logo

“ຖາຍງວຽນ: ຈຸດ​ໃຈ​ກາງ​ແຫ່ງ​ການ​ເຊື່ອມ​ຕໍ່ - ສ້າງ​ຄວາມ​ວັດ​ທະ​ນາ​ຖາ​ວອນ”

2026/1/6 | 07:16:03
(VOVWORLD) - ຕອນບ່າຍວັນທີ 05 ມັງກອນ, ແຂວງ ຖາຍງວຽນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນປີ 2026 ດ້ວຍຫົວຂໍ້ “ຖາຍງວຽນ: ຈຸດໃຈກາງແຫ່ງການເຊື່ອມຕໍ່ - ສ້າງຄວາມວັດທະນະຖາວອນ”.

ທ່ານຮອງນາຍົກລັດຖະມນົຕີຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮວ່າບິ່ງ ກ່າວຄ່ຳເຫັນທີ່ກອງປະຊຸມ

ປັດຈຸບັນ, ຖາຍງວຽນ ພວມມີ 234 ໂຄງການ ທີ່ມີເງິນລົງທຶນຕ່າງປະເທດ (FDI)  ລວມມູນຄ່າທັງໝົດ 11,5 ຕື້ USD. ພິເສດ, ທາງແຂວງ ພວມນຳໜ້າທົ່ວປະເທດກ່ຽວກັບການສົ່ງອອກເກີນດຸນ ດ້ວຍມູນຄ່າກວ່າ 10 ຕື້ USD. ນີ້ແມ່ນພື້ນຖານອັນໝັ້ນແກ່ນ ເພື່ອໃຫ້ ຖາຍງວຽນ ຫັນເປົ້າໝາຍກາຍເປັນສູນອຸດສາຫະກຳທັນສະໄໝຂອງເຂດພູດອຍ ແລະ ເຂດພູສູງເຂດພາກເໜືອ ຫວຽດນາມ ໃຫ້ປະກົດຜົນເປັນຈິງ. ໃນກອງປະຊຸມ, ແຂວງ ຖາຍງວຽນ ໄດ້ມອບໃບຢັ້ງຢືນການຈົດທະບຽນລົງທຶນ ແລະ ຄຳໝັ້ນສັນຍາເປີດກວ້າງການລົງທຶນໃຫ້ແກ່ 31 ໂຄງການ, ດ້ວຍມູນຄ່າທັງໝົດເກືອບ 4,4 ຕື້ USD.

ດ້ວຍວິໄສທັດຮອດປີ 2030, ຖາຍງວຽນ ວາງແຜນຜັງ 33 ເຂດອຸດສາຫະກຳໃນເນື້ອທີ່ກວ່າ 12.000 ເຮັກຕາ. ພ້ອມກັບບັນດາໂຄງການພື້ນຖານໂຄງລ່າງຍຸດທະສາດ. ຖາຍງວຽນ ຍາມໃດກໍກຽມພ້ອມເນື້ອທີ່ດິນສະອາດ, ພື້ນຖານໂຄງລ່າງເຕັກນິກທີ່ຄົບຊຸດ ແລະ ຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ພ້ອມທັງໃຫ້ຄຳໝັ້ນສັນຍາຮຽງບ່າຮຽງໄຫຼ່ພ້ອມກັບນັກລົງທຶນໃນໄລຍະເຄື່ອນໄຫວຜະລິດດຳເນີນທຸລະກິດຢູ່ແຂວງ.


TAG
VOV/VOVworld/ຖາຍງວຽນ/ສົ່ງ​ເສີມ​ການ​ລົງ​ທຶນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ