logo

ຖະ​ແຫຼງຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ​ເຖິງ​ສື່ມວນ​ຊົນ ເວ​ເນ​ຊູ​ເອ​ລາ

2026/1/9 | 11:04:21
(VOVWORLD) -  ວັນທີ 08 ມັງກອນ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງ ກາຣາກາສ, ສະຖານທູດ ຫວຽດນາມ ປະຈຳ ເວເນຊູເອລາ ໄດ້ສົມທົບກັບກະຊວງຖະແຫຼງຂ່າວ - ສື່ມວນຊົນ ເວເນຊູເອລາ ຈັດການພົບປະກັບອົງການສື່ມວນຊົນ ເພື່ອຖະແຫຼງຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ່ XIV ຂອງພັກກອມມູນິດ ຫວຽດນາມ ເຖິງບັນດາອົງການສື່ມວນຊົນປະເທດປະຈຳຖິ່ນ.
ທ່ານເອກອັກຄະລັດຖະທູດ ຫວູ້ຈູງໝີ້  ກ່າວຄຳເຫັນໃນການຖະແຫຼງຂ່າວ (ພາບ: VOV-Washington)

ທ່ານ ຫວູ້ຈູງໝີ້ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເວເນຊູເອລາ ໄດ້ເນັ້ນໜັກວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແມ່ນເຫດການການເມືອງສຳຄັນຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ມີຄວາມໝາຍຕັດສິນຕໍ່ກັບກຳນົດທິດພັດທະນາຂອງປະເທດຊາດໃນໄລຍະໃໝ່. ເມື່ອເຕື້ອງເຖິງແນວທາງນະໂຍບາຍການຕ່າງປະເທດທີ່ໄດ້ສະແດງໃນບັນດາຮ່າງເອກະສານກອງປະຊຸມໃຫຍ່, ທ່ານເອກອັກຄະລັດຖະທູດ ຫວູ້ຈູງໝີ້ ຢັ້ງຢືນວ່າ ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍ ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ພ້ອມແລ້ວທີ່ຈະກອບສ່ວນເຂົ້າໃນການແກ້ໄຂບັນດາບັນຫາລວມຂອງພາກພື້ນ ແລະ ໃນໂລກ.

        ບັນດານັກຂ່າວ ເວເນຊູເອລາ ສະແດງຄວາມເອົາໃຈໃສ່ຢ່າງເລິກເຊິ່ງຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ອວຍພອນກອງປະຊຸມໃຫຍ່ດຳເນີນໄປດ້ວຍດີ, ປະສົບຜົນສຳເລັດຢ່າງຈົບງາມ; ພ້ອມທັງເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມມືຮອບດ້ານ ເວເນຊູເອລາ - ຫວຽດນາມ ຈະສືບຕໍ່ໄດ້ຮັບການປັບປຸງ, ພັດທະນາຢ່າງແຮງ.

ກໍໃນວັນດຽວກັນ, ຢູ່ນະຄອນຫຼວງ La Habana, ສະຖານທູດ ຫວຽດນາມ ປະຈຳ ກູບາ ກໍໄດ້ຈັດການຖະແຫຼງຂ່າວເພື່ອເຜີຍຂ່າວເຖິງບັນດາອົງການສື່ມວນຊົນ ກູບາ ກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ເຊັ່ນດຽວກັນ.

ນັກຂ່າວ VOV ປະຈຳ ອາເມລິກາ

TAG
VOV/VOVworld/ສະ​ຖານ​ທູດ/ອົງ​ການ​ສື່ມວນ​ຊົນ/ເວ​ເນ​ຊູ​ເອ​ລາ/ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ໂຮ່​ຈີ​ມິນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ