ນັກກະວີ ໂຕ໊ຮິ໊ວ ແມ່ນນັກກະວີທີ່ມີຊື່ສຽງຂອງ ຫວຽດນາມ |
ນັກກະວີ ໂຕ໊ຮິ໊ວ ຊື່ແທ້ແມ່ນ ຫງວຽນກີມແທັ່ງ ບ້ານເກີດຢູ່ ບ້ານຝູ່ລາຍ ຕາແສງ ກວ໋າງເຖາະ ເມືອງ ກວ໋າງດ່ຽນ ແຂວງ ເທື່ອທຽນເຫວ້ ປັດຈຸບັນແມ່ນຕາແສງ ກວ໋າງດ່ຽນ ນະຄອນເຫວ້. ໂຕ໊ຮິ໊ວ ແມ່ນນັກກະວີທີ່ມີຊື່ສຽງຂອງ ຫວຽດນາມ ແລະ ກໍ່ແມ່ນນັກການເມືອງເຄີຍດຳລົງຕຳແໜ່ງຮອງປະທານທີໜຶ່ງ ສະພາລັດຖະມົນຕີ ປັດຈຸບັນແມ່ນຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ. ຈຸດທີ່ເປັນເອກະລັກຂອງຫໍພິພິທະພັນ ແມ່ນມີສອງພາກຮັບໃຊ້ຜູ້ຊົມ. ພາກທີໜຶ່ງ ແມ່ນແນະນຳກ່ຽວກັບຊີວິດ ແລະ ການເຄື່ອນໄຫວການເມືອງ ແລະ ພາກທີສອງ ແມ່ນແນະນຳກ່ຽວກັບກາບກອນຂອງ ໂຕ໊ຮິ໊ວ. ນັກກະວີ ເຈິ່ນດັງຄວາ ຖືວ່າ:
“ຫໍພິພິທະພັນໄດ້ສ່ອງແສງພ້ອມກັນສອງດ້ານກ່ຽວກັບໂຕ໊ຮິ໊ວ. ນັ້ນແມ່ນບຸກຄົນປະຕິວັດ, ນັກເຄື່ອນໄຫວປະຕິວັດ, ການນຳປະຕິວັດ ພ້ອມກັບນັກກະວີ.. ມານີ້ຜູ້ຄົນທັງຫຼາຍສາມາດເຂົ້າໃຈກ່ຽວກັບນັກກະວີ ໂຕ໊ຮິ໊ວ ແລະ ຍັງເຂົ້າໃຈກ່ຽວກັບຜູ້ເປັນການນຳ, ນັກຮົບປະຕິວັດ ໂຕ້ຮິ໊ວ”.
ມາຊົມຫໍພິພິທະພັນ, ມວນຊົນສາມາດເຫັນໄດ້ເຖິງບັນດາໄລຍະທາງຈາກການເຄື່ອນໄຫວປະຕິວັດ ຕະຫຼອດຮອດຊຸມວັນເດືອນປີດຳລົງຕຳແໜ່ງເປັນການນຳຂອງ ຫວຽດນາມ. ນີ້ກໍ່ແມ່ນສະຖານທີ່ ເຊິ່ງລູກຫຼານໃນຄອບຄົວຂອງນັກກະວີຢາກແນະນຳໃຫ້ແຂກມາຢ້ຽມຊົມມີຄວາມເຂົ້າໃຈວ່າ ໂຕ້ຮິ໊ວ ບໍ່ພຽງແຕ່ແມ່ນນັກກະວີນັກຮົບປະຕິວັດເທົ່ານັ້ນ ຫາກຍັງແມ່ນຜູ້ເປັນພໍ່ ຜູ້ເປັນຜົວທີ່ເປັນແບບຢ່າງອີກດ້ວຍ. ນາງ ຫງວຽນມິງຮົ່ງ ລູກສາວຂອງນັກກະວີ ໂຕ໊ຮິ໊ວ ເປີດເຜີຍວ່າ:
“ຄອບຄົວຂອງຂ້າພະເຈົ້າຢາກແຜ່ກະຈາຍຄຸນຄ່າວັດທະນະທຳ ຄຸນຄ່າທາງດ້ານຈິດໃຈກ່ຽວກັບບຸກຄົນທີ່ເປັນນັກກະວີ, ນັກປະຕິວັດ. ພວກຂ້າພະເຈົ້າຫວັງຢ່າງດຽວວ່າ ຈະໄດ້ແຜ່ກະຈາຍຄຸນຄ່ານີ້ເຖິງມວນຊົນທັງຫຼາຍ. ພວກຂ້າພະເຈົ້າຫວັງໃຫ້ ຫໍພິພິທະພັນ ໂຕ໊ຮິ໊ວ ກາຍເປັນສະຖານທີ່ວັດທະນະທຳ ເພື່ອໃຫ້ຜູ້ມາຢ້ຽມຊົມເຂົ້າໃຈກ່ຽວກັບນັກກະວີ ໂຕ້ຮິ໊ວ ຫຼາຍກວ່າເກົ່າ”.
ພາກເນື້ອໃນທີສອງ ແມ່ນເຂດວາດພາບຫ້ອງຮັບແຂກ ແລະ ຫ້ອງເຮັດວຽກ ຂອງໂຕ໊ຮິ໊ວ ຢູ່ເຮືອນເລກທີ 76 ຖະໜົນ ຟານດິ່ງຟ່ງ ຮ່າໂນ້ຍ, ແຫ່ງທີ່ນັກກະວີ ໂຕ໊ຮິ໊ວ ແລະ ຄອບຄອບຄົວໄດ້ດຳລົງຊີວິດນັບແຕ່ຊຸມປີ 1960 ຮອດເວລາທ່ານເຖິງແກ່ມໍລະນະກຳເມື່ອປີ 2022. ພາບຖ່າຍແຕ່ລະແຜ່ນ, ເອກະສານວັດຖຸພັນແຕ່ລະຢ່າງລ້ວນແຕ່ເລົ່າຄືນກ່ຽວກັບຈິດວິນຍານຂອງນັກກະວີທີ່ເຕັມໄປດ້ວຍອຸດົມຄະຕິ ແລະ ຄວາມຄາດຫວັງ. ນາງ ຟ້າມກີມເງິນ ຮອງຜູ້ອຳນວຍການ ຫໍພິພິທະພັນ ໂຕ໊ຮິ໊ວ ໃຫ້ຮູ້ວ່າ:
“ຫໍພິພິທະພັນກໍ່ຍັງວາງສະແດງວັດຖຸພັນຂອງລູກສອງຄົນຂອງແມ່ ເຕີມ ເຊິ່ງເປັນຜູ້ໄດ້ລ້ຽງດູນັກກະວີ ໂຕ໊ຮິ໊ວ ຢູ່ ກູ່ລາວແຮັງ ໃນປີ 1942 ຂະນະທີ່ທ່ານຫາກໍ່ແຫກຄຸກ ດັກກະເລີຍ ແລະ ກາຍເປັນເລຂາຄະນະພັກຊົ່ວຄາວ ແຂວງ ແທັງຮວ໊າ. ລູກຊາຍສອງຄົນຂອງແມ່ ເຕີມ ໄດ້ໄປເລາະຕັດຜົມ ທັງຫາເງິນເພື່ອໃຊ້ຈ່າຍໃຫ້ແກ່ນັກກະວີ ໂຕ໊ຮິ໊ວ ແລະ ບັນດາເພື່ອນຮ່ວມກົມກອງ”.
ຫໍພິພິທະພັນ ໂຕ໊ຮິ໊ວ ໃຊ້ຫຼາຍພາຫະນະເພື່ອຮັບໃຊ້ການວາງສະແດງ ຈາກການອ່ານ, ການຊົມ, ການຟັງ ໄດ້ເຮັດໃຫ້ຜູ້ມາຢ້ຽມຊົມຄືໄດ້ຮັບຟັງນັກກະວີເລົ່າເລື່ອງເອງ, ສາມາດຄົ້ນຫາໄລຍະທາງແຫ່ງການເຄື່ອນໄຫວກາບກອນ ແລະ ໄລຍະທາງເຄື່ອນໄຫວປະຕິວັດ ໃນຕະຫຼອດ 70 ປີຂອງ ໂຕ໊ຮິ໊ວ
. “ນ້ອງມີຄວາມປະທັບໃຈທີ່ສຸດຕໍ່ແວ່ນຕາຂອງນັກກະວີ ໂຕ໊ຮິ໊ວ ທີ່ໄດ້ວາງເທິງປຶ້ມອ່ານຫົວໜຶ່ງ. ນ້ອງຄິດວ່າແວ່ນຕານີ້ຍາມໃດກໍ່ຕິດພັນກັບນັກກະວີ ໂຕ໊ຮິ໊ວ ໃນການປະພັນບັນດາບົດກະວີທີ່ປະທັບໃຈ”.
ຫໍພິພິທະພັນ ໂຕ໊ຮິ໊ວ ບໍ່ພຽງແຕ່ແມ່ນບ່ອນເກັບຮັກຄວາມຊົງຈຳກ່ຽວກັບນັກກະວີ, ນັກຮົບປະຕິວັດເທົ່ານັ້ນ ຫາກຍັງແມ່ນສະຖານທີ່ປຸກລຸກນ້ຳໃຈຮັກຊາດ ແລະ ຄວາມເອກອ້າງທະນົງໃຈຂອງຊາດ. ມານີ້ແຂກທັງຫຼາຍບໍ່ພຽງແຕ່ຢ້ຽມຊົມວັດຖະພັນເທົ່ານັ້ນ ຫາກຍັງໄດ້ຮັບຟັງບົດກາບກອນ ຕິດພັນກັບປະຫວັດສາດຂອງຊາດອີກດ້ວຍ.




