logo

ຍາກທີ່ຊອກຫາມາດຕະການເຈລະຈາລະຫວ່າງ Palextin ແລະ Ixraen

2012/2/13 | 12:23:19

ຍາກທີ່ຊອກຫາມາດຕະການເຈລະຈາລະຫວ່າງ Palextin ແລະ Ixraen


ທ່ານປະທານາທິບໍດີ Palextin Abbas
(ພາບ: internet)

ວັນທີ 12/2, ທ່ານນາຍົກລັດຖະມົນຕີ Ixraen Benjanmin Netanyahu ຖືວ່າ: ທ່ານປະທານາທິບໍດີ Palextin Mahmoud Abbas ໄດ້ປິ້ນຫຼັງໃສ່ກັບສັນຕິພາບ ພາຍຫຼັງທ່ານ Abbas ໄດ້ກ່າວເຕື່ອນວ່າ: ບໍ່ສາມາດກັບຄືນສູ່ການເຈລະຈາ ຖ້າຫາກ Ixraen ບໍ່ຢຸດຕິການເຄື່ອນໄຫວກໍ່ສ້າງເຂດຕັ້ງຖີ່ນຖານຄົງທີ່ໃຫ້ຊາວຄຼິດ ໃນເຂດດິນຖືກຢຶດຄອງຂອງ Palextin. ທ່ານ Netanyahu ໄດ້ຍົກອອກບັນດາຄຳເຫັນດັ່ງກ່າວພາຍຫຼັງ ທີ່ວັນດຽວກັນທ່ານ Abbas ໄດ້ອອກຄຳຂາດໃນວັນດຽວກັນທີ່ວ່າ: ຖ້າຫາກທ່ານ Netanyahu ບໍ່ຢຸດຕິທຸກການເຄື່ອນໄຫວກໍ່ສ້າງເຂດຕັ້ງຖີ່ນຖານຄົງທີ່ ແລະ ເຫັນດີເຈລະຈາສັນຕິພາບ ບົນພື້ນຖານບັນດາເສັ້ນຊາຍແດນ ປີ 1967, ເຊິ່ງອຳນາດການປົກຄອງແຫ່ງຊາດ Palextin (ຫຼື PNA) ຈະເຊື່ອມຕໍ່ບັນດາຄວາມມານະພະຍາຍາມດ້ວຍລຳພັງຝ່າຍດຽວ ເພື່ອໃຫ້ສະຫະປະຊາຊາດຮັບຮູ້ລັດ Palextin.

ໃນວັນດຽວກັນ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ສະຫະພັນ ອາຣັບ (ຫຼື AL) ຢູ່ ກາຍໂຣ ໄດ້ອອກຖະແຫຼງການສະໜັບສະໜູນ ຂໍ້ສະເໜີຂອງ Palextin ກ່ຽວກັບການຈັດຕັ້ງການສຳມະນາສັນຕິພາບສາກົນ ເພື່ອແນໃສ່ຊອກຫາມາດຕະການຮອບດ້ານໃຫ້ແກ່ການປະທະກັນລະຫວ່າງ Ixraen – Palextin. ຖະແຫຼງການໄດ້ເນັ້ນໜັກຄວາມສຳຄັນຂອງການສຳມະນາສາກົນກ່ຽວກັບ ບັນຫາ Palextin ເພື່ອແນໃສ່ຊອກຫາການຢຸດຕິການຄວບຄຸມໃນບັນດາເຂດດິນແດນ ຂອງຊາວ Palextin ແລະ ຊອກຫາມາດຕະການຮອບດ້ານໃຫ້ແກ່ບັນດາ ບັນຫາຊາຍແດນ, ການປ້ອງກັນຄວາມສະຫງົບ, ຂໍ້ກຳນົດກົດລະບຽບຂອງນະຄອນ Jerusalem ແລະ ຜູ້ຫຼົບໄພ , ໂດຍອີງໃສ່ຂໍ້ລິເລີ່ມສັນຕິພາບຂອງອາຣັບ.

 

TAG
Palextin ແລະ Ixraen

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ