logo

ຕາແສງ ເກາະ ຕາມຫຽບ (ແຂວງ ເບນແຈ) ເຂົ້າສູ່ລະດູບານໃຫມ່.

2025/1/26 | 04:00:00

(VOVWORLD) - ພ້ອມກັບແຫ່ງອື່ນ, ບັນຍາກາດລະດູບານໃຫມ່ພວມມາຮອດ ດອນ ຕາມຫຽບ ເມືອງ ບິ່ງດ້າຍ ແຂວງ ເບນແຈ. ເຖິງວ່າ ໄດ້ຕັ້ງຢູ່ກາງແມ່ນ້ຳຕ໋ຽນ ແຕ່ບັນຍາກາດຕ້ອນຮັບລະດູບານໃຫມ່, ຕ້ອນຮັບບຸນເຕັດຢູ່ທີ່ນີ້ກໍ່ຟົດຟື້ນມ່ວນຊື່ນຄືແຫ່ງອື່ນ.

ລຸງ ຫງວຽນວັນເຈີນ, ຊາວກະສິກອນຢູ່ ບ້ານ 1 ຕາແສງ ຕາມຫຽບ ໄດ້ປູກເຄືອຍ່ານາງ (Tiliacora triandra), ກ້າເບ້ຍສະຫນອງໃຫ້ຕະຫລາດຫລາຍແຫ່ງ ແລະ ສົມທົບກັບການຮັບໃຊ້ແຂກມາຢ້ຽມຊົມ. 

ບັນຍາກາດລະດູບານໃຫມ່ວຽນມາຢູ່ ຕາແສງ ຕາມຫຽບ. (ພາບ: Nhật Trường/VOV)

ບັນດາການເຄື່ອນໄຫວດ້ານເສດຖະກິດນັບມື້ນັບນຳມາເຊິ່ງແຫລ່ງລາຍຮັບນັບຮ້ອຍໆດົງ/ປີ, ຊ່ວຍຄອບຄົວລຸງ ຕ້ອນຮັບບຸນເຕັດຢ່າງອົບອຸ່ນສົມບູນ.

“ສວນເຄືອຍ່ານາງຂອງພວກຂ້າພະເຈົ້າປູກມາໄດ້ 9 ປີແລ້ວ. ນີ້ແມ່ນສວນໃບຍ່ານາງໃຫຍ່ສຸດຢູ່ທາງທິດຕາເວັນຕົກພາກໃຕ້. ຂ້າພະເຈົ້າກໍ່ສົມທົບການຂາຍເບ້ຍ ແລະ ແນະນຳໃຫ້ປະຊາຊົນຢູ່ແຫ່ງອື່ນປູກ, ລວມຍອດເນື້ອທ່ີ 2-3 ເຮັກຕາ. ຫລັງຈາກນັ້ນ ຂ້າພະເຈົ້າ ເກັບໃບຍ່ານາງໄປຂາຍຢູ່ໃນນະຄອນ”.

ຊຸມມື້ໃກ້ບຸນເຕັດ, ເຮືອນສວນ ດອນ ຕາມຫຽບ ມີຄວາມປິຕິຊົມຊື່ນ ເພາະລາຄາໝາກລຳໄຍ ຊ່ວງເກີມວ່າງ ຂາຍໄດ້ລາຄາ ຊ່ວຍໃຫ້ບັນດາຄອບຄົວມີແຫລ່ງລາຍຮັບດີສົມຄວນ. ຄຽງຄູ່ກັນນັ້ນ ເມື່ອບຸນເຕັດວຽນມາ, ພໍ່ແມ່ປະຊາຊົນ ຕາແສງ ຕາມຫຽບ ກໍ່ຜະລິດອອກຫລາຍຜະລິດຕະພັນພິເສດອື່ນອີກຂອງທ້ອງຖິ່ນ, ຊື່ງໄດ້ຮັບຄວາມນິຍົມຈາກຕະຫລາດ. ທ່ານ ເລກວັກຢູ໋ງ, ຫົວຫນ້າສະຫະກອນ ກະສິກຳ ຕາມຫຽບ ໃຫ້ຮູ້ວ່າ:

 “ໃນໂອກາດບຸນເຕັດວຽນມາ, ສະຫະກອນກະສິກຳ ຕາມຫຽບ ໄດ້ນຳເອົາບາງຜະລິດຕະພັນ,ໃນນັ້ນ ມີກວັນໝາກແປ້ນ, ນ້ຳເຜິ້ງ ແລະ ບາງຜະລິດຕະພັນອື່ນຄື: ໝາກລຳໄຍ ຊ່ວງເກີມວ່າງ, ໝາກພ້າວຂຽວ ສົ່ງໃຫ້ບັນດາຄູ່ຮ່ວມມື. ຊີວິດການເປັນຢູ່ຂອງບັນດາສະມາຊິກໃນສະຫະກອນດີສົມຄວນ. ບັນດາຄອບຄົວໄດ້ຕ້ອນຮັບບຸນເຕັດຢ່າງເບິກບານມ່ວນຊື່ນ, ອົມອຸ່ນສົມບູນ”.

ເພື່ອຊ່ວຍໃຫ້ປະຊາຊົນ ຕາແສງ ເກາະ ຕ້ອນຮັບລະດູບານໃຫມ່, ບຸນເຕັດຢ່າງອົບອຸ່ນ, ອຳນາດການປົກຄອງທ້ອງຖິ່ນ ກໍ່ໄດ້ຂົນຂວາຍບັນດາວິສາຫະກິດ, ຜູ້ໃຈບຸນໃຈກຸສົນປະກອບແຫລ່ງເງິນເພື່ອມອບຂອງຂວັນບຸນເຕັດໃຫ້ທັງໝົດຄອບຄົວໃນເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ໃກ້ຂັ້ນທຸກຍາກຢູ່ ບໍລິເວນ ແຕ່ 3-4  ພູດ/ຄອບຄົວ, ລວມມູນຄ່າ ແຕ່ 12-20 USD. ສະນັ້ນ ບັນຍາກາດຕ້ອນຮັບບຸນເຕັດຢູ່ ຕາແສງ ເກາະ ຍາມໃດກໍ່ມີຄວາມເບີກບານມ່ວນຊື່ນອົບອຸ່ນ. ທ່ານ ງວຽນຫຶວເທາະ, ປະທານ ຄະນະກຳມະການປະຊາຊົນ ຕາແສງ ຕາມຫຽບ ແບ່ງປັນວ່າ:

 “ອຳນາດການປົກຄອງທ້ອງຖິ່ນ ໄດ້ຂົນຂວາຍບັນດານັກອຸປະຖຳ ຫນູນຊ່ວຍຂອງຂວັນໃຫ້ແກ່ບັນດາຄອບຄົວໃນເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ໃກ້ຂັ້ນທຸກຍາກ. ຕາແສງ ຈັດຕັ້ງບັນດາການເຄື່ອນໄຫວສະແດງສິລະປະຢູ່ບໍລິເວນຕາແສງ, ຢູ່ບັນດາໂຮງຮຽນເພື່ອຕ້ອນຮັບບຸນເຕັດ, ບຸນປີໃຫມ່”.

ລຸງ ຫງວຽນວັນເຈິນ, ຊາວກະສິກອນຜະລິດເກັ່ງ. (ພາບ:Nhật Trường/VOV) 

ໂດຍແມ່ນຕາແສງ ເກາະ ຕັ້ງຢູ່ກາງແມ່ນ້ຳຕ໋ຽນ, ມີທິວທັດທຳມະຊາດສວຍງາມ ພ້ອມກັບໝາກໄມ້ພິເສດຫລາຍຊະນິດ, ໃນຊຸມປີມໍ່ໆມານີ້ ຕາແສງເກາະ ຕາມຫຽບ ໄດ້ພັດທະນາຮູບແບບທ່ອງທ່ຽວຊີວະພາບຢ່າງແຮງ, ການບໍລິການພັກເຊົາແບບ homestay ໄດ້ດຶງດູດນັກທ່ອງທ່ຽວຕ່າງປະເທດມາທ່ຽວຊົມ, ພັກຜ່ອນບຳລຸງສຸຂະພາບເປັນຈຳນວນຫລາຍ.

 “ຂ້າພະເຈົ້າມີຄວາມປິຕິຊົມຊື່ນຫລາຍເມື່ອໄດ້ກັບຄືນມາຢາມ ຕາແສງເກາະ ຕາມຫຽບ. ບັນດາເສັ້ນທາງຢູ່ທີ່ນີ້ປອດໂປ່ງເຢັນສະບາຍ, ສວຍງາມ, ເໝາະສົມກັບນັກທ່ອງທ່ຽວ. ຢູ່ທີ່ນີ້ ບັນຍາກາດສະຫງົບງຽບ ບໍ່ອຶກກະທຶກຄືຢູ່ບ່ອນອື່ນ ແລະ ຊ່ວຍໃຫ້ນັກທ່ອງທ່ຽວຮູ້ສຶກໄດ້ເຖິງທິວທັດທຳມະຊາດ, ຊີວິດການເປັນຢູ່ອັນສະຫງົບສຸກຂອງເຂດບ້ານນາ ຫວຽດນາມ”.

ເພື່ອຍົກສູງຄຸນນະພາບຊີວິດຂອງປະຊາຊົນ, ຍູ້ແຮງບັນດາການເຄື່ອນໄຫວຜະລິດກະສິກຳ ແລະ ທ່ອງທ່ຽວຊີວະພາບ, ໄລຍະມໍ່ໆມານີ້ ຕາແສງ ຕາມຫຽບ ໄດ້ຮັບການລົງທຶນຫລາຍຢ່າງກ່ຽວກັບພື້ນຖານໂຄງລ່າງ, ເປັນຕົ້ນແມ່ນເສັ້ນທາງຄົມມະນາຄົມຊົນນະບົດ, ນຳ້ສະອາດ, ຄັນຄູ... ຍ້ອນເຫດນັ້ນ ລະດູບານໃຫມ່ປີນີ້ ຢູ່ຕາແສງເກາະ ກໍ່ມີບັນຍາກາດມ່ວນຊື່ນກວ່າ.

TAG
VOV/VOVworld/ສະຫະກອນກະສິກຳ ຕາມຫຽບ/ໝາກໄມ້ພິເສດຫລາຍຊະນິດ/ຕ້ອນຮັບບຸນເຕັດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ