logo

ຍູ້ແຮງການຜັນຂະຫຍາຍບັນດາແຜນການຮ່ວມມືລະຫວ່າງ 2 ກະຊວງປ້ອງກັນປະເທດ ຫວຽດນາມ - ລາວ

2025/4/25 | 11:36:00
(VOVWORLD) - ທີ່ການພົບປະ, 2 ຝ່າຍໄດ້ເຫັນດີເປັນເອກະພາບນຳກັນວ່າ, ໃນໄລຍະຈະມາເຖິງຈະສຸມໃສ່ປະຕິບັດອະນຸສັນຍາກ່ຽວກັບການຮ່ວມມືດ້ານປ້ອງກັນຊາດໄລຍະ 2025 – 2029 ແລະ ແຜນການຮ່ວມມືປີ 2025 ໃຫ້ມີປະສິດທິຜົນ

  ທີ່ການພົບປະ
(ພາບ: VOV-Vientiane)

        ຕອນເຊົ້າວັນທີ 25 ເມສາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ມີການພົບປະ 2 ຝ່າຍກັບທ່ານພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ. ການພົບປະດຳເນີນໃນຂອບເຂດການຢ້ຽມຢາມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ.

        ທີ່ການພົບປະ, 2 ຝ່າຍໄດ້ເຫັນດີເປັນເອກະພາບນຳກັນວ່າ, ໃນໄລຍະຈະມາເຖິງຈະສຸມໃສ່ປະຕິບັດອະນຸສັນຍາກ່ຽວກັບການຮ່ວມມືດ້ານປ້ອງກັນຊາດໄລຍະ 2025 – 2029 ແລະ ແຜນການຮ່ວມມືປີ 2025 ໃຫ້ມີປະສິດທິຜົນ, ຮອບດ້ານ. ຜັນຂະຫຍາຍຢ່າງຄົບຖ້ວນ, ມີປະສິດທິຜົນບັນດາເນື້ອໃນ, ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ບັນດາກົນໄກຮ່ວມມື, ໂດຍສະເພາະແມ່ນການໂອ້ລົມເຈລະຈານະໂຍບາຍປ້ອງກັນຊາດ; ເພີ່ມທະວີການເຜີຍແຜ່ສຶກສາກ່ຽວກັບປະຫວັດສາດ, ຄວາມສຳຄັນຂອງສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ; ເພີ່ມທະວີການຮ່ວມມືຫຼາຍຝ່າຍ; ຮັກສາກົນໄກພົບປະປະຈຳປີລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ - ລາວ - ກຳປູເຈຍ; ເພີ່ມທະວີການຮ່ວມມືຄຸ້ມຄອງ, ປົກປັກຮັກສາເຂດຊາຍແດນ...

TAG
VOV/VOVworld/ສິດ​ທິ​ຜົນ/ຮອບ​ດ້ານ/ຜັນ​ຂະ​ຫຍາຍ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ