logo

ດັດຊະນີກຳລັງຄວາມສາມາດແກ້ງແຍ້ງຂັ້ນແຂວງ PCI: ຄວາມຮຽກຮ້ອງໃນສະພາບການໃຫມ່

2025/6/3 | 11:00:00

(VOVWORLD) - ກຳລັງຄວາມສາມາດແກ້ງແຍ້ງຂັ້ນແຂວງ (PCI), ດັດຊະນີວັດແທກ ແລະ ການຕີລາຄາສະພາບຕົວຈິງດ້ານຄຸນນະພາບການບໍລິຫານເສດຖະກິດຂອງບັນດາແຂວງ, ນະຄອນ ຢູ່ ຫວຽດນາມ ໂດຍສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ສົມທົບກັບບັນດາອົງການພັດທະນາສາກົນ ອາເມລິກາ (USAID) ປະຈຳ ຫວຽດນາມ, ປະຕິບັດແຕ່ປີ 2005. ພາຍຫລັງ 20 ປີ ດັດຊະນີນີ້ນັບມື້ນັບກຳນົດໄດ້ບົດບາດ ແລະ ຄຳຮຽກຮ້ອງຕ້ອງການສູງກວ່າ ໃນສະພາບການໃຫມ່ ດ້ວຍເປົ້າໝາຍປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຊຸກຍູ້ຄາດໝາຍການເຕີບໂຕດ້ານເສດຖະກິດ.

ຫາຍຟ່ອງ ເປັນຄັ້ງທຳອິດບືນຕົວຂຶ້ນນຳຫນ້າໃນຕາຕະລາງຈັດອັນດັບ PCI.(ພາບ: VOV)

ຕົວຈິງໃນໄລຍະຜ່ານມາ, PCI ໄດ້ຮ່ວມເດີນທາງກັບການປະຕິຮູບການບໍລິຫານເສດຖະກິດຂອງບັນດາທ້ອງຖິ່ນ, ຊຸກຍູ້ການປະຕິຮູບສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂັ້ນຮາກຖານ. ຜ່ານນັ້ນ ກໍ່ຊຸກຍູ້ການພັດທະນາຂອງເສດຖະກິດພາກເອກະຊົນຢູ່ບັນດາທ້ອງຖິ່ນ. ທ່ານ ເດົາແອງຕວນ ຮອງເລຂາທິການ ທັງເປັນຫົວຫນ້າຄະນະກົດໝາຍສະຫະພັນການຄ້າອຸດສາຫະກຳ ຫວຽດນາມ (VCCI), ໃຫ້ຂໍ້ສັງເກດວ່່າ:

 “ພັກ, ສະພາແຫ່ງຊາດ, ລັດຖະບານ ໄດ້ມີບັນດານະໂຍບາຍສຳຄັນທີ່ສຸດ ພິເສດແມ່ນມະຕິໃຫມ່ 2 ສະບັບ: ມະຕິເລກທີ 66 ກ່ຽວກັບການສ້າງ ແລະ ປະຕິບັດກົດໝາຍ, ມະຕິເລກທີ 68 ກ່ຽວກັບການພັດທະນາເສດຖະກິດພາກເອກະຊົນ. ດັດຊະນີ PCI ປະກອບສ່ວນຕີລາຄາລະດັບການປະຕິບັດບັນດານະໂຍບາຍນີ້ໃນສະພາບຕົວຈິງ. PCI ແມ່ນສຽງເວົ້າຂອງປະຊາຄົມວິສາຫະກິດ ຈາກຂັ້ນຮາກຖານ ແລະ ຜັນຂະຫຍາຍການປະຕິບັດມະຕິ. ປະຊາຄົມວິສາຫະກິດລໍຄອຍຈາກດັດຊະນີ PCI”.         ໝາກຜົນ PCI ປີ 2024 ຫາກໍ່ປະກາດຫວ່າງແລ້ວນີ້ ສາມາດຊີ້ໃຫ້ເຫັນແຈ້ງເຖິງ ການຫັນປ່ຽນຕົນເອງ, ຄວາມມານະພະຍາຍາມ ແລະ ການປະດິດຄິດສ້າງໃນການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງບັນດາທ້ອງຖິ່ນ. PCI ສືບຕໍ່ສະແດງໃຫ້ເຫັນຄວາມມຸ່ງມາດປາດຖະຫນາຂອງວິສາຫະກິດ, ຮຽກຮ້ອງອຳນາດການປົກຄອງທ້ອງຖິ່ນເພີ່ມທະວີການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງ. ທ່ານ ຟ້າມເຕີນກົງ, ປະທານ VCCI ເນັ້ນຫນັກວ່າ:

“ດັດຊະນີ PCI ຕົ້ນ, ດັດຊະນີສ່ອງແສງຄຸນນະພາບການບໍລິຫານເສດຖະກິດຫລັກ ແມ່ນໄດ້ຮັບການປັບປຸງຢ່າງລຽນຕິດນັບແຕ່ປີ 2016 ມາຮອດປະຈຸບັນ.ນີ້ແມ່ນໝາກຜົນຂອງການມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ຄວາມຕັ້ງໝັ້ນໃນການປະຕິຮູບຂອງຫລາຍທ້ອງຖິ່ນ”.

    ຍ້ອນມີດັດຊະນີ PCI, ບັນດາວິສາຫະກິດ ເປັນຕົ້ນແມ່ນບັນດາວິສາຫະກິດຕ່າງປະເທດ ໄດ້ມີຄວາມເຊື່ອໝັ້ນ ແລະ ກຳລັງຫນູນຕື່ມອີກ ເພື່ອເພີ່ມທະວີການລົງທຶນເຂົ້າ ຫວຽດນາມ. ທ່ານ Akira Kuei, ຮອງຜູ້ອຳນວຍການດ້ານການຜະລິດ ບໍລິສັດ USI VIETNAM ຈຳກັດ (ເຂດອຸດສາຫະກຳ ນາມດີ່ງຫວູ, ນະຄອນ ຫາຍຟ່ອງ) ຕີລາຄາສູງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ ຫາຍຟ່ອງ, ທ້ອງຖິ່ນນຳຫນ້າໃນການຈັດອັນດັບປີ 2024.

“ໃນວິວັດການປະຕິບັດໂຄງການຢູ່ ຫາຍຟ່ອງ, ພວກຂ້າພະເຈົ້າໄດ້ຮັບຄວາມເອົາໃຈໃສ່ຊ່ວຍເຫລືອຂອງອຳນາດການປົກຄອງນະຄອນ. ພິເສດ ໃນການປະຕິບັດບັນດາລະບຽບການລົງທຶນ, ປະຕິບັດໂຄງການ. ສະນັ້ນ ເລື່ອງກໍ່ສ້າງໂຮງງານຂອງພວກຂ້າພະເຈົ້າຢູ່ ຫາຍຟ່ອງ ແລະ ບັນດາຂັ້ນຕອນການຜະລິດແມ່ນສະດວກທີ່ສຸດ”.

ໂດຍແມ່ນວິສາຫະກິດ ຫວຽດນາມ ມີວິວັດາການດຳເນີນທຸລະກິດຍາວນານ ແລະ ເຂົ້າຮ່ວມການສຳຫລວດດັດຊະນີ PCI ເປັນປະຈຳແຕ່ຊຸມປີທຳອິດ, ທ່ານ ເທີນດຶກຫວຽດ ຜູ້ອຳນວຍການໃຫຍ່ ບໍລິສັດຕັດຫຍິບເລກ  10 ຕີລາຄາວ່າ:

“ມາດຖານການຕີລາຄາຂອງດັດຊະນີກຳລັງຄວາມສາມາດແກ້ງແຍ້ງຂັ້ນແຂວງ PCI ໄດ້ແຜ່ຂະຫຍາຍໄປຍັງທັງໝົດແຂວງ ນະຄອນ. ບັນດາທ້ອງຖິ່ນ ໄດ້ມີການປ່ຽນແປງອັນໃຫຍ່ຫລວງ ເພື່ອສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງສະດວກໃຫ້ແກ່ປະຊາຄົມວິສາຫະກິດ”.

ທ່ານ ເດົ້າແອັງຕວນ, ຮອງເລຂານຸການ ທັງເປັນຫົວຫນ້າ ຄະນະກົດໝາຍ ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ ກ່າວຄຳເຫັນທີ່ພິທີປະກາດບົດລາຍງານດັດຊະນີກຳລັງຄວາມສາມາດແກ້ງແຍ່ງຂັ້ນແຂວງ ປີ 2024. (ພາບ:Nguyễn Hoà/congthuong.vn)

ໃນສະພາບການໃຫມ່ ດ້ວຍຄວາມຫວັງການເຕີບໂຕໃຫມ່, ພິເສດ ແມ່ນແຜນນະໂຍບາຍຂອງລັດຖະບານ ຫວຽດນາມ ສົ່ງເສີມທຸກພາກສ່ວນເສດຖະກິດເຂົ້າຮ່ວມການລົງທຶນ, ດຳເນີນທຸລະກິດຢ່າງສະເຫມີພາບ, ບັນດາແຂວງ, ນະຄອນ ມານະພະຍາຍາມປ່ຽນແປງໃຫມ່, ປະດິດຄິດສ້າງໃນການບໍລິຫານເສດຖະກິດ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຊຸກຍູ້ການເຕີບໂຕ. ດັດຊະນີ PCI ກໍ່ພວມຢູ່ໃນຈຸດເວລາພິເສດ, ຈຸດເວລາປີດຮອບວຽນ 20 ປີແຫ່ງການປະຕິຮູບ ພ້ອມກັບທົ່ວປະເທດເປີດປະຕູໃຫ້ແກ່ສັງກາດພັດທະນາໃຫມ່ ຊື່ງແມ່ນບ່ອນທີ່ປະສິດທິຜົນການບໍລິຫານ ແລະ ນະວັດຕະກຳຈະແມ່ນກຳລັງຫນູນຫລັກໃຫ້ແກ່ການເຕີບໂຕ.

TAG
VOV/VOVworld/ດັດຊະນີ PCI/ສັງກາດພັດທະນາໃຫມ່/ການປະຕິຮູບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ