(VOVWORLD) - ໃນປີຜ່ານມາ, ຫວຽດນາມ ດຶງດູດເງິນລົງທຶນໂດຍກົງຂອງຕ່າງປະເທດ (FDI) ໄດ້ກວ່າ 38,23 ຕື້ USD, ນອນໃນຈຳນວນ 15 ປະເທດພວມພັດທະນາທີ່ດຶງດູດ FDI ໃຫຍ່ທີ່ສຸດໃນໂລກ. ເປັນຫນ້າສົນໃຈ, ຈຳນວນທຶນ FDI ລົງທຶນເຂົ້າຂົງເຂດເຕັກໂນໂລຊີພວມນັບມື້ນັບເພີ່ມຂຶ້ນ, ຢັ້ງຢືນທິດກ້າວເດີນອັນຖືກຕ້ອງຂອງ ຫວຽດນາມ ໃນການດຶງດູດແຫລ່ງທຶນ FDI ໃຫມ່ ທີ່ມີຄຸນນະພາບສູງ.
ທ່ານ Jensen Huang, ປະທານກຸ່ມບໍລິສັດ NVIDIA (ອາເມລິກາ). (ພາບ:VGP) |
ທ້າຍປີກາຍ, ຫວຽດນາມ ກາຍເປັນສະຖານທີ່ເປັນຫນ້າສົນໃຈຂອງ ຂົງເຂດ ເຕັກໂນໂລຊີທົ່ວໂລກ ເມ່ືອທ່ານ Jensen Huang ປະທານ Nvidia (ອາເມລິກາ), ຊື່ງແມ່ນກຸ່່ມບໍລິສັດອອກແບບ, ຜະລິດ ຊິບເຄິ່ງຊັກນຳໄຟຟ້າໃຫຍ່ສຸດຂອງໂລກ ໄດ້ມາ ຫວຽດນາມ ເຊັນຂໍ້ຕົກລົງຮ່ວມມືກັບລັດຖະບານ ຫວຽດນາມ ສ້າງຕັ້ງສູນຄົ້ນຄ້ວາ ແລະ ພັດທະນາປັນຍາປະດິດ (AI) ແລະ ສູນຖານຂໍ້ມູນ AI ຢູ່ ຫວຽດນາມ. ໃນສານທີ່ຍົກອອກມາຢູ່ ຫວຽດນາມ, ທ່ານ Jensen Huang ຢືນຢັນ: ຈະເຮັດໃຫ້ ຫວຽດນາມ ກາຍເປັນ “ເຮືອນແຫ່ງທີສອງຂອງ Nvidia” ພ້ອມທັງຍ້ອງຍໍບັນດາຄວາມສາມາດບົ່ມຊ້ອນອັນໃຫຍ່ຫລວງຂອງ ຫວຽດນາມ, ພິເສດ ແມ່ນແຫລ່ງຊັບພະຍາກອນມະນຸດເຕັກໂນໂລຊີສູງ.
ຕາມທ່ານ ເຈີນກວັກເຟືອງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລ້ວ, ເຫດການທີ່ Nvidia ສ້າງຕັ້ງຈຸດຈັ້ງສຳຄັນຂອງກຸ່ມບໍລິສັດນີ້ຢູ່ ຫວຽດນາມ ໃນການດຶງດູດບັນດາແຫລ່ງເງິນລົງທຶນໂດຍກົງຂອງຕ່າງປະເທດເຂົ້າໃນຂົງເຂດເຕັກໂນໂລຊີສູງ ແມ່ນການຢັ້ງຢືນຄວາມໄວ້ເນື້ອເຊື່ອໃຈຂອງບັນດານັກລົງທຶນສາກົນສຳລັບບັນດາການປ່ຽແປງອັນຕັ້ງຫນ້າ. ທ່ານຮອງລັດຖະມົນຕີ ເຈີນກວັກເຟືອງໃຫ້ຮູ້ວ່າ:
“ກ່ຽວກັບແຫລ່ງຊັບພະຍາກອນມະນຸດ, ພວກເຮົາໄດ້ກຽມພ້ອມແລ້ວ. ກະຊວງແຜນການ ແລະ ການລົງທຶນ ກໍ່ໄດ້ຮັບຫນ້າທີ່ບຳລຸງສ້າງນັກວິສະວະກອນ, ແຮງງານ 50.000 ຄົນທີ່ມີຄຸນນະພາບສູງໃນຂົງເຂດເຕັກໂນໂລຊີສູງ ແລະ ເຄິ່ງຊັກນຳໄຟຟ້າ. ເລື່ອງເຂົ້າຮ່ວມບັນດາລະບົບສະຫນອງ, ລະບົບຜະລິດ ຈະປັບປຸງໄດ້ທີ່ຕັ້ງບົດບາດຂອງ ຫວຽດນາມ ບົນເວທີສາກົນ ແມ່ນປະຖົມປັດໄຈພື້ນຖານເພື່ອເຂົ້າຮ່ວມບັນດາລະບົບໃນເສດຖະກິດ ແລະ ການຜະລິດດຳເນີນທຸລະກິດ”.
ຕາມຕົວເລກຂອງກະຊວງແຜນການ ແລະ ການລົງທຶນແລ້ວ, ໃນປີຜ່ານມາ ຫວຽດນາມ ໄດ້ດຶງດູດທຶນ FDI 38,23 ຕື້ USD, ນອນໃນ TOP 15 ປະເທດພວມພັດທະນາທີ່ດຶງດູດທຶນ FDI ໃຫຍ່ທີ່ສຸດຂອງໂລກ, ທຶນ FDI ປະຕິບັດແມ່ນປະມານ 25,35 ຕຶ້ USD, ເພິ່ມຂຶ້ນ 9,4% ແມ່ນລະດັບສູງສຸດນັບແຕ່ກ່ອນມາຮອດປະຈຸບັນ, ມູນຄ່າເຄື່ອງໝາຍການຄ້າແຫ່ງຊາດປີຜ່ານມາ ບັນລຸ 507 ຕື້ USD, ຈັດຢູ່ອັນດັບທີ 32 ຂອງໂລກ, ຫຍັບຂຶ້ນ 1 ຂັ້ນເມື່ອທຽບໃສ່ປີ 2023. ທ່ານ ດ່າວງອັກຕຽນ ຮອງຜູ້ອຳນວຍການມະຫາວິທະຍາໄລການຄ້າຕ່າງປະເທດ ໃຫ້ຂໍ້ສັງເກດວ່າ: ບັນດາຕົວເລກດັ່ງກ່າວຊີ້ໃຫ້ເຫັນຍຸດທະສາດດຶງດູດການລົງທຶນທີ່ມີຄຸນນະພາບສູງຂອງ ຫວຽດນາມ ພວມໄປຖືກທິດ.
ເມື່ອໃຫ້ຂໍ້ສັງເກດກ່ຽວກັບທ່າອ່ຽງໃນໄລຍະຈະມາເຖິງ, ທ່ານ ຫວູກວັກຮູຍ, ຜູ້ອຳນວຍການສູນນະວັດຕະກຳແຫ່ງຊາດ (NIC), ຖືວ່າ ໃນປີຜ່ານມາ ແລະ ມຸ່ງໄປເຖິງຊຸມປີຕໍ່ໄປ, ກະແສທຶນ FDI ລົງທຶນເຂົ້າມາ ຫວຽດນາມ ຈະນັບມື້ນັບໄດ້ຮັບການຄັດເລືອກຢ່າງລະອຽດກວ່າ ຕາມທິດບຸລິມະສິດໂຄງການ FDI ເຕັກໂນໂລຊີສູງ, ເຕັກໂນໂລຊີ source (source technology) ແລະ ສ້າງການແຜ່ຂະຫຍາຍໄປຍັງເຂດພາຍໃນປະເທດ. ເພື່ອຊຸກຍູ້ໄດ້ທ່າອ່ຽງນີ້, NIC ໄດ້ກະກຽມຫລາຍຍຸດທະສາດໃຫຍ່ກ່ຽວກັບການພັດທະນາແຫລ່ງຊັບພະຍາກອນມະນຸດ ແລະ ກໍ່ສ້າງລະບົບນິເວດເຕັກໂນໂລຊີສູງ. ທ່ານ ຫວູກວັກຮູຍ ແບ່ງປັນວ່າ:
“ພວກຂ້າພະເຈົ້າພວມສ້າງໄດ້ລະບົບບັນດາຄູ່ຮ່ວມມືໃຫຍ່ໃນລະບົບນິເວດ, ລວມມີຫລາຍວິສາຫະກິດ, ກຸ່ມບໍລິສັດພາຍໃນປະເທດ, ກຸ່ມບໍລິສັດສາກົນ ແລະ ຫລາຍກອງທຶນ, ອົງການຈັດຕັ້ງຫນູນຊ່ວຍນະວັດຕະກຳ ແລະ ລະບົບບັນດາກົນໄກຄຸ້ມຄອງແຫ່ງລັດ. ທັງໝົດການເຊື່ອມຕໍ່ເປັນລະບົບນິເວດນະວັດຕະກຳ, ສ້າງເປັນການຮ່ວມມືທີ່ມີປະສິດທິຜົນ ແລະ ບັນດາເຕັກໂນໂລຊີຊຸກຍູ້ເລື່ອງຫັນບັນດາຜະລິດຕະພັນໃຫມ່ເປັນການຄ້າ, ສອດຄ່ອງກັບຂົງເຂດຈຸດສຸມກໍ່ຄືການປະຕິວັດອຸດສາຫະກຳຄັ້ງທີ 4”.
ຕາມບັນດາຜູ້ຊ່ຽວຊານແລ້ວ, ບໍ່ພຽງແຕ່ແມ່ນຈຳນວນທຶນ, ສິ່ງສຳຄັນແມ່ນແຫລ່ງກຳລັງລົງທຶນຂອງຕ່າງປະເທດເຂົ້າມາ ຫວຽດນາມ ໄດ້ມີບາດກ້າວຫັນປ່ຽນໃຫຍ່. ນັ້ນແມ່ນຂົງເຂດເຕັກໂນໂລຊີສູງ, ເຕັກໂນໂລຊີ source (source technology), ນຳ ຫວຽດນາມ ກ້າວຂຶ້ນຂັ້ນສູງກວ່າໃນລະບົບມູນຄ່າທົ່ວໂລກໃນໄລຍະພັດທະນາໃຫມ່ເປັນເທື່ອລະກ້າວ.




