logo

ດ່ານັ້ງທີ່ຂະຫຍັນຂັນເຄື່ອນແຕ່ມາດຽວນີ້ແມ່ນສະງົບງຽບໃນທ່າມກາງໂລກລະບາດໂຄວິດ-19

2020/4/18 | 05:23:45
(VOVWORLD) -ນະຄອນດ່ານັ້ງ ໄດ້ເປັນເຈົ້າການໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢ່າງເຄັ່ງຄັດ. ແຕ່ກ່ອນແມ່ນນະຄອນທີ່ຂະຫຍັນຂັນເຄື່ອນ, ມາໃນປະຈຸບັນແມ່ນມີຄວາມສະຫງົບງຽບໃນທ່າມກາງໂລກລະບາດ.
ລົດໃຫຍ່ຕິດລຳໂພງຂອງກຳລັງເຈົ້າໜ້າທີ່ໄດ້ແຈ້ງກ່ຽວກັບການຜັນແປຂອງພະຍາດໂຄວິດ-19 ແລະ ໂຄສະນາກ່ຽວກັບວຽກງານປ້ອງກັນຕ້ານພະຍາດດັ່ງກ່າວ, ພ້ອມທັງກ່າວເຕືອນໃຫ້ທຸກຄົນຫ້າມບໍ່ໃຫ້ເຕົ້າໂຮມກັນຢູ່ຕາມເຂດສາທາລະນະ.
ຍາມຕາເວັນຂຶ້ນທີ່ສະຫງົບງຽບຢູ່ນະຄອນດ່ານັ້ງ.
ໂດຍປະຕິບັດການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ນັບແຕ່ເວລາ 15 ໂມງຂອງວັນທີ 29 ມີນາ, ນະຄອນດ່ານັ້ງ ໄດ້ຫ້າມບໍ່ໃຫ້ລົງໄປອາບນ້ຳທະເລ ແລະ ບັນດາການເຄື່ອນໄຫວດຳເນີນທຸລະກິດຢູ່ຫາດຊາຍທະເລທັງໝົດ. ໂດຍປະຕິບັດຕາມຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີ, ເລື່ອງອອກກຳລັງກາຍຢູ່ຕາມຫາດຊາຍທະເລຕ່າງໆກໍ່ຖືກເກືອດຫ້າມ.
ຢູ່ຖະໜົນສາຍຕ່າງໆຢູ່ເຂດໃຈກາງເປັນຕົ້ນແມ່ນ ແບັກດັ່ງ, ເຈິ່ນຟູ໊, ເລເລີ້ຍ… ບໍ່ມີຄົນໄປມາຫຼາຍ.
ຄືດັ່ງຢູ່ແຫ່ງຕ່າງໆ, ສະຖານທີ່ສາທາລະນະທີ່ຢູ່ລຽບຕາມ 2 ຝັ່ງແມ່ນ້ຳ ຮ່ານ, ກໍ່ໄດ້ມັດເຊືອກກ່າວເຕືອນຫ້າມບໍ່ໃຫ້ເຕົ້າໂຮມກັນ.
ພໍ່ເຖົ້າ ແລະ ຫຼານຍ່າງຫຼີ້ນຢູ່ຕໍ່ໜ້າເຮືອນໃນຖະໜົນ ຫງວຽນວັນລິງ.
ຢູ່ເຖິງຂົວຣົ່ງ
ຜູ້ໃດມີວຽກຕ້ອງອອກນອກເຮືອນກໍ່ຕ້ອງໄດ້ໃສ່ຜ້າອັດປາກ.
ບັນດາຮ້ານຂາຍເຄື່ອງກໍ່ໄດ້ປິດປະຕູຢຸດຕິການຮັບໃຊ້.
ໂດຍປະຕິບັດການຢຸດຕິການຮັບໃຊ້ໃນຈຸດເວລາເກີດໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນນັ້ນ, ລົດເມ ກວ໋າງອານ 1 ສາຍແລ່ນພາຍໃນຕົວເມືອງກໍ່ໄດ້ຢຸດຕິ.
ສະໜາມບິນສາກົນ ດ່ານັ້ງ ມີຄວາມສະງົບງຽບກວ່າໝູ່.
ຂະແໜງທ່ອງທ່ຽວຂອງນະຄອນ ດ່ານັ້ງ ຖືກຜົນສະທ້ອນຢ່າງຮ້າຍແຮງ.
ບັນດາກຳມະກອນທຳຄວາມສະອາດສິ່ງແວດລ້ອມຍັງເຮັດວຽກຢູ່ເພື່ອໃຫ້ຖະໜົນມີຄວາມສະອາດ, ສວຍງາມກວ່າ.

TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ