logo

ດົນ​ຕີ​ເຊື່ອມ​ຕໍ່​ເພື່ອນ​ມິດ​ສາ​ກົນ​ໃນ “ທຳ​ນອງ​ເພງ​ມິດ​ຕະ​ພາບ” ຢູ່​ນະ​ຄອນ ໂຮ່​ຈີ​ມິນ

2026/2/11 | 10:36:35
(VOVWORLD) -   ລາຍການສະແດງສິລະປະ “ທຳນອງເພງມິດຕະພາບ” ໄດ້ດຳເນີນໃນຕອນຄ່ຳວັນທີ 10 ກຸມພາ ຢູ່ນະຄອນ ໂຮ່ຈີມິນ, ປະກອບສ່ວນແຜ່ກະຈາຍນ້ຳໃຈສາມັກຄີ, ມິດຕະພາບສາກົນ, ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ແລະ ຕ້ອນຮັບລະດູບານໃໝ່ປີມະເມຍ 2026.
ລາຍການໄດ້ແນະນຳຫຼາຍລາຍການສະແດງສິລະປະທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳ ຫວຽດນາມ ແລະ ບັນດາປະເທດ (ພາບ:  VOV)

   ລາຍການສະແດງສິລະປະ “ທຳນອງເພງມິດຕະພາບ” ໄດ້ດຳເນີນໃນຕອນຄ່ຳວັນທີ 10 ກຸມພາ ຢູ່ນະຄອນ ໂຮ່ຈີມິນ, ປະກອບສ່ວນແຜ່ກະຈາຍນ້ຳໃຈສາມັກຄີ, ມິດຕະພາບສາກົນ, ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ແລະ ຕ້ອນຮັບລະດູບານໃໝ່ປີມະເມຍ 2026.

ເມື່ອກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງ ຮ່າແທັງ, ປະທານສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ ລາຍການໄດ້ຝາກຝັງສານກ່ຽວກັບຄວາມຄາດຫວັງສັນຕິພາບ, ພັດທະນາຢ່າງວັດທະນາຖາວອນ, ສະແດງໃຫ້ເຫັນນ້ຳໃຈມິດຕະພາບ ແລະ ການຜູກພັນກັນຢ່າງແໜ້ນແຟ້ນລະຫວ່າງ ນະຄອນ ໂຮ່ຈີມິນ ກັບເພື່ອນມິດສາກົນ. ໃນຈົດໝາຍ, ສານອວຍພອນ, ເພື່ອນມິດສາກົນໄດ້ຕີລາຄາສູງບົດບາດນຳພາຂອງພັກກອມມູນິດ ຫວຽດນາມ, ກໍຄືຮັບຮູ້ທີ່ຕັ້ງທີ່ນັບມື້ນັບສູງຂອງ ຫວຽດນາມ ບົນເວທີສາກົນ.

ລາຍການໄດ້ແນະນຳຫຼາຍລາຍການສະແດງສິລະປະທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳ ຫວຽດນາມ ແລະ ບັນດາປະເທດ. ໄປຄຽງຄູ່ກັນນັ້ນ, ຍັງມີບັນດາລາຍການສະແດງສິລະປະຂອງນັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ; ບັນດາວາດຟ້ອນພື້ນເມືອງຈາກ ສ.ເກົາຫຼີ, ຈີນ, ອິນເດຍ, ບຸນກາຣີ; ການເດີນແບບຊຸດອາພອນ Yukata ຍີ່ປຸ່ນ… ອີກດ້ວຍ.

TAG
VOV/VOVworld/ທຳນອງເພງມິດຕະພາບ/ລາຍການສະແດງສິລະປະ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ