logo

ດົ່ງ​ທາບ ສ້າງຄືນ​ໂຄງ​ປະ​ກອບ​ ກຸ່ມ​ກຳ​ປັ່ນ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳຕາມ​ທິດ​ຍືນ​ຍົງ

2026/2/13 | 07:52:06
(VOVWORLD) - ເປົ້າໝາຍຂອງແຜນຮ່າງແມ່ນຫັນປ່ຽນບັນດາອາຊີບຂຸດຄົ້ນທີ່ມີຜົນກະທົບໃຫຍ່ຕໍ່ແຫຼ່ງຜົນປະໂຫຍດສິນໃນນ້ຳ, ສິ່ງແວດລ້ອມ ແລະ ລະບົບຊີວະນາໆພັນ ໄປເປັນບັນດາອາຊີບຂຸດຄົ້ນທີ່ເປັນມິດ ແລະ ຍືນຍົງກວ່າ
ກຳປັ່ນຫາປາຂອງປະຊາຊົນ (ພາບ: baocantho.com.vn)

ຄະນະກຳມະການປະຊາຊົນແຂວງ ດົ່ງທາບພວມຜັນຂະຫຍາຍແຜນການ ປະຕິບັດ “ແຜນຮ່າງຫັນປ່ຽນອາຊີບຂຸດຄົ້ນສິນທະເລຈຳນວນໜຶ່ງທີ່ມີຜົນກະທ້ອນຕໍ່ແຫຼ່ງຜົນປະໂຫຍດ ແລະ ສະພາບແວດລ້ອມຊີວະນາໆພັນ” ໃນບໍລິເວນແຂວງ, ເພື່ອແນໃສ່ສ້າງໂຄງປະກອບກຸ່ມກຳປັ່ນຂຸດຄົ້ນສິນໃນນ້ຳຄືນໃໝ່ ຕາມທິດຍືນຍົງ, ເປັນມິດກັບສິ່ງແວດລ້ອມ. ເປົ້າໝາຍຂອງແຜນຮ່າງແມ່ນຫັນປ່ຽນບັນດາອາຊີບຂຸດຄົ້ນທີ່ມີຜົນກະທົບໃຫຍ່ຕໍ່ແຫຼ່ງຜົນປະໂຫຍດສິນໃນນ້ຳ, ສິ່ງແວດລ້ອມ ແລະ ລະບົບຊີວະນາໆພັນ ໄປເປັນບັນດາອາຊີບຂຸດຄົ້ນທີ່ເປັນມິດ ແລະ ຍືນຍົງກວ່າ; ພ້ອມທັງຫັນປ່ຽນສ່ວນໜຶ່ງກຸ່ມກຳປັ່ນຫາປາໄປຍັງຂົງເຂດອື່ນເພື່ອຄ່ອຍໆສ້າງຄວາມດຸ່ນດ່ຽງຄືນໃໝ່ໃນຄວາມສາມາດຂຸດຄົ້ນທີ່ເໝາະສົມກັບປະລິມານແຫຼ່ງຜົນປະໂຫຍດ. ຜ່ານນັ້ນ, ກໍ່ຍົກສູງສະມັດຕະພາບ, ຄຸນນະພາບ ແລະ ປະສິດທິຜົນໃນການເຄື່ອນໄຫວຂອງກຸ່ມກຳປັ່ນຫາປາ, ຮັບປະກັນ 100% ຊາວປະມົງທີ່ຫັນປ່ຽນອາຊີບໄດ້ມີວຽກເຮັດງານທຳ ແລະ ລາຍຮັບເປັນປົກກະຕິ, ປະກອບສ່ວນຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU).


TAG
VOV/VOVworld/IUU/ຊາວ​ປະ​ມົງ/ການ​ຫາ​ປາ/ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ