logo

ຖະໜົນຍ່າງກາງຄືນພະລາດຊະວັງ ເຫວ໊ - ເຂດທ່ອງທ່ຽວ ເຫວ້ ເປັນເອກະລັກໃນຍາມຄ່ຳຄືນ

2022/3/23 | 12:00:27
(VOVWORLD) -ຖະໜົນຍ່າງກາງຄືນບໍລິເວນພະລາດຊະວັງເຫວ້ ຖືກສ້າງຂຶ້ນເປັນຮູບປະທຳຈະກາຍເປັນຈຸດທີ່ພົ້ນເດັ່ນນໃນແຜນການຟື້ນຟູຂະແໜງທ່ອງທ່ຽວບໍລິການແຂວງເທື່ອທຽນເຫວ້  ພາຍຫຼັງໂລກລະບາດໂຄວິດ - 19. ເມື່ອວາດພາບເຖິງເຫວ້ ເມື່ອກ່ອນນີ້ ເຊິ່ງແມ່ນແຫ່ງທີ່ແຂກທ່ອງທ່ຽວສາມາດຮັບຊົມບັນດາລາຍການສະແດງສິລະປະ, ການລະຫຼິ້ນພື້ນເມືອງ, ການຄົ້ນຫາບັນດາໝູ່ບ້ານອາຊີບຫັດຖະກຳແລະອາຫານການກິນຢູ່ ເຫວ້. ນີ້ກໍ່ແມ່ນວິທີເພື່ອເຮັດໃຫ້ເພີ່ມຄຸນຄ່າຂອງເຂດປູຊະນີຍະສະຖານກຸງເກົ່າເຫວ້ ເຊິ່ງແມ່ນໜຶ່ງໃນບັນດາມໍລະດົກວັດທະນະທຳຂອງມວນມະນຸດເຊິ່ງໄດ້ຮັບການຮັບຮອງຈາກ Unesco ຂອງຫວຽດນາມ
ຖະໜົນຍ່າງກາງຄືນບໍລິເວນພະລາດຊະວັງເຫວ້ ຖືກສ້າງຂຶ້ນເປັນຮູບປະທຳຈະກາຍເປັນຈຸດທີ່ພົ້ນເດັ່ນໃນແຜນການຟື້ນຟູຂະແໜງທ່ອງທ່ຽວບໍລິການແຂວງເທື່ອທຽນເຫວ້  ພາຍຫຼັງໂຄວິດ - 19

    ແຜນການຈັດ “ຖະໜົນຍ່າງ ກາງຄືນບໍລິເວນພະລາດຊະວັງເຫວ້” ດ້ວຍບໍລິເວນທາງນອກພະລາດຊະວັງເຊິ່ງລວມມີທາງສີ່ສາຍອ້ອມແອ້ມພະລາດຊະວັງເຫວ້. ປັດຈຸບັນຄະນະກຳມະການປະຊາຊົນນະຄອນເຫວ້ ໄດ້ບູລະນະທາງສີ່ສາຍດັ່ງກ່າວແລະຄາດວ່າຈະນຳຖະໜົນຍ່າງກາງຄືນເຂົ້າສູ່ການເຄື່ອນໄຫວໃນວັນທີ 22 ເມສາທີ່ຈະມາເຖິງ. ຖະໜົນຍ່າງ ກາງຄືນພະລາດຊະວັງເຫວ້ ຈະວາດພາບກ່ຽວກັບເຫວ້ ເມື່ອກ່ອນນີ້ ເຊິ່ງມີຄວາມແຕກຕ່າງກັບເຂດທັນສະໄໝ ຟົດຟື້ນຢູ່ຄຸ້ມຖະໜົນໃຈກາງດ້ວຍບັນດາພັດທະຄານສະຖານທີ່ເຕັ້ນລຳເຊິ່ງເຄື່ອນໄຫວຮອດ 2 ໂມງເຊົ້າ. ນາງໂຮ່ທິກີມກຸກ ຊາວນະຄອນ ເຫວ້ ໃຫ້ຮູ້ວ່າ:

      “ໃນໄລຍະທີ່ຜ່ານມາ ໂລກລະບາດໂຄວິດ - 19 ໄດ້ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງຕໍ່ຂະແໜງທ່ອງທ່ຽວເວົ້າລວມແລະແຂວງເທື່ອທຽນເຫວ້ ເວົ້າສະເພາະ. ຂ້າພະເຈົ້າເຫັນວ່ານະໂຍບາຍບູລະນະປະຕິສັງຂອນຢູ່ບໍລິເວນອ້ອມແອ້ມພະລາດຊະວັງ ເພື່ອພັດທະນາການທ່ອງທ່ຽວເຊິ່ງແມ່ນໜຶ່ງໃນບັນດາຂະແໜງປາຍແຫຼມຂອງແຂວງ.ນີ້ແມ່ນນະໂຍບາຍດີທີ່ສຸດຕ້ອງຂະຫຍາຍຫຼາຍກວ່າອີກ”

      ປັດຈຸບັນຄະນະກຳມະການປະຊາຊົນນະຄອນເຫວ້ ສົມທົບກັບສູນອະນຸລັກຮັກສາປູຊະນີຍະສະຖານກຸງເກົ່າເຫວ້, ໂຮງລະຄອນສິລະປະພື້ນເມືອງພະລາດຊະວັງເຫວ້ ໄດ້ເປັນເອກະພາບກັນບັນດາລາຍການສະແດງສິລະປະແລະສ້າງລາຍການສະແດງສິລະປະປະຈຳອາທິດ. ຕາມນັ້ນແລ້ວໂຮງລະຄອນສິລະປະພື້ນເມືອງພະລາດຊະວັງເຫວ້ ໄດ້ກຽມພ້ອມລາຍການ ເພື່ອຮັບໃຊ້ຖະໜົນຍ່າງກາງຄືນພະລາດຊະວັງເຫວ້ ແລະຢູ່ບັນດາສະຖານທີ່ສະແດງສິລະປະຢູ່ເຂດມໍລະດົກເຫວ້. ທ່ານ ເຈິ່ນຫວຽດຮຸ່ງ ຜູ້ອຳນວຍການສູນວັດທະນະທຳຖະແຫຼງຂ່າວນະຄອນເຫວ້ ໃຫ້ຮູ້ວ່າ:

    “ນອກຈາກຖະໜົນຍ່າງກາງຄືນພະລາດຊະວັງເຫວ້ ເພື່ອກະຕຸ້ນການທ່ອງທ່ຽວນັ້ນ, ບັນດາການເຄື່ອນໄຫວທາງດ້ານອາຫານການກິນໃນຍາມກາງຄືນແລະບັນດາບັນຫາໃນແຜນການຂອງນະຄອນກ່ຽວກັບເຄື່ອນໄຫວໃນກາງຄືນກໍ່ຄືບັນດາລາຍການໄລຍະຍາວນັບທັງຄຸ້ມຖະໜົນຍ່າງ ຈູວັນອານ, ຟ້າມຫງູຫຼາວ... ພວກຂ້າພະເຈົ້ານຳບັນດາການເຄື່ອນໄຫວວັດທະນະທຳສິລະປະວັນນະຄະດີຍາມກາງຄືນເຂົ້າເຄື່ອນໄຫວ ເຊິ່ງສຸມໃສ່ກະຕຸ້ນການທ່ອງທ່ຽວໃນປີ 2022”.

       ການຜັນຂະຫຍາຍຖະໜົນຍ່າງກາງຄືນພະລາດຊະວັງແມ່ນເພື່ອແນໃສ່ສ້າງບັນດາເຂດວັດທະນະທຳສິລະປະໃນຍາມກາງຄືນແນໃສ່ດຶງດູດແຂກທ່ອງທ່ຽວແລະປະຊາຊົນປະກອບສ່ວນໂຄສະນາ ຮູບພາບວັດທະນະທຳຊາວນະຄອນເຫວ້. ພ້ອມກັນນັ້ນກໍ່ສ້າງບັນດາຜະລິດຕະພັນທ່ອງທ່ຽວເປັນຫຼາຍຮູບຫຼາຍສີ ສ້າງບັນດາເຂດລະຫຼິ້ນບັນເທີງພົວພັນແລກປ່ຽນວັດທະນະທຳສິລະປະຄົ້ນຫາອາຫານການກິນ ແລະ ບັນດາການເຄື່ອນໄຫວຊຸມຊົນໃນກາງຄືນໃນບໍລິເວນນະຄອນເຫວ້. ທ່ານ ຫວໍເລເຍິດ ປະທານຄະນະກຳມະການປະຊາຊົນນະຄອນເຫວ້ ໃຫ້ຮູ້ວ່າ:

       “ຖະໜົນຍ່າງກາງຄືນພະລາດຊະວັງເຫວ້ ມີຄວາມແຕກຕ່າງເມື່ອທຽບໃສ່ເຂດຖະໜົນຍ່າງກາງຄືນອື່ນໆໃນບໍລິເວນຂອງນະຄອນ ກໍ່ຄືບັນດາທ້ອງຖິ່ນໃນທົ່ວປະເທດ. ຖະໜົນຍ່າງກາງຄືນພະລາດຊະວັງເຫວ້ ມີສີສັນເປັນເອກະລັກຢູ່ບ່ອນວ່າ ມີບັນດາລາຍການສະແດງສິລະປະ ມີລັກສະນະເປັນມໍລະດົກ, ວັດທະນະທຳພື້ນເມືອງເພື່ອປະກອບສ່ວນເຂົ້າໃນບັນດາປະເພດສິລະປະຢູ່ຕາມທ້ອງຖະໜົນໃນຄຸ້ມຖະໜົນຍ່າງນີ້”. 

      ນອກຈາກຄຸ້ມຖະໜົນຍ່າງອ້ອມແອ້ມພະລາດຊະວັງເຫວ້ ແລ້ວ, ປີນີ້ນະຄອນເຫວ້ ຍັງຈະນຳຕະຫຼາດ ກາງຄືນ ດົງບາ ຮັບໃຊ້ການທ່ອງທ່ຽວ. ເຂດຕະຫຼາດກາງຄືນນີ້ ຈະແມ່ນແຫ່ງເພື່ອຊື້ຂາຍເຄື່ອງຂອງແຂກທ່ອງທ່ຽວ ແລະ ຊຸມຊົນໃນຍາມກາງຄືນນອກຈາກນັ້ນກໍ່ຍັງມີການບໍລິການອາຫານການກິນທີ່ເປັນເອກະລັກສະເພາະຂອງເຫວ້ອີກດ້ວຍ. ບັນດາການເຄື່ອນໄຫວທ່ອງທ່ຽວໃນຍາມກາງຄືນຈະສືບຕໍເພີ່ມຄຸນຄ່າຂອງກຸ່ມປູຊະນີຍະສະຖານກຸງເກົ່າເຫວ້ ມໍລະດົກວັດທະນະທຳຂອງມວນມະນຸດ.
TAG
VOV/VOVworld/ພະ​ລາດ​ຊະ​ວັງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ