logo

ຖະໜົນປື້ມບຸນເຕັດ 2026 ຂອງນະຄອນ ໂຮ່ຈີມິນ ສ້າງສະຖິຕິ, ຕ້ອນຮັບແຂກມາຢ້ຽມຊົມກວ່າ 1 ລ້ານເທື່ອຄົນ

2026/2/25 | 09:20:30
(VOVWORLD) - ສິ່ງທີ່ໜ້າສົນໃຈແມ່ນບັນດາປື້ມຂາຍດີທີ່ສຸດລວມມີ: ຫວຽດນາມ ສວຍງາມທີ່ສຸດເມື່ອມີຊື່ຂອງປະທານ ໂຮ່ຈີມິນ (ສະບັບພາສາ ອັງກິດ), ຄາວເຍົາໄວຢູ່ອິນດູຈີນ
ມີແຂກມາຢ້ຽມຊົມຈຳນວນກວ່າ 1 ລ້ານເທື່ອຄົນເຂົ້າຮ່ວມງານບຸນ
(ພາບ: NXB Trẻ)

        ງານບຸນຖະໜົນປື້ມບຸນເຕັດປີມະເມຍ 2026 ຢູ່ນະຄອນ ໂຮ່ຈີມິນ ຫາກໍ່ອັດລົງ ໂດຍມີແຂກມາຢ້ຽມຊົມຈຳນວນກວ່າ 1 ລ້ານເທື່ອຄົນ ແລະ ບັນລຸລາຍຮັບເກືອບ 8,2 ຕື້ດົ່ງ (ກວ່າ 310.000 USD). ງານບຸນໄດ້ຈັດຂຶ້ນແຕ່ວັນທີ 15 – 22 ກຸມພາ.

        ໃນເວລາ 8 ມື້ທີ່ເປີດປະຕູ, ມີປື້ມ 17.700 ຫົວຂໍ້ໄດ້ຂາຍອອກ. ສິ່ງທີ່ໜ້າສົນໃຈແມ່ນບັນດາປື້ມຂາຍດີທີ່ສຸດລວມມີ: ຫວຽດນາມ ສວຍງາມທີ່ສຸດເມື່ອມີຊື່ຂອງປະທານ ໂຮ່ຈີມິນ (ສະບັບພາສາ ອັງກິດ), ຄາວເຍົາໄວຢູ່ອິນດູຈີນ, ປະຫວັດສາດ ຫວຽດນາມ ດ້ວຍພາບ (ສະບັບພາສາອັງກິດ ແລະ ຫວຽດນາມ).

        ມີຈຸດຄວາມງາມມະນຸດສະທຳທີ່ສືບຕໍ່ໄດ້ຮັບການຮັກສາໄວ້ ແລະ ມີການປ່ຽນແປງໃໝ່ໃນປີນີ້ແມ່ນ ການເຄື່ອນໄຫວມອບອັງເປົາປື້ມຍາມຕົ້ນລະດູບານໃໝ່. ຢູ່ທັງ 3 ເຂດຂອງງານບຸນ, ມີປື້ມ, ໜັງສືພິມ, ວາລະສານເກືອບ 2.000 ຫົວໄດ້ມອບໃຫ້ປະຊາຊົນ.

TAG
VOV/VOVworld/ຄາວ​ເຍົາ​ໄວ/ອິນ​ດູ​ຈີ​ນ​/ປະ​ຫວັດ​ສາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ