(VOVWORLD) -ດ້ວຍມີທ່າໄດ້ປຽບຫລາຍຢ່າງກ່ຽວກັບທ່າກຳປັ່ນທະເລນ້ຳເລິກ, ການພັດທະນາອຸດສາຫະກຳ, ການທ່ອງທ່ຽວພ້ອມກັບພື້ນຖານໂຄງລ່າງຄົມມະນາຄົມຢ່າງສະດວກໃນເຂດເສດຖະກິດທີ່ຂະຫຍັນຂັນເຄື່ອນຂອງເຂດທາງທິດຕາເວັນອອກພາກໃຕ້, ແຂວງ ບ່າເຣ້ຍ - ຫວູງເຕົາ ໄດ້ສ້າງພາບພົດອັນດີງາມກ່ຽວກັບເຂດດິນແດນທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ ແລະ ດຶງດູດຫລາຍໂຄງການລົງທຶນໂດຍກົງຂອງຕ່າງປະເທດ. ມາຮອດປະຈຸບັນ ແຂວງ ບ່າເຣ້ຍ-ຫວູງເຕົາແມ່ນຫນຶ່ງໃນບັນດາທ້ອງຖິ່ນນຳຫນ້າທົ່ວປະເທດກ່ຽວກັບການດຶງດູດການລົງທຶນ (FDI)
ທ່ານຫງວຽນເຕີນເກືອງ, ຮອງຫົວໜ້າພະແນກແຜນການ ບ່າເຣ້ຍ-ຫວຸງເຕົາ(ພາບ:baobariavungtau.com.vn)
|
ບັນດາຕົວເລກທີ່ໜ້າປະທັບໃຈຂ້າງເທິງໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງໝາກຜົນຂອງວຽກງານດຶງດູດການລົງທຶນຂອງແຂວງ ໃນໄລຍະຜ່ານມາ.
ດ້ວຍ 15 ເຂດອຸດສາຫະກຳ, ລວມເນື້ອທີ່ທັງໝົດ ປະມານກວ່າ 8.500 ເຮັກຕາ, ໃນນັ້ນມີ 13 ເຂດອຸດສາຫະກຳ ພວມເຄື່ອນໄຫວດ້ວຍຫຼາຍຮູບແບບຂະແໜງອາຊີບເຊັ່ນ: ໄຟຟ້າ, ແກັສ, ຫຼອມໂລຫະ, ກົນຈັກ, ຕໍ່ເຮືອກ່ຳປັ່ນ, ເຄມີ, ວັດສະດຸກໍ່ສ້າງ, ຜະລິດຝຸ່ນ…, ໃນ ຫຼາຍປີຜ່ານມາແຂວງ ບ່າເຣ້ຍ-ຫວຸງເຕົາ ເປັນສະຖານທີ່ດຶງດູດການລົງທຶນຈາກບັນດາວິສາຫະກິດ ສະຫະລັດອາເມລິກາ, ອັງກິດ, ສ.ເກົາຫຼີ, ຍີ່ປຸ່ນ, ໄຕ້ຫວັນ (ຈີນ), ໄທ, ການາດາ… ອະທິບາຍກ່ຽວກັບຄວາມໝັ້ນຄົງດຶງດູດການລົງທຶນຂອງແຂວງ, ທ່ານຫງວຽນເຕີນເກືອງ, ຮອງຫົວໜ້າພະແນກແຜນການ ບ່າເຣ້ຍ-ຫວຸງເຕົາ, ໃຫ້ຮູ້ວ່າ:
“ມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ເພີ່ມທະວີການເຄື່ອນໄຫວຫນູນຊ່ວຍວິສາຫະກິດ, ຍູ້ແຮງການກໍ່ສ້າງພື້ນຖານໂຄງລ່າງ ສະນັ້ນ ແຂວງ ບ່າເຣ້ຍ - ຫວູງເຕົາ ໄດ້ດຶງດູດໄດ້ຫລາຍໂຄງການ. ອຳນາດການປົກຄອງແຂວງ ຍາມໃດກໍ່ຮ່ວມແຮງຮ່ວມໃຈພ້ອມກັບວິສາຫະກິດໃນໄລຍະເກີດໂລກລະບາດ. ບັນດາອົງການທີ່ມີຫນ້າທີ່ຮັບຜິດຊອບຂອງແຂວງ ກໍ່ສືບຕໍ່ປະຕິບັດບັນດາມາດຕະການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ ແລະ ປັບປຸງລະບຽບການບໍລິຫານ. ບັນດາເຂດອຸດສາຫະກຳຂອງແຂວງ, ບັນດາເຈົ້າຂອງການລົງທຶນ ກໍ່ຍູ້ແຮງການກໍ່ສ້າງພື້ນຖານໂຄງລ່າງ ເພື່ອດຶງດູດໄດ້ຫລາຍໂຄງການລົງທຶນການຜະລິດ ແລະ ເພີ່ມທະວີການເຄື່ອນໄຫວຄຸ້ມຄອງລັດກ່ຽວກັບທີ່ດິນ, ສ້າງເງື່ອນໄຂສະດວກຫນູນຊ່ວຍວິສາຫະກິດພັດທະນາການຜະລິດດຳເນີນທຸລະກິດ”
ຄຽງຄູ່ນັ້ນ, ແຂວງ ບ່າເຣ້ຍ - ຫວູງເຕົາ ກໍ່ຍົກສູງປະສິດທິຜົນວຽກງານສົ່ງເສີມການລົງທຶນ ຈາກນັ້ນ ດຶງດູດໄດ້ກະແສທຶນ FDI ທີ່ມີຄຸນນະພາບສູງ. ແຂວງ ກໍ່ເອົາໃຈໃສ່ພັດທະນາລະບົບທ່າກຳປັ່ນທະເລ, ເຂດການຄ້າເສລີ ແລະ ບັນດາເຂດອຸດສາຫະກຳ. ທ່ານ ຫງວຽນເຕີນເກື່ອງ ຮອງຫົວຫນ້າພະແນກແຜນການ ແລະການລົງທຶນ ແຂວງ ບ່າເຣ້ຍ - ຫວູງເຕົາ ໃຫ້ຮູ້ວ່າ:
“ແຂວງ ສົ່ງເສີມບັນດາວິສາຫະກິດປະຕິບັດການເຄື່ອນໄຫວປ່ຽນໃຫມ່ຕ່ອງໂສ້, ເຕັກໂນໂລຊີການຜະລິດລຸ້ນໃຫມ່ເພື່ອຍົກສູງສະມັດຕະພາບ, ຄຸນນະພາບຜະລິດຕະພັນ ແລະ ປະຢັດພະລັງງານ. ນອກນັ້ນ ແຂວງ ກໍ່ສືບຕໍ່ການເຄື່ອນໄຫວສົ່ງເສີມການລົງທຶນໂດຍມີຈຸດສຸມ, ສຸມໃສ່ບັນດາຄູ່ຮ່ວມມືໃຫຍ່ ແລະ ຂົງເຂດການລົງທຶນ. ການເຄື່ອນໄຫວປະຕິຮູບລະບຽບການບໍລິຫານຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກການນຳແຂວງເພື່ອສ້າງຄວາມສະດວກໃຫ້ແກ່ນັກລົງທຶນມາຊອກຮູ້ ແລະ ຕັດສິນລົງທຶນຢູ່ຫວຽດນາມ”
ທ່ານ ຟ້າມຫວຽດແທງ, ເລຂາພັກແຂວງ ບ່າເຣ້ຍ -ຫວູງເຕົາ (ພາບ:TTXVN)
|
ເພື່ອແນໃສ່ສືບຕໍ່ຍູ້ແຮງການດຶງດູດແຫລ່ງທຶນ FDI, ຄະນະກຳມະການປະຊາຊົນ ແຂວງ ບ່າເຣ້ຍ - ຫວູງເຕົາ ໄດ້ປະກາດໃຊ້ແຜນການດຳເນີນງານສືບຕໍ່ຜັນຂະຫຍາຍບັນດາຫນ້າທີ່, ມາດຕະການ ຕົ້ນຕໍ ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດແກ້ງແຍ່ງແຫ່ງຊາດປີ 2022.
ໃນໄລຍະ 2021 – 2025, ແຂວງ ບ່າເຣ້ຍ -ຫວູງເຕົາ ສຸມໃສ່ສຳຫລວດກວດກາ, ດັບປັບການວາງແຜນກຳນົດຕາມທິດດຶງດູດການລົງທຶນໂດຍມີການຄັດເລືອກ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ນຳໃຊ້ທີ່ດິນຢ່າງມີປະສິດທິຜົນ ແລະ ສ້າງບັນດາກຸ່ມອຸດສາຫະກຳຕິດພັນນຳກັນ, ສ້າງແຫລ່ງສິນຄ້າໃຫ້ລະບົບທ່າກຳປັ່ນ ກາຍແມັບ - ທິຫວາຍ, ປະຕິບັດການປັບປຸງຂະແຫນງ, ອາຊີບ ເພື່ອແນໃສ່ດຶງດູດການລົງທຶນເຂົ້າແຂວງ. ມີເຂດອຸດສາຫະກຳຫລາຍແຫ່ງ ໄດ້ປະຕິບັດການກໍ່ສ້າງພື້ນຖານໂຄງລ່າງຕາມທິດທັນສະໄຫມ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການກໍ່ສ້າງໂຮງຈັກໂຮງງານຂອງບັນດານັກລົງທຶນສາກົນທີ່ເຄັ່ງຄັດຕໍ່ຄຸນນະພາບຄື: ເຂດອຸດສາຫະກຳລົງເລິກ ຟູໝີ 3, ເຂດອຸດສາຫະກຳ ເດີດດໍ໋ 1, ເຂດອຸດສາຫະກຳ Sonadezi ເຈົາດຶກ.. ທ່ານ ຟ້າມຫວຽດແທງ, ເລຂາພັກແຂວງ ບ່າເຣ້ຍ -ຫວູງເຕົາ ຢືນຢັນວ່າ:
“ໃນຍຸດທະສາດພັດທະນາຂອງຕົນ, ບ່າເຣ້ຍ -ຫວູງເຕົາ ກຳນົດທິດແຜນນະໂຍບາຍຢ່າງຈະແຈ້ງແມ່ນເອົາໃຈໃສ່ຈຸດສຸມເຖິງເລື່ອງຮ່ວມສຳພັນເຂດ. ພວກຂ້າພະເຈົ້າຖືວ່າ ປະຈຸບັນແມ່ນກາລະໂອກາດເພື່ອໃຫ້ແຂວງ ວາງແຜນກຳນົດຢ່າງມີແບບມີແຜນ, ເຮັດແນວໃດນຳໃຊ້ເຂດເສດຖະກິດໃຫມ່ຢ່າງມີປະສິດທິຜົນ”
ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງເປີດເຜີຍ, ໂປ່ງໃສຂໍ້ມູນ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການ, ລະບົບພື້ນຖານໂຄງລ່າງຢ່າງສົມບູນ, ທີ່ຕັ້ງດ້ານພູມສາດສະດວກ ແມ່ນບັນດາທ່າໄດ້ປຽບຂອງ ແຂວງ ບ່າເຣ້ຍ - ຫວູງເຕົາ ເຮັດໃຫ້ບັນດານັກລົງທຶນຕ່າງປະເທດ ຍາມໃດກໍ່ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນຢູ່ ແຂວງ. ນະໂຍບາຍຂອງແຂວງ ໄດ້ ແລະ ພວມດຶງດູດກະແສເງິນລົງທຶນຈາກຕ່າງປະເທດຢ່າງບໍ່ຢຸດຢັ້ງ, ຊ່ວຍ ບ່າເຣ້ຍ - ຫວູງເຕົາ ຍາມໃດກໍ່ຮັກສາທີ່ຕັ້ງແມ່ນນອນໃນ TOP ນຳຫນ້າກຸ່ມດຶງດູດທຶນ FDI ໃນທົ່ວປະເທດ.




