logo

(ຖ່າຍຖອດສົດ) - ພິທີອັດ SEA Games 31

2022/5/23 | 12:40:00
(VOVWORLD) -ຕອນຄ່ຳວັນທີ 23 ພຶດສະພາ, SEA Games 31 ໄດ້ອັດລົງຢ່າງເປັນທາງການ ດ້ວຍພິທີອັດດຳເນີນຢູ່ຫໍແລ່ນ ແລະ ລານໃນຮົ່ມ ມິ້ດິ່ງ, ຮ່າໂນ້ຍ. VOV ໄດ້ຖ່າຍຖອດສົດພິທີອັດນັບແຕ່ເວລາ 20 ໂມງ.

ດ້ວຍຫົວຂໍ້ “ເຕົ້າໂຮມເພື່ອສ່ອງແສງສະຫວ່າງ - Gather to shine”, ພິທີອັດ SEA Games 31 ໄດ້ແບ່ງເປັນ 3 ພາກ: ພາກທີ 1 “ຮ່າໂນ້ຍຂອງຂ້າພະເຈົ້າ, ຄວາມຮັກຂອງເພື່ອນມິດ” ມີສານທີ່ວ່າ: ນະຄອນຫຼວງ ຮ່າໂນ້ຍ, ເຂດດິນແດນແຫ່ງອະລິຍະທຳນັບພັນປີ” ດ້ວຍບັນດາບົດເພງກ່ຽວກັບຮ່າໂນ້ຍ. ພາກທີ 2 “ເຕົ້າໂຮມ” - ນີ້ແມ່ນພາກຕົ້ນຕໍຂອງພິທີອັດ ເລີ່ມຕົ້ນດ້ວຍພິທີເຄົາລົບທຸງ, ການເດີນຂະບວນຂອງ 11 ປະເທດ, 40 ປະເພດກິລາ, ກຸ່ມກຳມະການ ແລະ ນັກອາສາສະໝັກ. ພ້ອມກັນນັ້ນແມ່ນບັນດາຮູບພາບໜ້າປະທັບໃຈທີ່ສຸດໃນ 12 ວັນດຳເນີນການແຂ່ງຂັນໃນ SEA Games 31. ຖັດຈາກນັ້ນແມ່ນບົດກ່າວປາໄສສະຫຼຸບຂອງທ່ານ ຫງວຽນວັນຮຸ່ງ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ, ຫົວໜ້າຄະນະຈັດຕັ້ງ SEA Games 31; ປະກາດອັດ SEA Games 31 ຂອງການນຳລັດຖະບານແຫ່ງ ສສ. ຫວຽດນາມ ແລະ ພິທີຊັກທຸງລົງ, ມອດທ້ວນໄຟ. ຈຸດພົ້ນເດັ່ນໃນລາຍການນີ້ແມ່ນພິທີມອບທຸງລະຫວ່າງສະຫະພັນກິລາອາຊີຕາເວັນອອກສ່ຽງໃຕ້ໃຫ້ແກ່ ກຳປູເຈຍ - ປະເທດເຈົ້າພາບຈັດ SEA Games 32 (ຄາດວ່າໃນປີ 2023); ພ້ອມກັນນັ້ນແມ່ນລາຍການສະແດງສິລະປະຂ່ຳນັບຊົມເຊີຍຂອງປະເທດ ກຳປູເຈຍ, ດ້ວຍວາດພ້ອນ Apsara - ເປັນສັນຍາລັກຂອງວັດທະນະທຳ, ຈິດໃຈ ແລະ ສີສັນຂອງຊາວ ຂະແມ.

TAG
VOV/VOVworld/Gather to shine/SEA Games 31/ພິ​ທີ​ຊັກ​ທຸງ​ລົງ/ມອດທ້ວນ​ໄຟ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ