logo

ຖະໜົນດອກໄມ້ ຫງວຽນເຫ້ວ ເປີດກວ້າງພື້ນທີ່, ເປັນຄັ້ງທຳອິດວາງສະແດງທັງກາງເວັນ - ກາງຄືນ

2026/2/16 | 08:37:42
(VOVWORLD) - ຄະນະຈັດຕັ້ງໄດ້ຜັນຂະຫຍາຍການວາງສະແດງຕອນກາງເວັນ ແລະ ກາງຄືນໃນເຂດດຽວຢູ່ຖະໜົນຍ່າງ ຫງວຽນເຫ້ວ, ສົມທົບຢ່າງກົມກຽວລະຫວ່າງສິລະປະທີ່ເປັນມູນເຊື້ອ ແລະ ເຕັກໂນໂລຊີທັນສະໄໝ.
(ຖະໜົນດອກໄມ້ ຫງວຽນເຫ້ວ)

ຕອນຄ່ຳວັນທີ 15 ກຸມພາ (ກົງກັບວັນທີ 28 ເດືອນ 12 ໄລ່ຕາມຈັນທະປະຕິທິນ), ຖະໜົນດອກໄມ້ ຫງວຽນເຫ້ວ ໄດ້ໄຂຂຶ້ນຢ່າງເປັນທາງການ, ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວມາຢ້ຽມຊົມເປັນຈຳນວນຫຼາຍ. ດ້ວຍຫົວຂໍ້ “ລະດູບານໃໝ່ແຫ່ງການເຕົ້າໂຮມ - ບືນຕົວຂຶ້ນຢ່າງໝັ້ນຄົງເຂັ້ມແຂງ”, ຖະໜົນດອກໄມ້ ຫງວຽນເຫ້ວ ປີນີ້ໄດ້ເປີດກວ້າງພື້ນທີ່ເຂດວາງສະແດງ, ນຳໃຊ້ເຕັກໂນໂລຊີທັນສະໄໝ ແລະ ມີສານສາມັກຄີ, ພັດທະນາຂອງນະຄອນ ໂຮ່ຈີມິນ.

ຄະນະຈັດຕັ້ງໄດ້ຜັນຂະຫຍາຍການວາງສະແດງຕອນກາງເວັນ ແລະ ກາງຄືນໃນເຂດດຽວຢູ່ຖະໜົນຍ່າງ ຫງວຽນເຫ້ວ, ສົມທົບຢ່າງກົມກຽວລະຫວ່າງສິລະປະທີ່ເປັນມູນເຊື້ອ ແລະ ເຕັກໂນໂລຊີທັນສະໄໝ. ນີ້ແມ່ນບາດກ້າວເດີນທີ່ປະດິດຄິດສ້າງ, ສະແດງໃຫ້ເຫັນຈິດໃຈການປ່ຽນແປງໃໝ່, ກ້າຄິດ - ກ້າທຳ - ກ້ານຳໜ້າຂອງນະຄອນ ໂຮ່ຈີມິນ.

ອ້າຍ ວັນທ້ວນ, ໃຫ້ຮູ້ວ່າ ປີໃດອ້າຍກໍ່ໄປຢ້ຽມຢາມຖະໜົນດອກໄມ້ ຫງວຽນເຫ້ວ ແລະ ຖືນີ້ແມ່ນສະຖານທີ່ທີ່ພາດບໍ່ໄດ້.

“ໃນຖະໜົນດອກໄມ້ ຫງວຽນເຫ້ວ ມີສັດມົງຄຸນໂຕມ້າຫຼາຍ, ແຕ່ຂ້າພະເຈົ້າມີຄວາມປະທັບໃຈສັດມົງຄຸນຢູ່ປະຕູໂຂງໃຈກາງ ແລະ ປະຕູໂຂງໃກ້ກັບທ່າເຮືອ ແບັກດັ່ງ ເປັນທີ່ສຸດ. ຂ້າພະເຈົ້າຫວັງວ່າ ບໍ່ພຽງແຕ່ປະຊາຊົນນະຄອນ ໂຮ່ຈີມິນ ຫາກນັບທັງແຂກທ່ອງທ່ຽວສາກົນກໍ່ຈະມີຄວາມປະທັບໃຈ, ຖ່າຍຮູບບັນທຶກຈຸດທີ່ສ້າງຄວາມປະທັບໃຈຢູ່ທີ່ນີ້ໄວ້”.

ແລະກໍ່ໃນວັນດຽວກັນ, ງານບຸນຖະໜົນປື້ມບຸນເຕັດປີມະເມຍ 2026 ດ້ວຍຫົວຂໍ້ “ລະດູບານໃໝ່ແຫ່ງການເຕົ້າໂຮມ - ບືນຕົວຂຶ້ນຢ່າງໝັ້ນຄົງເຂັ້ມແຂງ” ກໍ່ໄດ້ໄຂຂຶ້ນ. ນີ້ແມ່ນຈຸດນັດພົບດ້ານວັດທະນະທຳທີ່ເປັນເອກະລັກສະເພາະ, ເພື່ອໂຄສະນາ ແລະ ແຜ່ກະຈາຍວັດທະນະທຳການອ່ານຢູ່ນະຄອນ ໂຮ່ຈີມິນ.

ທີ່ງານບຸນໄດ້ຈັດດ້ວຍບັນດາເຄື່ອນໄຫວພົບປະແລກປ່ຽນທີ່ຟົດຟື້ນ, ນັກປະພັນແຈກລາຍເຊັນ, ການຂຽນຕົວໜັງສື ຫວຽດ ເດີມ. ງານບຸນນີ້ໄດ້ຈັດຂຶ້ນແຕ່ວັນທີ 15 – 22 ກຸມພາ (ແຕ່ວັນທີ 28 ເດືອນ 12 ຮອດວັນທີ 06 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ).

TAG
VOV/VOVworld/​ສິ​ລະ​ປະ/​ມູນ​ເຊື້ອ/ເຕັກ​ໂນ​ໂລ​ຊີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ