logo

ຕຳຫຼວດ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື, ຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳ

2018/1/28 | 08:36:00
(VOVWORLD) - ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລີມ ແລະ ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ສົມແກ້ວ ສີລາວົງ ໄດ້ເປັນປະທານຮ່ວມການເຈລະຈາລະຫວ່າງຄະນະຜູ້ແທນຂັ້ນສູງ 2 ປະເທດ. 
 ກອງປະຊຸມລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບ ລາວ

ວັນທີ 27 ມັງກອນ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດ ຫວຽດນາມ ໂດຍ ພົນໂທ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ນຳໜ້າພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ. ທີ່ການຕ້ອນຮັບ, ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ຫວັງວ່າ ໄລຍະຈະມາເຖິງ, ກຳລັງຕຳຫຼວດ 2 ປະເທດສືບຕໍ່ຍູ້ແຮງການຮ່ວມມືໃນການຕໍ່ສູ້ປ້ອງກັນ, ຕ້ານອາຊະຍາກຳທຸກປະເພດ, ພິເສດແມ່ນອາຊະຍາກຳທີ່ມີການຈັດຕັ້ງ, ອາດຊະຍາກຳຂ້າມຊາດ, ອາດຊະຍາກຳຢາເສບຕິດ, ອາຊະຍາກຳນຳໃຊ້ເຕັກໂນໂລຢີສູງ…

        ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລີມ ແລະ ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ສົມແກ້ວ ສີລາວົງ ໄດ້ເປັນປະທານຮ່ວມການເຈລະຈາລະຫວ່າງຄະນະຜູ້ແທນຂັ້ນສູງ 2 ປະເທດ. 2 ຝ່າຍເຫັນດີເປັນເອກະສັນໃນໄລຍະຈະມາເຖິງຈະຮັກສາການພົບປະລະຫວ່າງການນຳ 2 ກະຊວງ; ສົມທົບກັນ, ຊ່ວຍເຫຼືອກັນໃນການຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ແຕ່ລະປະເທດ; ເດັດດ່ຽວຕໍ່ສູ້ບໍ່ປະໃຫ້ບັນດາອິດທິກຳລັງທີ່ເປັນປໍລະປັກເສກສັນປັ້ນແຕ່ງ, ມ້າງເພທຳລາຍສາຍພົວພັນມິດຕະພາບ, ທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ປະເທດ…

TAG
VOV/VOVworld/ປ້ອງ​ກັນ​ປະ​ເທດ/ຄວາມ​ເປັນ​ລະ​ບຽບ​ຮ​ຽບ​ຮ​້ອຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ