logo

ຍິ່ງກວ່າ “ດາລາ” - ຄວາມສຳຄັນຂອງ ໝູເດ້ງ ກັບການທ່ອງທ່ຽວ ແລະ ອະນຸລັກຮັກສາ

2025/7/6 | 09:00:00
(VOVWORLD) - ນັບແຕ່ເມື່ອ ໝູເດ້ງ ມີຊື່ສຽງທາງສື່ສັງຄົມອອນໄລ, ຈຳນວນແຂກທ່ອງທ່ຽວມາຢ້ຽມຊົມຢູ່ສວນສັດເປິດ ເຂົາຂຽວ ໄດ້ເພີ່ມຂຶ້ນຢ່າງແຮງ.

ຫວ່າງມໍ່ໆມານີ້, ຢູ່ ໄທ ພວມປະກົດມີຊື່ທີ່ພິເສດ ສ້າງຄວາມດຶງດູດໃຈທີ່ສຸດທາງສື່ສັງຄົມອອນໄລ: ໝູດ້ງ. ບໍ່ແຕ່ດຶງດູດໃຈຊາວ ໄທ ເທົ່ານັ້ນ, ໝູເດ້ງ (ຊື່ຂອງ ຮິບໂປເຕ້ຍໂຕແມ່) ທີ່ມີອາຍຸເກືອບ 1 ປີນີ້ຍັງໄດ້ຮັບການຄັດເລືອກໃຫ້ແມ່ນໜຶ່ງໃນບັນດາສັນຍາລັກ viral ທ່ສຸດຂອງປີ 2024” ຈາກວາລະສານ Time. ດ້ວຍທີ່ຕັ້ງບົດບາດເປັນດາລາ”, ໝູເດ້ງ ໄດ້ປະກອບສ່ວນດຶງດູດຄວາມສົນໃຈຈາກປະຊາຊົນ ແລະ ແຂທ່ອງທ່ຽວຈາກທົ່ວທຸກແຫ່ງມາເບິ່ງມາຊົມຢູ່ສວນສັດເປີດ ເຂົາຽວ, ແຂວງ ຊົນບູຣີ. ພິເສດ, ຄວາມດັງຂອງ ໝູເດ້ງ ໄດ້ຊ່ວຍໃຫ້ຮິບໂປທີ່ມີຄວາມສ່ຽສູນພັນໄດ້ຮັບຄວາມສົນໃຈຫຼາຍຂຶ້ນ.

ນັບແຕ່ເມື່ອ ໝູເດ້ງ ມີຊື່ສຽງທາງສື່ສັງຄົມອອນໄລ, ຈຳນວນແຂກທ່ອງທ່ຽວມາຢ້ຽມຊົມຢູ່ສວນສັດເປິດ ເຂົາຂຽວ ໄດ້ເພີ່ມຂຶ້ນຢ່າງແຮງ. ໄລ່ສະເພາະແຕ່ເດືອນ ຕຸລາປີ 2024 ມາຮອດປະຈຸບັນ, ມີແຂກທ່ອງທ່ຽວກວ່າ 1 ລ້ານເທື່ອຄົນໄດ້ມາຢ້ຽມຊົມໂຕຮິບໂປໜ້າຮັກນີ້.

 
 
 
 
 

ບໍ່ພຽງແຕ່ຢຸຢູ່ ໄທ ເທົ່ານັ້ນ, ພາບຖ່າຍຂອງ ໝູເດ້ງ ໄດ້ມີຢູ່ກວ່າ 30 ລາຍການໂທລະພາບຢູ່ພາຍໃນປະເທດ ໄທ ແລະ ຕ່າງປະເທ, ຈາກ ຍີປຸ່ນ ຕະຫຼອດຮອດ ອາເມລິກາ. ພິເສດ, ຊ່ອງ YouTube "Studio Live" ຂອງສວນສັດດັ່ງກ່າວຍັງຖ່າຍທອດສົດພາບ ໝູເດ້ງ ເປັນເວລາ 24 ຊົ່ວໂມງ/ 7 ວັນອີກດ້ວຍ, ອັນໄດ້ດຶງດູດຜູ້ເຂົ້າມາຊົມນັບພັນເທື່ອຄົນໃນແຕ່ລະມື້. ອ້າຍ ມົງຄົນໄຊ ສັດຍະຣັດ, ພະນັກງານເບິ່ງແຍງດູແລ ໝູເດ້ງ ແລະ ມີຊ່ອງ Tiktok ແບ່ງປັນຮູບພາບຂອງ ໝູເດ້ງ, ແບ່ງປັນວ່າ:

(ອ້າຍ ມົງຄົນໄຊ ສັດຍະຣັດ)

ໂດຍໄດ້ຮັບການສ້າງຂຶ້ນນັບແຕ່ປີ 1978, ສວນສັດເປີດ ເຂົາຂຽວ ບໍ່ພຽງແຕ່ແມ່ນແຫ່ງທັດສະນະ, ບັນເທິງເທົ່ານັ້ນ, ຫາກຍັງແມ່ນສູນອະນຸລັກຮັກສານຳອີກ. ສວນສັດກໍ່ໄດ້ສ້າງແຜນການທັດສະນະຢ້ຽມຢາມຢ່າງຈະແຈ້ງ, ກຳນົດເວລາເຂົ້າຢ້ຽມຊົມ ໝູເດ້ງ ແຕ່ລະຄັ້ງແມ່ນ 5 ນາທີ/ຄັ້ງ ເພື່ອຮັບປະກັນໃຫ້ທຸກຄົນ ລ້ວນແຕ່ມີໂອກາດໄດ້ພົບເຫັນໂຕຮິບໂປທີ່ມີຊື່ສຽງນີ້. ທ່ານ ສຣີສັກ ສຸກຊຸມ, ຜູ້ຊ່ວຍວຽກຫົວໜ້າສວນສັດເປີດ ເຂົາຂຽວ, ໃຫ້ຮູ້ວ່າ:

(ທ່ານ ຣີສັກ ສຸກຊຸມ)

(ທ່ານ ສຣີສັກ ສຸກຊຸມ, ຜູ້ຊ່ວຍວຽກຫົວໜ້າສວນສັດເປີດ ເຂົາຂຽວ)

ປະຈຸບັນ, ໃນທົ່ວໂລກມີຮິບໂປພຽງແຕ່ 2.000 ຫາ 2.500 ໂຕເທົ່ານັ້ນ, ແລະ ສະເພາະຢູ່ ເຂົາຂຽວ ມີຮິບໂປ 6 ໂຕ ພວມໄດ້ຮັບການເບິ່ງແຍງດູແລ. ສວນສັດເປີດ ເຂົາຂຽວ ພວມສ້າງແຜນການ ກໍ່ສ້າງ “ບ້ານຮິບໂປ” ເພື່ອແນໃສ່ຈຸດປະສົງຮັບໃຊ້ການສຶກສາ, ອະນຸລັກຮັກສາໄປພ້ອມກັບການທ່ອງທ່ຽວທຳມະຊາດ. ທ່ານ ສຣີສັກ ສຸກຊຸມ, ຜູ້ຊ່ວຍວຽກຫົວໜ້າສວນສັດເປີດ ເຂົາຂຽວ, ໃຫ້ຮູ້ຕື່ມອີກວ່າ:

(ທ່ານ ຣີສັກ ສຸກຊຸມ)

ໝູເດ້ງ ບໍ່ພຽງແຕ່ແມ່ນດາລາເທົ່ານັ້ນ, ຫາກຍັງແມ່ນທູດໂຕນ້ອຍໆ ແຕ່ມີສານຢ່າງໃຫຍ່ຫຼວງທີ່ວ່າ: ສັດແຕ່ລະປະເພດໃນໂລກນີ້ ລ້ວນແຕ່ຕ້ອງໄດ້ຮັບຄວາມຮັກແພງ, ອະນຸລັກຮັກສາ ແລະ ເຄົາລົບ. ຖ້າມີໂອກາດ, ເຊີນເພື່ອນມາຢ້ຽມຢາມເຂດສວນສັດເປີດ ເຂົາຂຽວ - ແຫ່ງທີ່ ໝູເດ້ງ ພວມລະຫຼິ້ນໃນແຕ່ລະວັນ, ເພື່ອຊົມໂຕຮິບໂປທີ່ໜ້າຮັກທີ່ສຸດຂອງ ໄທ ແລະ ພ້ອມກັນປະກອບສ່ວນປົກປ້ອງ ແລະ ໂຄສະນາກ່ຽວກັບການອະນຸລັກຮັກສາສັດປະເພດນີ້ເດີ./.

TAG
VOV/VOVworld/ສວນສັດ/ຮິບໂປ/ແຜນການ/ກໍ່ສ້າງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ