(VOVWORLD) - ໄລ່ມາຮອດເດືອນ ກັນຍາ ປີນີ້, ຢູ່ແຂວງ ຮຶງອຽນ ໄດ້ມີ 114 ໂຄງການລົງທຶນໃຫມ່, ເພີ່ມຂຶ້ນ 48 ໂຄງການເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຈຳນວນທຶນໃຫມ່ ແລະ ດັດປັບແມ່ນເພີ່ມຂຶ້ນ 1,7 ຕື້ USD, ສູງກວ່າໝູ່ນັບແຕ່ກ່ອນມາຮອດປະຈຸບັນ. ໃນນັ້ນ ມີເກືອບ 600 ໂຄງການລົງທຶນໂດຍກົງຂອງຕ່າງປະເທດ (FDI) ດ້ວຍຍອດຈຳນວນທຶນຈົດທະບຽນກວ່າ 7,6 ຕື້ USD. ແຂວງ ຮຶງອຽນ ພວມກາຍເປັນຈຸດເດັ່ນໃນການດຶງດູດການລົງທຶນໂດຍກົງຂອງຕ່າງປະເທດໃນທົ່ວປະເທດ.
ເຂດອຸດສາຫະກຳ ທັງລອງ 2 ແຂວງ ຮຶງອຽນ ລວມມີເກືອບ 100 ໂຄງການ FDI. (ພາບ:ອົງຄະນະພັກ ແຂວງ ຮຶງອຽນ) |
ໄລຍະຜ່ານມາ, ພື້ນຖານໂຄງລ່າງຄົມມະນາຄົມໂດຍແຂວງ ຮຶງອຽນ ລົງທຶນຢ່າງໃຫຍ່ຫລວງ ດ້ວຍຍອດຈຳນວນໂຄງການ ແລະ ຂອບຂະຫນາດໃຫຍ່ສຸດນັບແຕ່ກ່ອນມາຮອດປະຈຸບັນ. ພິເສດ ແຂວງ ຮຶງອຽນ ໄດ້ສ້າງສະພາບແວດລ້ອມດຳເນີນທຸລະກິດທີ່ເປັນມິດ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນໃນບັນດາລະບຽບການດ້ານບໍລິຫານ. ທ່ານ ເຈີນກວັກວັນ, ປະທານ ຄະນະກຳມະການປະຊາຊົນ ແຂວງ ຮຶງອຽນ ໃຫ້ຂໍ້ສັງເກດວ່າ:
“ລັກສະນະໂປ່ງໃສ, ຫລຸດຜ່ອນລາຍຈ່າຍບໍ່ເປັນທາງການ, ບຳລຸງສ້າງແຫລ່ງຊັບພະຍາກອນມະນຸດ, ຫນູນຊ່ວຍດ້ານນິຕິກຳໃຫ້ແກ່ວິສາຫະກິດ ແລະ ເຂົ້າຮ່ວມຕະຫລາດ. ເມື່ອວິສາຫະກິດລົງມາທ້ອງຖິ່ນ ລ້ວນແຕ່ໄດ້ຮັບການຫນູນຊ່ວຍດ້ານນິຕິກຳ, ລາຍຈ່າຍບໍ່ເປັນທາງການໄປຄຽງຄູ່ກັບລັກສະນະໂປ່ງໃສສູງ, ເວລາເຮັດລະບຽບການເຂົ້າຮ່ວມຕະຫລາດແມ່ນສັ້ນທີ່ສຸດ”.
ບັນດາຄວາມມານະພະຍາຍາມໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນຢູ່ແຂວງ ຮຶງອຽນ ລ້ວນແຕ່ໄດ້ຮັບການຕີລາຄາສູງຈາກນັກລົງທຶນ. ບໍລິສັດ Shinhwa Contech ຮຶງອຽນ ຈຳກັດ ແມ່ນວິສາຫະກິດ ສ.ເກົາຫລີ ໃຫ້ຮູ້ວ່າ: ເວລາອອກຫນັງສືອະນຸຍາດໃຫ້ລົງທຶນ ຮອດເວລາກໍ່ສ້າງໂຮງງານ ແລະ ນຳເຂົ້າເຄື່ອນໄຫວ ພຽງແຕ່ໃຊ້ເວລາສັ້ນທີ່ສຸດ, ລະບຽບການກໍ່ວ່ອງໄວກະທັດລັດ ແລະ ນັກລົງທຶນມີຄວາມພຶງພໍໃຈ. ທ່ານ Ha Young Soo ຜູ້ອຳນວຍການໃຫຍ່ບໍລິສັດ ໃຫ້ຮູ້ວ່າ:
“ບໍລິສັດພວກຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ທ່ານປະທານຄະນະກຳມະການປະຊາຊົນແຂວງ, ທຸກຄະນະ, ຂະແຫນງການກ່ຽວຂ້ອງ ແລະ ຄະນະຄຸ້ມຄອງເຂດອຸດສາຫະກຳ ທີ່ໄດ້ຕັ້ງຫນ້າຫນູນຊ່ວຍໃຫ້ແກ່ພວກຂ້າພະເຈົ້າ. ໂຮງງານຂອງພວກຂ້າພະເຈົ້າຢູ່ແຂວງ ຮຶງອຽນ ຕັດສິນໃຈລົງທຶນເພື່ອຜະລິດເຄື່ອງອາໄຫລ່ລົດໂອໂຕ ແລະ ໃນອະນາຄົດຈະເປີດກວ້າງຂອບຂະຫນາດ, ນຳເຂົ້າເຄື່ອນໄຫວອີກຫລາຍໂຮງງານ ເພື່ອສາມາດໝູນໃຊ້ໄດ້ເງື່ອນໄຂສະດວກດ້ານທີ່ຕັ້ງທີ່ດີຂອງແຂວງ ຮຶງອຽນ ໃຫ້ໄດ້ຫຼາຍທີ່ສຸດ”.
ທ່ານ ເລກວັກວັນ, ຮອງເລຂາພັກແຂວງ ຮຶງອຽນ. (ພາບ:Ngô Trần/VTC News) |
ໄລຍະຈະມາເຖິງ, ແຂວງ ຈະສືບຕໍ່ສຸມໃສ່ປ່ຽນໃຫມ່, ຍົກສູງປະສິດທິຜົນວຽກງານດຶງດູດການລົງທຶນ, ພິເສດແມ່ນບັນດານັກລົງທຶນໃຫຍ່; ໃຫ້ບຸລິມະສິດດຶງດູດບັນດາຂະແຫນງເຕັກໂນໂລຊີສູງ, ເປັນມິດກັບສິ່ງແວດລ້ອມ, ມູນຄ່າເພີ່ມສູງ, ຍົກສູງປະສິດທິຜົນດ້ານເສດຖະກິດຢູ່ບັນດາເຂດອຸດສາຫະກຳ, ເພີ່ມອັດຕາສ່ວນໂຄງການລົງທຶນຢູ່ບໍລິເວນແຂວງ. ພ້ອມກັນນັ້ນ ແຂວງ ກໍ່ຈະສົມທົບພັດທະນາຕາມລວງກວ້າງ ກັບການພັດທະນາຕາມທິດລວງເລິກໃນບັນດາເຂດອຸດສາຫະກຳ ເພື່ອເພີ່ມລັກສະນະແກ່ງແຍ້ງແຫ່ງຊາດ ແລະ ສາກົນ, ສ້າງບັນດາເຂດຮ່ວມສຳພັນຂະແຫນງທີ່ມີຂອບຂະຫນາດໃຫຍ່; ຍູ້ໄວຄວາມຄືບຫນ້າການກໍ່ສ້າງພື້ນຖານໂຄງລ່າງບັນດາເຂດອຸດສາຫະກຳໃຫຍ່ ບົນພື້ນຖານຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງ, ສ້າງບາດກ້າວບຸກທະລຸກ່ຽວກັບການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ, ກໍ່ສ້າງ ຮຶງອຽນ ໃຫ້ເປັນຈຸດນັດພົບການລົງທຶນອັນດູດດຶ່ມ.




