logo

ຖະແຫຼງການຮ່ວມລະຫວ່າງ ສສ.ຫວຽດນາມ ແລະ ລາຊະອານາຈັກ ກຳປູເຈຍ

2026/2/7 | 09:28:45
(VOVWORLD) - 2 ຝ່າຍໃຫ້ຄຳໝັ້ນສັນຍາສະໜັບສະໜູນ ແລະ ໜູນຊ່ວຍເຊິ່ງກັນແລະກັນເພື່ອການພັດທະນາ, ສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ.
(ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ທີ່ການໄປຢ້ຽມຢາມທາງລັດຖະກິດ ລາຊະອານາຈັກ ກຳປູເຈຍ)

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ລາຊະອານາຈັກ ກຳປູເຈຍ ຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຕາມຄຳເຊີນຂອງ ພະບາດສົມເດັດພະບໍລົມມະນຽດມະຫາກະສັດ ກຳປູເຈຍ Norodom Sihamoni, ວັນທີ 06 ກຸມພາ, 2 ຝ່າຍໄດ້ອອກຖະແຫຼງການຮ່ວມລະຫວ່າງປະເທດ ສສ. ຫວຽດນາມ ແລະ ລາຊະອານາຈັກ ກຳປູເຈຍ.

ຖະແຫຼງການຮ່ວມໃຫ້ຮູ້ວ່າ ໃນການຢ້ຽມຢາມ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມີການແລກປ່ຽນຢ່າງກົງໄປກົງມາກັບການນຳ ກຳປູເຈຍ, ສຸມໃສ່ເລື່ອງເຮັດໃຫ້ການພົວພັນມິດຕະພາບໃຫ້ເລິກເຊິ່ງຂຶ້ນຕື່ມ ແລະ ເປີດກວ້າງການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງ 2 ປະເທດ.

2 ຝ່າຍໃຫ້ຄຳໝັ້ນສັນຍາສະໜັບສະໜູນ ແລະ ໜູນຊ່ວຍເຊິ່ງກັນແລະກັນເພື່ອການພັດທະນາ, ສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ. 2 ຝ່າຍສູ້ຊົນບັນລຸເປົ້າໝາຍວົງເງິນການຄ້າ 2 ສົ້ນໃຫ້ຂຶ້ນເຖິງ 20 ຕື້ USD ໃນໄລຍະຈະມາເຖິງ. 2 ຝ່າຍໄດ້ຢືນຢັນລະດັບຄວາມສຳຄັນຍຸດທະສາດຂອງເລື່ອງເພີ່ມທະວີບົດບາດໃຈກາງ ແລະ ຄວາມສາມັກຄີຂອງ ອາຊຽນ ຄືນໃໝ່, ສືບຕໍ່ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນໃນຂອບເຂດຄະນະກຳມະການແມ່ນ້ຳຂອງສາກົນ ແລະ ບັນດາກົນໄກທີ່ກ່ຽວຂ້ອງອື່ນໆ, ກັບບັນດາປະເທດຢູ່ລຽບຕາມແມ່ນ້ຳຂອງ ແລະ ບັນດາຄູ່ຮ່ວມມືພັດທະນາ, ເພື່ອຄຸ້ມຄອງ, ຂຸດຄົ້ນ, ພັດທະນາ ແລະ ປົກປັກຮັກສາແຫຼ່ງນ້ຳ ແລະ ບັນດາຊັບພະຍາດກອນທຳມະຊາດທີ່ກ່ຽວຂ້ອງຂອງເຂດລຸ່ມແມ່ນ້ຳຂອງໃຫ້ໝັ້ນຄົງ ແລະ ມີປະສິດທິຜົນ. 2 ຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ.

TAG
VOV/VOVworld/ຄຸ້ມ​ຄອງ/ຂຸ​ດ​ຄົ້ນ/ພັດ​ທະ​ນາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ