logo

ຍູ້ໄວບັນດາກິດຈະກຳຈຸດສຸມລະດັບຊາດ: ກຸນແຈເພື່ອການເຕີບໂຕ

2026/3/3 | 08:52:12
(VOVWORLD) - ນັບແຕ່ຊຸມເດືອນຕົ້ນປີໃໝ່, ສານບໍລິຫານໄດ້ເຜີຍອອກຢ່າງຈະແຈ້ງ: ບັນດາກິດຈະກຳຈຸດສຸມລະດັບຊາດຕ້ອງໄດ້ຮັບການຍູ້ໄວຄວາມຄືບໜ້າດ້ວຍຈິດໃຈເດັດດຽວ, ລະອຽດ ແລະ ມີຄວາມຮັບຜິດຊອບເຖິງກົກເຖິງປາຍ.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ກ່າວຄຳເຫັນທີ່ວາລະປະຊຸມຄັ້ງທີ 7)

ນັບແຕຸ່ມເດືຕົ້ນປີ, ບັນຍາກາດຢູ່ບັນດາກິດຈະກຳໃຫຍ່ຈຸດສຸມລະດັບຊາດໄດ້ຫ້າວຫັນຂຶ້ນຕື່ມ. ພ້ອມກັນນັ້ນບັນດາກອງປະຊຸມ, ການຊີ້ນຳ, ການກວດກາ, ກະຕຸກຊຸກຍູ້ໂດຍກົງຢູ່ພື້ນທີ່ຕົວິງຂອງທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳບັນດາກິດຈະກຳຈຸດສຸມ, ໂຄງການສຳຄັນລະດັບຊາດ, ໄດ້ສະແດງໃຫ້ເຫັນຄວາມຮຽກຮ້ອງຍູ້ໄວບັນດາກິດຈະກຳຈຸດສຸມລະດັບຊາດ ບໍ່ພຽງແຕ່ແມ່ນບັນຫາຄວາມຄືບໜ້າເທົ່ານັ້ນ, ຫາກຍັງແມ່ນມາດຕະການຍຸດສາດກ່ຽວກັບການເຕີບໂຕຂອງ ຫວຽດນາມ ໃນໄລຍະຈະມາເຖິງອີກດ້ວຍ.

ນັບແຕ່ຊຸມເດືອນຕົ້ນປີໃໝ່, ສານບໍລິຫານໄດ້ເຜີຍອອກຢ່າງຈະແຈ້ງ: ບັນດາກິດຈະກຳຈຸດສຸມລະດັບຊາດຕ້ອງໄດ້ຮັບການຍູ້ໄວຄວາມຄືບໜ້າດ້ວຍຈິດໃຈເດັດດຽວ, ລະອຽດ ແລະ ມີຄວາມຮັບຜິດຊອບເຖິງກົກເຖິງປາຍ. ນີ້ບໍ່ພຽງແຕ່ທາງດ້ານເຕັກນິກ ຫຼື ລະດັບຄວາມຄືບໜ້າໃນການກໍ່ສ້າງເທົ່ານັ້ນ, ຫາກຍັງແມ່ນຄຳສັ່ງໃນສະພາບພື້ນຖານເສດຖະກິດຕ້ອງມີກຳລັງໜູນການເຕີບໂຕຕື່ມອີກ.

ິດໃຈເດັດດຽວ

ທີ່ວາລະປະຊຸມຄັ້ງທີ 7 ຄະນະຊີ້ນຳບັນດາກິດຈະກຳຈຸດສຸມ, ໂຄງການສຳຄັນລະດັບຊາດໃນຂົງເຂດທາງລົດໄຟທີ່ໄດ້ຈັດຂຶ້ນໃນວັນທີ 03 ມີນາ, ຢູ່ ຮ່າໂນ້ຍ, ໄດ້ເຊື່ອມຕໍ່ທາງໄກກັບ 21 ແຂວງ, ນະຄອນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ຫົວໜ້າຄະນະຊີ້ນຳໄດ້ເນັ້ນໜັກສານທີ່ວ່າ: ບໍ່ປະໃຫ້ຟຸມເຟືອຍໜຶ່ງມື້, ບໍ່ປະໃຫ້ຊັກຊ້າໜຶ່ງອາທິດ, ບໍ່ປະໃຫ້ພາດໂອກາດໃນໜຶ່ງເດືອນ, ບໍ່ປະໃຫ້ຖືກຕົກໃນທ່າຮັບໜຶ່ງປີ. ເດືອນຈ່ຽງ (ໄລ່ຕາມຈັນທະປະຕິທິນ) ຕ້ອງແມ່ນເດືອນເລີ່ມເຄື່ອນໄຫວ, ເພີ່ມຄວາມໄວ, ບຸກທະລຸ.

ກ່ອນໜ້ານັ້ນ, ເມື່ອໄປກວດກາໂດຍກົງບັນດາໂຄງການຂຶ້ນກັບເສັ້ນທາງບົກຄວາມໄວ້ສູງເໜືອ - ໃຕ້ທາງທິດຕາເວັນອອກ, ໄປຜ່ານ 4 ແຂວງ ກວາງງ້າຍ, ຢາລາຍ, ດັກລັກ, ແຄງຮວ່າ, ໃນວັນທີ 01 – 02 ມີນາ, ທ່ານນາຍົກລັດຖະມົນຕີສະເໜີວ່າ:

ມານະພະຍາຍາມປະຕິບັດສຳເລັດໃນເດືອນ ມີນາ, ລະດົມກຳລັງທັງໝົດ, ເພີ່ມເຕີມທຸກກຳລັງ; ຊີ້ນຳໃຫ້ບັນດານັກລົງທຶນຮີບເຮັ່ງປັບປຸງລະບຽບການທີ່ກ່ຽວຂ້ອງໃຫ້ສຳເລັດ ແລະ ຈັດຕັ້ງຜັນຂະຫຍາຍການກໍ່ສ້າງໃຫ້ສຳເລັດ ເພື່ອນຳເສັ້ນທາງເຂົ້າໃຊ້ການຢ່າງຄົບຊຸດໃນປີນີ້. ສຳລັບລະລົບຕາມ, ບໍລິຫານຄົມມະນາຄົມ, ສະຖານພັກຜ່ອນຍູ້ແຮງຄວາມຄືບໜ້າໃນການຜັນຂະຫຍາຍການກໍ່ສ້າງ, ເພື່ອນຳເຂົ້າຂຸດຄົ້ນຢ່າງຄົບຊຸດພ້ອມກັບບັນດາໂຄງການເສັ້ນທາງຄວາມໄວູງ”.

        ການເພີ່ມຄວາມໄວໃນການກໍ່ສ້າງບັນດາກິດຈະກຳຈຸດສຸມລະດັບຊາດນັບແຕ່ຕົ້ນປີ ໄດ້ຊ່ວຍນຳແຫຼ່ງທຶນເຂົ້າໃນການຈະລາຈອນໂດຍໄວ. ທ່ານ ຫງວຽນມາຍກວັນ, ຫົວໜ້າບັນຊາການຜູ້ຮັບເໝົາ ເຈື່ອງລອງ, ຢູ່ໂຄງການເສັ້ນທາງບົກຄວາມໄວສູງ ຕອນໄປຜ່ານ ກວາງງ້າຍ, ໃຫ້ຮູ້ວ່າ:

“ຜູ້ຮັບເໝົາໄດ້ຈັດການປະຕິບັດພ້ອມກັນຢູ່ 12 ເຂດທີ່ໄດ້ໜ້າພຽງ. ພວກຂ້າພະເຈົ້າຕັດສິນໃຈຍູ້ໄວຄວາມຄືບໜ້າເພື່ອສຳເລັດສັນຍາ ຕາມຄຳໝັ້ນສັນຍາກັບນັກລົງທຶນໃຫ້ໄດ້ປະມານ 65%. ຖ້າການບຸກເບີກໜ້າພຽງສະດວກ, ຄາດວ່າ ຜູ້ຮັບເໝົາສາມາດກໍ່ສ້າງສຳເລັດໃນປີນີ້ໄດ້”.

(ບັນດາກິດຈະກຳຈຸດສຸມລະດັບຊາດຕ້ອງໄດ້ຮັບການຍູ້ໄວຄວາມຄືບໜ້າດ້ວຍຈິດໃຈເດັດດຽວ)

ເຖິງຢ່າງໃດກໍ່ຕາມ, ເພີ່ມລະດັບຄວາມໄວແຕ່ກໍ່ຕ້ອງເອົາໃຈໃສ່ເຖິງຄຸນນະພາບ. ໄປພ້ອມກັບການຍູ້ແຮງການກໍ່ສ້າງ, ບັນດາທ້ອງຖິ່ນກໍ່ຕ້ອງຮັດແໜ້ນມາດຕະຖານດ້ານເຕັກນິກ, ຈັດການປະມູນຢ່າງໂປ່ງໃສ, ນຳໃຊ້ເຕັກໂນໂລຢີເຂົ້າໃນການຄຸ້ມຄອງກິດຈະກຳ. ທ່ານ ໂດ້ວູບາວ, ຮອງຫົວໜ້າອຳນວຍການຄະນະຄຸ້ນຄອງໂຄງການລົງທຶນກໍ່ສ້າງບັນດາກິດຈະກຳຄົມມະນາຄົມແຂວງ ກວາງງ້າຍ, ຢືນຢັນວ່າ:

ພວກຂ້າພະເຈົ້າໄດ້ປະຕິບັດບັນດາຂໍ້ກຳນົດກ່ຽວກັບການຄຸ້ມຄອງຄຸນນະພາບ, ຄວາມປອໄພໃນການອອກແຮງງານຢ່າງເຂັ້ມງວດ. ທັດສະນະຂອງພວກຂ້າພະເຈົ້າແມ່ນ ບໍ່ສຸມໃສ່ຄວາມຄືບໜ້າດ້ວຍທຸກວິທີ, ຫາກຕ້ອງຮັບປະກັນຄຸນນະພາບຂອງກິດຈະກຳ ແລະປະສິດທິຜົນພາຍຫຼັງການລົງທຶນ ເພື່ອຫຼີກລຽງບໍ່ໃຫ້ຮົ່ວໄຫຼ ແລະ ຟຸມເຟືອຍ, ປະກອບສ່ວນເສີມຂະຫຍາຍແຫຼ່ງທຶນຂອງລັດຢ່າງສຸດຂີດ”.

ພື້ນຖານໂຄງລ່າງ - ກຳລັງໜູນເຕີບໂຕໃໝ່

ເລື່ອງເດັດດຽວຜັນຂະຫຍາຍບັນດາກິດຈະກຳພື້ນຖານໂຄງລ່າງຈຸດສຸມນັບແຕ່ໄຕມາດທີ 1 ໄດ້ສົ່ງສັນຍານກ່ຽວກັບລັດຖະບານແຫ່ງການກະທຳ, ບໍ່ລໍ້ຖ້າ. ທ່ານ ຫງວຽນຈິດຶກ, ຫົວໜ້າຫ້ອງວ່າການ, ໂຄສົກກະຊວງກໍ່ສ້າງ ຫວຽດນາມ, ຢືນຢັນວ່າ:

ໃຫ້ບຸລິມະສິດແຫຼ່ງກຳັງ, ຫຼີລຽງການລົງທຶນແບບກະແຈກກະຈາຍເພື່ອລົງທຶນເຂົ້າບັນດາໂຄງການພື້ນຖານໂຄງລ່າງຈຸດສຸມມີຂອບຂະໜາດໃຫຍ່, ມີລັກສະນະເຊື່ອມຕໍ່ເຂດ; ສຸມໃສ່ປັບປຸງລະບອບລະບຽການ, ນະໂຍບາຍໃຫ້ ສົມບູນແບບເພື່ອແກ້ໄຂບັນດາສິ່ງທີ່ຄົງຄ້າງ, ຕິດຄັດຢ່າງທັນການ ແລະ ມີປະສິດທິຜົນ. ບັນດາແຜນນະໂຍບາຍຂອງພັກ, ການຊີ້ນຳຂອງກົມການເມືອງ, ຄະນະເລຂາ ແລະ ການຊີ້ນຳຂອງສະພາແຫ່ງຊາດ, ລັດຖະບານ, ນາຍົກລັດຖະມົນຕີ ແມ່ພື້ນຖານເພື່ອຈັດການປະຕິບັດ”.

ອາດເຫັນໄດ້ວ່າ ຄວາມຕັດສິນໃຈເພີ່ມລະດັບຄວາມໄວນັບແຕ່ຊຸມມື້ຕົ້ນປີໃໝ່ໄດ້ແຜ່ກະຈາຍຢູ່ບັນດາໂຄງການຈຸດສຸມໃນທົ່ວປະເທດ. ປີ 2026 ແມ່ນປີບານພັບເພື່ອໃຫ້ ຫວຽດນາມ ບໍ່ພຽງແຕ່ກໍ່ສ້າງບັນດາໂຄງການໃຫ້ສຳເລັດເທົ່ານັ້ນ, ຫາກຍັງສຳເລັດບາດກ້າວຫັນປ່ຽນດ້ານຄຸນນະພາບໃນການຄຸ້ມຄອງພັດທະນາ, ຢືນຢັນຄວາມຄາດຫວັງບືນຕົວຂຶ້ນຂອງ ຫວຽດນາມ ໃນສັງກາດໃໝ່.

TAG
VOV/VOVworld/ຄຳໝັ້ນ/ສັນຍາ/ລົງທຶນ/​ການ​ກະ​ທຳ/ບໍ່​ລໍ​້​ຖ້າ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ