logo

ດອກຈັນ ບານສະພັ່ງ ທີ່ງົດງາມ ຢູ່ເຂດພູສູງໃນແຂວງເຊີນລາ

2022/3/13 | 05:08:00
(VOVWORLD) -ໃນຊຸມມື້ນີ້ ບັນດາໝູ່ບ້ານເຂດພູສູງໃນຕາແສງງອກຈຽນ, ເມືອງເມື່ອງລາ, ແຂວງເຊີນລາ ເຕັມໄປດ້ວຍສີຂາວຂອງດອກຈັນ.
ນັບແຕ່ກາງເດືອນກຸມພາ ແລະ ແກ່ຍາວເຖິງຕົ້ນເດືອນເມສາ, ດອກຈັນພາກັນ ບານສະພັ່ງຢ່າງສວຍງາມ. ແຕ່ຈຸດເວລາທີ່ດອກຈັນສວຍງາມທີ່ສຸດແມ່ນເດືອນມີນາ.
ຢູ່ເຂດພູສູງ, ດອກຈັນ ພາກັນບານສະພັ່ງດ້ວຍສີຂາວຢ່າງງົດງາມປົກຄຸມໄປທົ່ວພູພາປ່າໄມ້ຮ່ອມພູ.
ດອກຈັນບານສະພັ່ງອ້ອມຮອບບັນດາເຮືອນທີ່ເປັນປະເພນີຂອງ ຊາວເຜົ່າມົ້ງ ອັນໄດ້ສ້າງຮູບພາບທຳມະຊາດທີ່ງົດງາມ.
ຕາແສງງອກຈຽນ ມີເນື້ອທີ່ຕົ້ນຈັນ ຫຼາຍກ່ວາ 2260 ແຮັກຕາ ເຊິ່ງເຕົ້າໂຮມຢູ່ບັນດາໝູ່ບ້ານຄືດົງຊວງ, ບ້ານໃຝ່, ບ້ານເລືອດ, ບ້ານນ້ຳງຽບ.
ສະເພາະຢູ່ບ້ານນ້ຳງຽບ ມີລວງສູງສະເລ່ຍ 220 ແມັດເມື່ອທຽບໃສ່ໜ້ານ້ຳທະເລ, ມີເນື້ອທີ່ຕົ້ນຈັນຫຼາຍກ່ວາໝູ່ ຄືກ່ວາ 1600 ແຮັກຕາ ໃນນັ້ນມີປະມານ 800 ແຮັກຕາ ແມ່ນຕົ້ນຈັນໃຫຍ່ ມີອາຍຸແຕ່ 300 – 500ປີ.
ສະເລ່ຍເສັ້ນພາສູນກາງຂອງຕົ້ນຈັນ ຢູ່ບ້ານນ້ຳງຽບແມ່ນ ປະມານແຕ່ 60 – 80 ຊັງຕີແມັດ, ມີຕົ້ນຈັນໃຫຍ່ຫຼາຍຕົ້ນ ທີ່ 2 ຄົນໂອບຈຶ່ງຮອບ.
ຕົ້ນຈັນໄດ້ ຜູກພັນກັບພໍ່ແມ່ພີ່ນ້ອງເຜົ່າມົ້ງແຕ່ດົນນານມາແລ້ວ, ນີ້ແມ່ນຕົ້ນໄມ້ເພື່ອລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ສາມາດປົກຄຸມສີຂຽວຢູ່ເນື້ອທີ່ດິນເປົ່າວ່າງພູຫົວລົ້ນ ໃນຍາມເກັບກູ້ໝາກຈັນແຕ່ເດືອນກັນຍາ ຫາເດືອນຕຸລາແຕ່ລະປີ, ຊາວບ້ານນ້ຳງຽບໄດ້ເກັບກູ້ໝາກຈັນໄດ້ຫຼາຍກ່ວາ 3000 ໂຕນ.
ດອກຈັນມີສີຂາວງາມຄືດັ່ງດອກໝັ້ນ, ໜໍ່ຂອງດອກຈັນມີສີເຫຼືອງ
ດອກຈັນອອກເປັນພວງ, ແຕ່ລະດອກມີກີບແຕ່ 4 – 5 ກີບ
ຖ້າຫາກວ່າດອກບານໄດ້ຮັບຖືວ່າແມ່ນດອກໄມ້ຊະນິດໜຶ່ງສະແດງໃຫ້ເຫັນຄວາມຈິງໃຈແລະຄວາມຮັກທີ່ສັດຊື່ບໍລິສຸດຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທນັ້ນ, ດອກຈັນພັດສະແດງໃຫ້ເຫັນຄວາມລຽບງ່າຍ, ເປັນສັນຍາລັກພະລັງຊີວິດທົນທານອົງອາດກ້າແກ່ນຂອງຊາວເຜົ່າມົ້ງ.
ບ້ານນ້ຳງຽບກໍ່ແມ່ນສະຖານທີ່ສວຍງາມດັ່ງໃນຝັນໃນຍາມດອກຈັນບານສະພັ່ງ.
ດ້ວຍບັນດາທ່າໄດ້ປຽບ, ທ່າແຮງບົ່ມຊ້ອນທາງດ້ານດິນຟ້າອາກາດ, ທຳມະຊາດ ແລະ ບັນດາ ຈຸດຮົກເຮື້ອເປັນເອກະລັກຂອງຊາວເຜົ່າມົ້ງ, ບ້ານນ້ຳງຽບມີຈຸດເປັນເອກະລັກສະເພາະທີ່ສຸດໃນຂົງເຂດການທ່ອງທ່ຽວຢູ່ງອກຈຽນ.
ແຂກທ່ອງທ່ຽວຫຼາຍຄົນແບ່ງປັນວ່າ ຖ້າຫາກມາທ່ຽວຊົມຢູ່ງອກຈຽນ ແຕ່ຍັງບໍ່ທັນແວ່ຢາມບ້ານນ້ຳງຽບນັ້ນ ກໍ່ຖືວ່າການເດີນທາງໄປຄົ້ນຫາຢູ່ເຂດພູສູງຍັງບໍ່ສົມບູນເທື່ອ.

 

TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ