກພາຍໃນແຂວງ ດ້ຽນບຽນ ກໍ່ເຊັ່ນດຽວກັນ. ກ່ອນນີ້ ແມ່ນເຄື່ອນໄຫວເປັນປົກກະຕິຢູ່ຄອບຄົວ ແຕ່ມາປະຈຸບັນໄດ້ຈົດທະບຽນ ແລະ ໄດ້ຮັບໃບອະນຸຍາດແລ້ວ. ກຸ່ມເຄື່ອນໄຫວສາສະໜາໂປແຕສຕັງໃດທີ່ມີແຕ່ 30 – 50 ຄອບຄົວຂຶ້ນໄປໃນຕາແສງ ຈູງຈ໋າຍ ລ້ວນແຕ່ຈົດທະບຽນເຄື່ອນໄຫວສາສະໜາ.”
ລຸງ ຢ່າງຮົ່ງຊິງ, (ຊົນເຜົ່າມົ້ງ), ຜູ້ຮັບຜິດຊອບການເຜີຍແຜ່ສາສະໜາຂອງກຸ່ມໂປແຕສຕັງ ພາກເໜືອ ຫວຽດນາມ ຢູ່ບ້ານ ຊີມາ 2 |
ບັນດາການເຄື່ອນໄຫວສາສະໜາຄື ບຸນຄຼິດສະມາດ, ບັນດາພິທີກຳບູຊາ…ລ້ວນແຕ່ດຳເນີນຖືກຕ້ອງຕາມຂໍ້ກຳນົດຂອງໂປແຕສຕັງ, ຖືກຕ້ອງຕາມກົດໝາຍ, ຂໍ້ກຳນົດຂອງລັດ ແລະ ທ້ອງຖິ່ນ. ຊາວໂປແຕສຕັງ ໃນບ້ານບາງຄົນຍັງເຂົ້າຮ່ວມວຽກງານຂອງພັກ, ຊາວໜຸ່ມ, ສະມາຄົມຕ່າງໆ…ຊ່ວຍເຫຼືອພໍ່ແມ່ປະຊາຊົນໃນການດຳລົງຊີວິດ ແລະ ເຄື່ອນໄຫວສາສະໜາ. ເອື້ອຍ ວືທິຢີ໋ງ, ຊົນເຜົ່າມົ້ງ, ບ້ານຊີມາ 2, ເລົ່າສູ່ຟັງວ່າ:
“ຂ້າພະເຈົ້າເຂົ້າຮ່ວມການເຄື່ອນໄຫວສາສະໜາຢູ່ນີ້ມາເປັນເວລາ 6 ປີແລ້ວ. ຂ້າພະເຈົ້າເຄີຍໄປສວດມົນພ້ອມກັບຄອບຄົວ ແລະ ພໍ່ແມ່ປະຊາຊົນໃນບ້ານ. ພວກຂ້າພະເຈົ້າໄດ້ຮັບການອະນຸຍາດຈາກອຳນາດການປົກຄອງ, ສ້າງເງື່ອນໄຂໃນການເຄື່ອນໄຫວສາສະໜາ, ຈົດທະບຽນເຄື່ອນໄຫວສາສະໜາ, ປະຕິບັດຕາມແຜນນະໂຍບາຍ, ກົດໝາຍຂອງລັດ.”
ຢູ່ບ້ານ ຊີມາ 2, ມີປະຊາຊົນຫລາຍຄົນທີ່ມາຈາກສະຖານທີ່ອື່ນໆ ມາຕັ້ງພູມລຳເນົາຢູ່ທີ່ນີ້. ອຳນາດການປົກຄອງກໍ່ໄດ້ສ້າງເງື່ອນໄຂໃຫ້ເຂົາເຈົ້າເຄື່ອນໄຫວສາສະໜາ, ມີການເຫລື້ອມໃສສັດທາຢ່າງສະເໝີພາບ, ບໍ່ຖືກຈຳແນກ. ອ້າຍ ຢ່າງອາທື໊, ຊົນເຜົ່າມົ້ງ, ບ້ານ ຊີມາ 2 ໃຫ້ຮູ້ວ່າ:
“ບ້ານເກີດຂອງຂ້ອຍຢູ່ເມືອງ ຊີນໂຮ່, ແຂວງ ລາຍເຈົາ. ຂ້າພະເຈົົ້າຍ້າຍມາຢູ່ນີ້ນັບແຕ່ປິ 2007. ປີ 2011, ລັດໄດ້ອອກສຳມະໂນຄົວໃຫ້ພໍ່ແມ່ປະຊາຊົນຢູ່ນີ້. ພໍ່ແມ່ປະຊາຊົນພວກຂ້າພະເຈົ້າແຕ່ລະຄົນ ໄດ້ປະກອບເງິນ ເພື່ອກໍ່ສ້າງຫໍແຈກ ຫໍຂອງພວກຂ້າພະເຈົ້າກໍ່ສ້າງໄດ້ 3 ປີ ແລ້ວ. ໃນພາຍພາກໜ້າ ຖ້າມີເງື່ອນໄຂ ພໍ່ແມ່ປະຊາຊົນຢູ່ທີ່ນີ້ ຈະກໍ່ສ້າງຫໍໃຫ້ໃຫຍ່ກ່ວາເກົ່າ. ”
ນັບແຕ່ນີ້ຮອດປີ 2025, ຕາແສງ ຈູງຈ໋າຍ ໄດ້ວາງຄາດໝາຍປະຕິບັດ 10/15 ມາດຖານກໍ່ສ້າງຊົນນະບົດໃໝ່ໃຫ້ສຳເລັດ, 13/13 (100%) ບ້ານມີຫໍວັດທະນະທຳ ດຳເນີນຊີວິດວົງຄະນະຍາດ ແລະ ໄດ້ນຳໃຊ້ໄຟຟ້າຈາກຕາໜ່າງໄຟຟ້າແຫ່ງຊາດ. ໄລຍະຜ່ານມາ, ຕາແສງ ຈູງຈ໋າຍ ໄດ້ປະຕິບັດຫລາຍມາດຕະການ ແນໃສ່ຮັບປະກັນການປະຕິບັດສິດທິມະນຸດ, ສິດເສລີໃນການເຫລື້ອມໃສ, ເຊື່ອຖືສາສະໜາຂອງປະຊາຊົນ. ທາງຕາແສງເຄີຍຈັດການພົບປະໂອ້ລົມກັບຜູ້ມີຍົດຖາບັນດາສັກ, ຜູ້ເຮັດວຽກທາງສາສະໜາ, ຜູ້ມີອິດທິພົນຊື່ສຽງ, ຫົວໜ້າກຸ່ມໂປແຕສຕັງຢູ່ບັນດາບ້ານ ເພື່ອຮັບຟັງແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງຊາວໂປແຕສຕັງ. ທ່ານ ເປີແຊຈື, ເລຂາຄະນະພັກຕາແສງ ຈູງຈ໋າຍ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າບໍ່ໄດ້ບັງຄັບໃຫ້ປະຊາຊົນຕ້ອງເຫລື້ອມໃສ ເຊື່ອຖືສາສະໜາ, ພວກຂ້າພະເຈົ້າເຄົາລົບຄວາມເສລີໃນການເຫລື້ອມໃສ, ເຊື່ອຖືສາສະໜາຂອງຊົນເຜົ່າທັງໝົດ. ທາງຕາແສງໄດ້ ເພີ່ມທະວີວຽກງານໂຄສະນາ, ຂົນຂວາຍປະຊາຊົນຍົກສູງສະຕິລະວັງຕົວ ບໍ່ຟັງພວກຄົນບໍ່ດີຈາກພາຍນອກຈອບອອຍ, ແກ່ດຶງ, ຕ້ານ ແລະ ທຳລາຍພັກ-ລັດ. ພໍ່ແມ່ປະຊາຊົນທຳມາຫາກິນ, ດຳລົງຊີວິດເປັນປົກກະຕິ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງຕາແສງ.”
ພໍ່ແມ່ປະຊາຊົນຊາວໂປແຕສຕັງ ບ້ານຊີມາ 2 ມີຄວາມເຊື່ອໝັ້ນຕໍ່ບັນດານະໂຍບາຍ, ກົດໝາຍຂອງລັດ “ດຳລົງຊີວິດຢ່າງມີຄວາມຜາສຸກ, ເຄົາລົບນັບຖືພະເຢຊູ, ຮັກຊາດ”. ບັນດາຂະບວນການແຂ່ງຂັນຮັກຊາດ, ມະນຸດສະທຳ, ການເຄື່ອນໄຫວ, ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຊົນເຜົ່າ, ປົກປັກຮັກສາສິ່ງແວດລ້ອມ…ຍາມໃດຊາວໂປແຕສະຕັງກໍ່ປະຕິບັດດ້ວຍຄວາມສະໝັກໃຈ ແລະ ບັນລຸໄດ້ປະສິດທິຜົນສູງ. ປະຊາຊົນໃນບ້ານມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ດຳລົງຊີວິດຢູ່ໃນສິນກິນໃນທຳ, ຈູບຈ້າວຫ້າວຫັນຕໍ່ການອອກແຮງງານ, ທຳການຜະລິດກະສິກຳ, ພ້ອມກັນກໍ່ສ້າງບ້ານເກີດເມືອງນອນໃຫ້ມີຄວາມສະຫງົບສຸກ, ອີ່ມໜຳສຳລານ ແລະ ມີຄວາມຜາສຸກ./.




