logo

ດອກອິນທະນິນສີມ້ວງທີ່ໂຣແມນຕິກຢູ່ຕາມຖະໜົນສາຍຕ່າງໆຢູ່ຮ່າໂນ້ຍ

2024/5/18 | 07:31:53

(VOVWORLD) - ໃນຊຸມວັນຕົ້ນເດືອນພຶດສະພາ, ດອກອິນທະນິນ ພວມພາກັນເບັ່ງບານຢູ່ນະຄອນຫຼວງ ຮ່າໂນ້ຍ. ເບິ່ງຄືວ່າຖະໜົນສາຍຕ່າງໆຂອງ ຮ່າໂນ້ຍ ໄດ້ປົກຄຸມໄປດ້ວຍສີມ້ວງທີ່ໂຣແມນຕິກ.

ໂດຍເປັນທີ່ຮູ້ຈັກຄືດັ່ງດອກໄມ້ສັນຍາລັກຂອງເຂດອາກາດຮ້ອນ ອາຊີໃຕ້, ໃນເບື້ອງຕົ້ນ ດອກອິນທະນິນ ໄດ້ປູກເພື່ອປະດັບຄວາມງາມໃຫ້ແກ່ທັດສະນີຍະພາບຂອງຕົວເມືອງ ແລະ ເຮັດເປັນຮົມ ແຕ່ມັນໄດ້ຄ່ອຍໆກາຍເປັນຈຸດພົ້ນເດັ່ນທີ່ລຶ້ງເຄີຍສຳລັບ ຮ່າໂນ້ຍ ເມື່ອອາກາດຮ້ອນເລີ່ມວຽນມາ.
ດອກອິນທະນິນມີສີມ້ວງ ຫຼື ສີມ້ວງອ່ອນ, ໄດ້ອອກເປັນພົ້ວທີ່ມີຄວາມຍາວແຕ່ 20 – 40 cm. ແຕ່ລະດອກມີ 6 ກີບ, ແຕ່ລະກີບມີຄວາມຍາວປະມານ 2 – 3,5 cm.
ດອກອິນທະນິນພວມບານສະພັ່ງຢູ່ເດີ່ນສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ
ປີນີ້, ຍ້ອນອາກາດເອື້ອອຳນວຍ ສະນັ້ນ, ນັບແຕ່ຕົ້ນເດືອນພຶດສະພາ, ດອກອິນທະນິນກໍໄດ້ພາກັນເບັ່ງບານຢູ່ຖະໜົນສາຍຕ່າງໆແລ້ວ ແລະ ດຶງດູດປະຊາຊົນ, ນັກທ່ອງທ່ຽວມາຖ່າຍຮູບເປັນຈຳນວນຫຼວງຫຼາຍ.
ບັນດາເພື່ອນໜຸ່ມຍາດເວລາມາຖ່າຍຮູບຢູ່ກ້ອງຮົ່ມຕົ້ນດອກອິນທະນິນ
ດອກອິນທະນິນຕົກເຕັມຕາມແຄມທາງ
ດອກອິນທະນິນສີມ້ວງ ເບິ່ງຄືວ່າເຮັດໃຫ້ບັນດາຖະໜົນມີຄວາມໂຣແມນຕິກຂຶ້ນຕື່ມ ແລະ ບັນເທົາຄວາມອຶກກະທຶກຂອງຕົວເມືອງ./.

TAG
VOV/VOVworld/ດອກ​ອິນ​ທະ​ນິນ/ລະ​ດູ​ຮ້ອນ/ຮ່າ​ໂນ້ຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ