logo

ຍູ້​ແຮງ​ການ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ເສດ​ຖະ​ກິດ​-ສັງ​ຄົມ, ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ

2026/2/24 | 07:03:00
(VOVWORLD) - “ຍູ້ແຮງການປະຕິບັດບັນດາຄາດໝາຍເສດຖະກິດ-ສັງຄົມ, ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດດຳເນີນທຸລະກິດ” ສິ່ງດັ່ງກ່າວໂດຍທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເນັ້ນໜັກທີ່ກອງປະຊຸມຄະນະເລຂາທິການປະກອບຄຳເຫັນໃສ່ບົດລາຍງານບາງສະພາບການພົ້ນເດັ່ນໃນການຜັນຂະຫຍາຍການປະຕິບັດຄຳສັ່ງເລກທີ 55 ຂອງຄະນະເລຂາທິການ ວ່າດ້ວຍການຈັດບຸນປີໃໝ່ປີມະເມຍ 2026, ທີ່ດຳເນີນໃນຕອນເຊົ້າວັນທີ 24 ກຸມພາ, ຢູ່ສຳນັກງານສູນກາງພັກ.
ທ່ານເລຂາທິການໃຫຍ່ ໂຕເລິມ (ພາບ: VOV)

ຕາມບົດລາຍງານທີ່ກອງປະຊຸມແລ້ວ, ໂດຍປະຕິບັດຄຳສັ່ງຂອງຄະນະເລຂາທິການ, ທົ່ວປະເທດໄດ້ຜັນຂະຫຍາຍການປະຕິບັດວຽກງານກະກຽມ ແລະ ຈັດຕັ້ງບຸນປີໃໝ່ປະຈຳຊາດໃຫ້ປະຊາຊົນຢ່າງຄົບຊຸດ, ຮອບດ້ານ, ລອບຄອບຖີ່ຖ້ວນ ດ້ວຍຈິດໃຈຮັບປະກັນໃຫ້ທຸກຄອບຄົວ, ທຸກຄົນໄດ້ ຕ້ອນຮັບບຸນເຕັດດ້ວຍຄວາມເບີກບານມ່ວນຊື່ນ, ອົບອຸ່ນ, ປອດໄພ, ປະຢັດມັດທະຍັດ. ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີ ຕ້ອງຊາບຊືມແລະຜັນຂະຫຍາຍການກໍ່ສ້າງ, ເພີ່ມເຕີມລາຍການກະທຳປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIV ໃນທົ່ວພັກໃຫ້ສຳເລັດ; ຈັດຕັ້ງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI, ສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ໃນວັນທີ 15 ມີນາ ຈະມາເຖິງ ໃຫ້ປະສົບຜົນສຳເລັດ. ທ່ານກ່າວວ່າ:

“ຮີບເຮັ່ງນຳການເຄື່ອນໄຫວທຸກຢ່າງກັບຄືນສູ່ສະພາບປົກກະຕິໂດຍໄວ, ບໍ່ໃຫ້ການປະບັດວຽກງານຖືກຊັກຊ້າ. ຄະນະພັກ, ອຳນາດການປົກຄອງທຸກຂັ້ນຕ້ອງຈັດຕັ້ງການເຮັດວຽກຢ່າງເຂັ້ມງວດນັບແຕ່ຕົ້ນປີ, ປະຕິບັດລະບຽບວິໄນ, ລະບຽບການບໍລິຫານ, ລະບຽບວິໃນລັດຖະການຢ່າງເຂັ້ມງວດ. ຍູ້ແຮງວຽກງານປະຕິບັດບັນດາຄາດໝາຍເສດຖະກິດ - ສັງຄົມ, ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃນການຜະລິດດຳເນີນທຸລະກິດ, ຊຸກຍູ້ການລົງທຶນພາກລັດ, ປ່ອຍເງິນລົງທຶນພາກລັດ, ແກ້ໄຂບັນດາແຫຼ່ງກຳລັງເຕີບໂຕທີ່ຍັງຄົງຄ້າງ, ກຳແໜ້ນສະພາບການຕະຫຼາດແຮງງານ, ວຽກເຮັດງານທຳພາຍຫຼັງບຸນປີໃໝ່, ແກ້ໄຂບັນດາບັນຫາເກີດຂຶ້ນຢ່າງທັນການ, ສູ້ຊົນ ແລະ ບັນລຸລື່ນຄາດໝາຍນັບແຕ່ຊຸມວັນຕົ້ນເດືອນ, ຕົ້ນໄຕມາດທຳອິດຂອງປີ 2026 ”.

ທ່ານເລຂາທິການໃຫຍ່ ໂຕເລິມ ຖ່າຍຮູບເປັນທີ່ລະນຶກກັບລັດຖະກອນ ແລະ ຜູ້ອອກແຮງງານ

ກໍໃນວັນດຽວກັນ, ຢູ່ສຳນັກຂ່າວສານ ຫວຽດນາມ, ທີ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຢ້ຽມຢາມ, ອວຍພອນປີໃໝ່ບັນດາລັດຖະກອນ, ຜູ້ອອກແຮງຢູ່ງານສຳນັກຂ່າວສານ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີມະເມຍ 2026.

TAG
VOV/VOVworld/​ຈັດ​ບຸນ​ປີ​ໃໝ່​ປີ​ມະ​ເມຍ 2026/ຄະນະເລຂາທິການ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ