logo

ຍົກສູງປະສິດທິຜົນການຮ່ວມມືລະຫວ່າງ 2 ອົງການກຳມະບານ ຫວຽດນາມ - ລາວ

2022/7/19 | 07:52:24
(VOVWORLD) -ທ່ານນາງປະທານສູນກາງສະຫະພັນກຳມະບານ ລາວ ອາລີ ວົງໜໍ່ບຸນທຳ ສະເໜີໃຫ້ 2 ຝ່າຍສືບຕໍ່ມີການຢ້ຽມຢາມແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງອົງການກຳມະບານຂອງ 2 ປະເທດ
ທີ່ກອງປະຊຸມສະຫຼຸບຂໍ້ຕົກລົງຮ່ວມມື
(ພາບ: TTXVN)

ຕອນບ່າຍວັນທີ 18 ກໍລະກົດ, ຢູ່ຮ່າໂນ້ຍ, ສະຫະພັນໃຫຍ່ແຮງງານ ຫວຽດນາມ ແລະ ສູນກາງສະຫະພັນກຳມະບານ ລາວ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງຮ່ວມມືໄລຍະ 2018 – 2023. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງປະທານສູນກາງສະຫະພັນກຳມະບານ ລາວ ອາລີ ວົງໜໍ່ບຸນທຳ ສະເໜີໃຫ້ 2 ຝ່າຍສືບຕໍ່ມີການຢ້ຽມຢາມແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງອົງການກຳມະບານຂອງ 2 ປະເທດ; ເພີ່ມທະວີວຽກງານຖະແຫຼງຂ່າວ, ສື່ສານ ເພື່ອໃຫ້ພະນັກງານກຳມະບານໜຸ່ມຂອງ 2 ປະເທດ ມີຄວາມເຂົ້າໃຈ, ປົກປັກຮັກສາ, ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຂອງ 2 ປະເທດ, 2 ອົງການກຳມະບານ; ສືບຕໍ່ລົງນາມໃນບົດບັນທຶກການຮ່ວມມືລະຫວ່າງສະຫະພັນໃຫຍ່ແຮງງານ ຫວຽດນາມ ແລະ ສູນກາງສະຫະພັນກຳມະບານ ລາວ ໄລຍະ 2023 – 2028.

        ສ່ານທ່ານປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ຫງວຽນດິ່ງຄາງ ເນັ້ນໜັກວ່າ: 2 ຝ່າຍສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດສຶກສາ, ບຳລຸງສ້າງພະນັກງານກຳມະບານ, ພ້ອມທັງສ້າງຍຸດທະສາດສັງລວມກ່ຽວກັບການບຳລຸງສ້າງພະນັກງານກຳມະບານ ລາວ ໂດຍອີງໃສ່ຄວາມສາມາດ, ສະພາບຕົວຈິງຂອງກຳມະບານ ຫວຽດນາມ ແລະ ຄວາມຕ້ອງການຈາກຝ່າຍສູນກາງສະຫະພັນກຳມະບານ ລາວ; ສ້າງເງື່ອນໄຂຊຸກຍູ້ກຳມະບານທຸກຂັ້ນຂອງ 2 ປະເທດ ເພີ່ມທະວີການພົວພັນ, ສົມທົບກັນເຄື່ອນໄຫວ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ.

TAG
VOV/VOVworld/ເຂົ້າ​ໃຈ/ປົກ​ປັກ​ຮັກ​ສາ/ພັດ​ທະ​ນາ/​ສາຍ​ພົວ​ພັນ​/ມິດ​ຕະ​ພາບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ