ກ່ອນນີ້ 80 ປີ, ຢູ່ສະໜາມຫຼວງ ບາດິ່ງ ປະຫວັດສາດ, ປະທານ ໂຮ່ຈີມິນ ໄດ້ກ່າວບົດຖະແຫຼງປະກາດເອກະລາດ, ສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ(ພາບ: Vietnam+)
|
ທຸງຊາດແມ່ນສັນຍາລັກຂອງຊາດໜຶ່ງ. ສຳລັບ ຫວຽດນາມ ແລ້ວ, ທຸງຊາດແມ່ນຄັນທຸງສີແດງເຫຼືອງເຫຼື້ອມ, ທີ່ມີ ດາວຄຳ 5 ແຈຢູ່ເຄິ່ງກາງ. ທຸງຊາດແມ່ນຈິດວິນຍານຂອງຊາດ, ແມ່ນຂີດໝາຍຂອງຊຸມວັນເດືອນປີແຫ່ງການຕໍ່ສູ້ຍາດເອົາເອກະລາດ, ແມ່ນຮູບພາບຂອງບຸກຄົນທີ່ໄດ້ເສຍສະຫຼະຊີວິດເພື່ອຄວາມສະຫງົບສຸກຂອງປະເທດຊາດໃນພາຍພາກໜ້າ. ແລະມື້ນີ້, ທ່າມກາງທ້ອງຟ້າແຫ່ງເສລີພາບ, ທຸງຊາດນັ້ນ ສືບຕໍ່ປິວສະບັດຢ່າງເອກອ້າງທະນົງໃຈ, ພາທາງໃຫ້ຊາດ ຫວຽດນາມ ກ້າວໄປສູ່ອະນາຄົດທີ່ສະຫງ່າຜ່າເຜີຍ.
ສັນຍາລັກແຫ່ງເອກະລາດ ແລະ ອະທິປະໄຕ
ທຸງແດງດາວຄຳ ໄດ້ປະກົດຢູ່ສະໜາມຫຼວງ ບາດິ່ງ ຢ່າງເປັນທາງການໃນວັນທີ 2 ກັນຍາ 1945, ເມື່ອປະທານ ໂຮ່ຈີມິນ ກ່າວບົດຖະແຫຼງປະກາດເອກະລາດ. ຈຸດເວລານັ້ນ ບໍ່ພຽງແຕ່ແມ່ນວັນທີ່ປະເທດຊາດມີຊື່ເອີ້ນຕໍ່ໜ້າປວງຊົນທັງຊາດເທົ່ານັ້ນ, ຫາກຍັງແມ່ນວັນທີ່ຊື່ ປະເທດ ຫວຽດນາມ ໄດ້ປະກົດໃນແຜນທີ່ໂລກຢ່າງເປັນທາງການອີກດ້ວຍ.
ສີແດງຂອງທຸງຊາດເປັນສັນຍາລັກແຫ່ງຄວາມສຸດຈິດສຸດໃຈ, ເຈດຈຳນົງ, ຄວາມເຊື່ອໝັ້ນ, ນ້ຳໃຈເສຍສະຫຼະ, ຕໍ່ສູ້ເຮັດການປະຕິວັດ. ສ່ວນດວງດາວສີຄຳແມ່ນແສງສະຫວ່າງແຫ່ງບົດບາດນຳພາການປະຕິວັດຂອງພັກຄອມມູນິດ ຫວຽດນາມ. ຫ້າແຈໝາຍເຖິງຄວາມສາມັກຄີຂອງປະຊາຊົນທຸກຊັ້ນວັນນະ ລວມມີ ປັນຍາຊົນ, ຊາວນາ, ກຳມະກອນ, ພໍ່ຄ້າຊາວຂາຍ, ທະຫານໃນມະຫາຄອບຄົວຊາວ ຫວຽດນາມ ບັນດາເຜົ່າ. ທ່ານ ສຈ. ແມກກວາງຖັງ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ວິເຄາະວ່າ:
“ພ້ອມກັບບົດຖະແຫຼງປະກາດເອກະລາດອະມະຕະແລ້ວ, ທຸງແດງດາວຄຳ ໄດ້ເປັນພະຍານຈຸດເວລາອັນສັກສິດຂອງປະເທດຊາດ, ປະກາດໃຫ້ທົ່ວໂລກຊາບວ່າ ປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໄດ້ປະກົດໃນແຜນທີ່ໂລກ. ໃນຕະຫຼອດ 80 ປີ, ທຸງຊາດແມ່ນສັນຍາລັກໃຫ້ລະບອບການເມືອງ, ຄວາມເອກອ້າງທະນົງໃຈຂອງຊາດ, ສະແດງໃຫ້ເຫັນລັກສະນະສັກສິດຂອງອະທິປະໄຕແຫ່ງຊາດ”.
ໃນການຕໍ່ຕ້ານຍາດເອົາເອກະລາດຂອງຊາດຄັ້ງຕ່າງໆ, ທຸງຊາດ ແມ່ນແສງສະຫວ່າງເຍືອງທາງ, ແມ່ນບ່ອນອີງດ້ານຈິດໃຈ, ເພີ່ມກຳລັງແຮງໃຫ້ນັກຮົບ ແລະ ປະຊາຊົນ ຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກເພື່ອຍາດເອົາໄຊຊະນະ.
ນັກຮົບເກົ່າ ຫງວຽນວັນເຕີບ, ທະຫານຂັບລົດຖັງ 390 ບຸກເຂົ້າປະຕູໂຂງທຳນຽບ ດົກເລີບ (ເອກະລາດ) ເມື່ອປີ 1975, ແບ່ງບັນຄວາມຮູ້ສຶກສູ່ຟັງວ່າ:
“ຂ້າພະເຈົ້າມີຄວາມຕື້ນຕັນໃຈ ແລະ ພາກພຸມໃຈທີ່ສຸດຕໍ່ ທຸງຊາດທີ່ປຽກຊຸ່ມໄປດ້ວຍເລືອດເນື້ອຂອງຫຼາຍລຸ້ນຄົນ. ທຸງແດງດາວຄຳປິວສະບັດແມ່ນໄຊຊະນະແຫ່ງຄວາມເຊື່ອໝັ້ນ ຄວາມຈົງຮັກພັກດີຕໍ່ເສັ້ນທາງເຊິ່ງພັກ ແລະ ປະທານ ໂຮ່ຈີມິນ ໄດ້ເລືອກເຟັ້ນ, ເພື່ອເອກະລາດເສລີພາບຂອງຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ”.
80 ປີທີ່ທຸງແດງດາວຄຳປິວສະບັດນັ້ນ ກໍແມ່ນ 80 ປີ ທີ່ຫວຽດນາມ ໄດ້ມານະພະຍາຍາມຕໍ່ສູ້ເພື່ອຍາດເອົາ ແລະ ປົກປັກຮັກສາເອກະລາດ, ເສລີພາບ, ປົກປ້ອງ, ສ້າງສາ ແລະ ພັດທະນາປະເທດ.
ຫຼັກທຸງ ຫຼຸງກູ໊, ຈຸດເໜືອສຸດຂອງ ຫວຽດນາມ(ພາບ: VTC News)
|
ຄວາມເອກອ້າງທະນົງໃຈຕໍ່ທຸງຊາດ
ທຸງແດງດາວຄຳແມ່ນຄວາມເອກອ້າງທະນົງໃຈຂອງປະຊາຊົນ ຫວຽດນາມ ແລະ ຍິ່ງຮູ້ສຶກເອກອ້າງທະນົງໃຈກວ່າເມື່ອເຫັນປະຈັກຕາທຸງຊາດປິວສະບັດຢູ່ສະໜາມຫຼວງ ບາດິ່ງ, ປິວສະບັດຢູ່ເຂດດິນເໜືອສຸດຂອງປະເທດໃນຕະຫຼອດ 80 ປີຜ່ານມາ. ທຸງແດງດາວຄຳຍັງແມ່ນຮູບພາບເປັນສັນຍາລັກໃຫ້ແກ່ເອກະລາດ, ປະຊາທິປະໄຕ ແລະ ຄວາມຫວັງສັນຕິພາບຂອງ ຫວຽດນາມ ບົນເວທີສາກົນອີກດ້ວຍ.
ຢູ່ເຂດພິເສດ ເຈື່ອງຊາ, ແຂວງ ແຄັງຮວ່າ, ພິທີເຄົາລົບທຸງ ບໍ່ພຽງແຕ່ແມ່ນພິທີການທີ່ເຄັ່ງຂຶມຂອງກອງທັບເທົ່ານັ້ນ, ຫາກຍັງແມ່ນຄຳສາບານຕົວສືບຕໍ່ເສີມຂະຫຍາຍຈິດໃຈປະຕິວັດເດືອນສິງຫາ, ຕັດສິນໃຈປົກປັກຮັກສາອະທິປະໄຕທະເລ,ເກາະອັນສັກສິດຂອງຊາດໄວ້ໃຫ້ໝັ້ນຄົງ.
“ເຄົາລົບທຸງແມ່ນພິທີການອັນສັກສິດສຳລັບພວກຂ້າພະເຈົ້າ, ຂ້າພະເຈົ້າຮູ້ສຶກເປັນກຽດ ແລະ ເອກອ້າງທະນົງໃຈທີ່ສຸດເມື່ອປະຕິບັດໜ້າທີ່ຢູ່ເກາະ ເຈື່ອງຊາ. ຢືນຢູ່ຕໍ່ໜ້າທຸງຊາດ, ພວກຂ້າພະເຈົ້າຮ້ອງໂຮ່ 10 ຄຳສາບານຕົວອັນເປັນກຽດຂອງທະຫານປະຊາຊົນ, ສະແດງໃຫ້ເຫັນຄວາມຈົງຮັກພັກດີຂອງຕົນທີ່ມີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ”.
“ທຸງຊາດປິວສະບັດຢູ່ເທິງເກາະ ແລະ ສຽງເພງຊາດດັງກ້ອງຢູ່ເທິງເກາະນັ້ນ ເຮົາກໍ່ຮູ້ສຶກໄດ້ວ່າ ບ້ານເກີດເມືອງນອນ, ປະເທດຊາດຂອງຕົນຢູ່ທີ່ນັ້ນ ແລະ ເປັນການຢັ້ງຢືນອະທິປະໄຕຂອງຊາດ”.
ຢູ່ຫຼັກທຸງ ຫຼຸງກູ໊, ຈຸດເໜືອສຸດຂອງ ຫວຽດນາມ, ຜືນທຸງຊາດກວ້າງ 54 ຕາແມັດ ໝາຍເຖິງ 54 ຊົນເຜົ່າອ້າຍນ້ອງ, ໄດ້ຊັກຂຶ້ນຍອດເສົາຢູ່ຈອມພູ ຣົ່ງ ຢ່າງສະຫງ່າຜ່າເຜີຍ. ໃນຂະນະນັ້ນ, ຕອນໃຕ້ສຸດຂອງປະເທດ, ແຫຼມ ກ່າເມົາ ກໍມີຜືນທຸງຊາດອັນສັກສິດເຊັ່ນດຽວກັນ.
ທຸງແດງດາວຄຳຂອງຊາດ ຫວຽດນາມ ໄດ້ປິວສະບັດຢູ່ສຳນັກງານ ສປຊ(ພາບ: UN)
|
ນັບແຕ່ເດືອນກັນຍາ 1977, ທຸງແດງດາວຄຳຂອງຊາດ ຫວຽດນາມ ໄດ້ປິວສະບັດຢູ່ສຳນັກງານ ສປຊ ທີ່ນິວຢອກ, ເປັນຂີດໝາຍ ຫວຽດນາມ ກາຍເປັນສະມາຊິກທີ 149 ຂອງອົງການຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກ, ເລີ່ມຕົ້ນໃຫ້ແກ່ໄລຍະເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງຂອງ ຫວຽດນາມ.
ຫຼັງຈາກນັ້ນບໍ່ດົນ, ທຸງແດງດາວຄຳກໍໄດ້ປະກົດຕົວນັບມື້ນັບຫຼາຍໃນເວທີປາໄສສາກົນຫຼາຍຝ່າຍ, ເຊັ່ນ ກອງປະຊຸມສຸດຍອດບັນດາພື້ນຖານເສດຖະກິດ ອາຊີ - ປາຊີຟິກ (APEC). ເວທີປາໄສຮ່ວມມື ອາຊີ - ເອີຣົບ (ASEAM), ASEAN...
ທຸງແດງດາວຄຳ ກໍປິວສະບັດຢູ່ຄະນະຮັກສາສັນຕິພາບ ຫວຽດນາມ ປະຈຳ ອາຟະລິກາ ອີກດ້ວຍ, ເປັນຂີດໝາຍເລື່ອງ ຫວຽດນາມເຂົ້າຮ່ວມພາລະກຳປັກປົກຮັກສາສັນຕິພາບໃນໂລກ. ທ່ານ ພົນຈັດຕະວາ Mohammad Nazmul Haque ຫົວໜ້າເສນາທິການ ກົມການເຄື່ອນໄຫວສັນຕິພາບ ສປຊ, ຕີລາຄາວ່າ:
“ຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ຮັບການຕີລາຄາສູງຈາກການນຳສະຫະປະຊາຊາດ, ກໍຄືຈາກລັດຖະບານ ແລະ ປະຊາຊົນ ຊູດັງໃຕ້ ແລະ ອາບີເຍ (Abyei) ກ່ຽວກັບການປະກອບສ່ວນຂອງກຳລັງຮັກສາສັນຕິພາບ ຫວຽດນາມ, ພິເສດແມ່ນກອງທະຫານຊ່າງແສງ ແລະ ໂຮງໝໍກາງສະໜາມ ນັບແຕ່ເມື່ອ ຫວຽດນາມ ໄດ້ຮັບການຜັນຂະຫຍາຍເຖິງ UNISFA ແລະ UNMISS... ຂ້າພະເຈົ້າເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ ພວກເພື່ອນຈະສືບຕໍ່ບັນລຸໄດ້ບັນດາຜົນງານດ້ວຍຄວາມສຸດຈິດສຸດໃຈຕໍ່ໜ້າທີ່ວຽກງານ ແລະ ຕໍ່ປະຊາຄົມທ້ອງຖິ່ນ ເຊິ່ງພວກເພື່ອນພວມປະຕິບັດໜ້າທີ່ ”.
ບໍ່ພຽງແຕ່ປະກົດຢູ່ບັນດາສຳນັກງານອົງການຫຼາຍຝ່າຍ, ບັນດາກອງປະຊຸມສາກົນເທົ່ານັ້ນ, ທຸງຊາດ ຫວຽດນາມ ຍັງປະກົດຢ່າງສະຫງ່າຜ່າເຜີຍຢູ່ສະຖານທູດ ຫວຽດນາມ ປະຈຳຫຼາຍປະເທດ ອີກດ້ວຍ. ທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ ຫວຽດນາມ, ໃຫ້ຮູ້ວ່າ:
“ຈາກປະເທດທີ່ຖືກປິດລ້ອມ, ໂດດດ່ຽວ, ມາຮອດປະຈຸບັນ, ຫວຽດນາມ ໄດ້ມີການພົວພັນດ້ານການທູດກັບ 194 ປະເທດ, ສ້າງຕັ້ງເຄືອຂ່າຍການພົວພັນຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານກັບ 38 ປະເທດ, ໃນນັ້ນມີທຸກປະເທດກຳມະການຄະນະປະຈຳສະພາຄວາມໝັ້ນຄົງ ສະຫະປະຊາຊາດ, ບັນດາປະເທດ G7, ບັນດາປະເທດ G20 ເກືອບທັງໝົດ, ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າຂອງກວ່າ 70 ອົງການຈັດຕັ້ງສາກົນ”.
80 ປີຜ່ານມາ, ການມີໜ້າຂອງທຸງແດງດາວຄຳໃນແຜນທີ່ການເມືອງໂລກ ໄດ້ກາຍເປັນກຳລັງແຮງຍົກສູງຖານະບົດບາດຂອງ ຫວຽດນາມ, ແມ່ນກຳລັງໜູນນຳການປະຕິວັດ ຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກ ເພື່ອຍາດເອົາຜົນງານຕ່າງໆໃນເວທີສາກົນ.
ຢູ່ຖະໜົນຫຼາຍສາຍທີ່ນະຄອນ ໂຮ່ຈິມິນ ໄດ້ປະດັບປະດາດ້ວຍທຸງແດງດາວຄຳ(ພາບ: baodautu.vn)
|
ທຸງດາວໃນວັນຊາດ
ພາຍຫຼັງໄລຍະ 80 ປີນັບແຕ່ເມື່ອທຸງແດງດາວຄຳປິວສະບັດຢູ່ສະໜາມຫຼວງ ບາດິ່ງ ແຫ່ງປະຫວັດສາດ ແລະ ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່, ປະຈຸບັນ, ຫວຽດນາມ ໄດ້ມີກຳລັງແຮງ, ມີທ່າແຮງຢ່າງພຽງພໍ ເພື່ອເຂົ້າຮ່ວມການແກ້ໄຂບັນດາບັນຫາລະດັບພາກພື້ນ, ບັນດາບັນຫາມີລັກສະນະທົ່ວໂລກ. ຜົນງານຂອງ 80 ປີແມ່ນກຳລັງໜູນເພື່ອໃຫ້ຊາດ ຫວຽດນາມ ມຸ່ງໄປເຖິງອະນາຄົດຮຸ່ງເຮືອງເຫຼືອງເຫຼື້ອມ.
ຈາກປະເທດທຸກຍາກ, ຫຼ້າຫຼັງ, ຫວຽດນາມ ໄດ້ຫຼຸດພົ້ນອອກຈາກກຸ່ມບັນດາປະເທດມີລາຍຮັບຕ່ຳແຕ່ປີ 2008. ຈາກປະເທດຂາດສະບຽງອາຫານ, ປະຈຸບັນ ຫວຽດນາມ ໄດ້ກາຍເປັນປະເທດສົ່ງອອກເຂົ້າສານ ແລະ ຜະລິດຕະພັນກະເສດຫຼາຍປະເພດ, ຢືນອັນດັບແຖວໜ້າໂລກ. ອັດຕາຄອບຄົວທຸກຍາກຫຼຸດແຕ່ 58% ໃນປີ 1993 ລົງເຫຼືອຕ່ຳກວ່າ 1,9% ໃນປີ 2024 ຕາມມາດຕະຖານທຸກຍາກຫຼາຍດ້ານ. ຫວຽດນາມ ໄດ້ກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 32 ໃນໂລກ; GDP ສະເລ່ຍໃສ່ຫົວຄົນໃນປີ 2025 ເພີ່ມຂຶ້ນເກືອບທົບ 25 ເທົ່າພາຍຫຼັງ 3 ທົດສະວັດ…
ໃນສັງກາດບຸກບືນຂອງຊາດ, ຫວຽດນາມ ຈຳເປັນຕ້ອງໄດ້ຈັດຢູ່ໃນທີ່ຕັ້ງດີທີ່ສຸດທີ່ສາມາດຈະເປັນໄປໄດ້ ໃນລະບຽບໂລກໃໝ່. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງຂະແໜງການທູດ ຫວຽດນາມ (25 ສິງຫາ), ທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ, ຊີ້ແຈ້ງວ່າ:
“20 ປີຈະມາເຖິງ, ຫວຽດນາມ ຕ້ອງບືນຕົວກາຍເປັນປະເທດພັດທະນາທີ່ມີລາຍຮັບສູງ, ເປັນປະເທດເຂັ້ມແຂງແຮງກ້າ, ວັດທະນາຖາວອນ ແລະ ມີຄວາມຜາສຸກ. ນັ້ນແມ່ນຄຳສັ່ງຂອງພູມປັນຍາ ແລະ ຫົວໃຈ, ແມ່ນຄວາມຄາດຫວັງອັນໃຫຍ່ຫຼວງແມ່ນທຽບເທົ່າກັບບັນດາປະເທດມະຫາອຳນາດຢູ່ 5 ທະວີບຂອງປະທານ ໂຮ່ຈີມິນ ນັບແຕ່ຊຸມມື້ທຳອິດ ແຫ່ງການສ້າງຕັ້ງປະເທດ ແລະ ຂອງທັງຊາດ ຫວຽດນາມ”.
ພ້ອມກັນນັ້ນ, ຫວຽດນາມ ກໍ່ຫັນຈາກ “ການເຂົ້າຮ່ວມຢ່າງຕັ້ງໜ້າ” ໄປສູ່ “ການປະກອບສ່ວນສ້າງ, ກຳນົດກົດກະຕິກາ”, ແກ້ໄຂການພົວພັນກັບບັນດາປະເທດມະຫາອຳນາດ ກໍຄືກັບບັນດາສູນອຳນາດຂອງໂລກຢ່າງກົມກຽວ. ທ່ານ John McAuliff, ຫົວໜ້າຝ່າຍບໍລິຫານ, ກອງທຶນໄກ່ເກ່ຍປອງດອງ ແລະ ພັດທະນາ ອາເມລິກາ, ຖືວ່າ:
“ຂ້າພະເຈົ້າຄິດວ່າ ປະຈຸບັນແມ່ນຈຸດເວລາທີ່ ຫວຽດນາມ ສວມບົດບາດເປັນເຈົ້າການກວ່າ, ສາມາດສວມບົດບາດນຳພາເຊື່ອມຕໍ່ກັບບັນດາປະເທດ, ບໍ່ພຽງແຕ່ແມ່ນການໄກ່ເກ່ຍເທົ່ານັ້ນ, ຫາກຍັງສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດທີ່ພວມເກີດການປະທະກັນ ແລະ ບໍ່ລົງລອຍກັນ. ຫວຽດນາມ ສາມາດນຳໃຊ້ບົດຮຽນຂອງຕົນໃນເລື່ອງພ້ອມກັບສະຫະປະຊາຊາດເຂົ້າຮ່ວມການຮັກສາສັນຕິພາບຢູ່ບັນດາຈຸດຮ້ອນເຮັ່ງ, ຊ່ວຍໃຫ້ບັນດາປະເທດດຳເນີນການສົນທະນາແກ້ໄຂການປະທະກັນ”.
(ພິທີຝຶກຊ້ອມການເດີນຂະບວນ ສວນສະໜາມ) |
80 ປີກ່ອນນີ້, ວັນທີ 02 ກັນຍາ ທຸງແດງດາວຄຳປິວສະບັດຢູ່ສະໜາມຫຼວງ ບາດິ່ງ ແຫ່ງປະຫວັດສາດ ແລະ ໃນມື້ນີ້, ຢູ່ສະໜາມຫຼວງ ບາດິ່ງ, ນະຄອນຫຼວງ ຮ່າໂນ້ຍ ແລະ ທຸກແຖບຖິ່ນຂອງປະເທດຊາດ ກໍ່ເຕັມໄປດ້ວຍທຸງຊາດສີແດງ, ເປັນສັນຍາລັກແຫ່ງປະເທດຫວຽດນາມ ທີ່ຮຸ່ງເຮືອງເຫຼືອງເຫຼື້ອມໃນອະນາຄົດ.
ສຳນັກງານບັນດາອົງການ, ວິສາຫະກິດ, ຫຼາຍຄອບຄົວ, ຮ້ານຂາຍເຄື່ອງໄດ້ຮັບການປະດັບປະດາດ້ວຍທຸງແດງ, ດອກໄມ້ຢ່າງຮຸ່ງເຮືອງເຫຼືອງເຫຼື້ອມ. ມີທຸງຊາດນ້ອຍນັບເປັນພັນທີ່ປະດັບຢູ່ຕາມທ້ອງຖະໜົນ ແລະ ເຮືອນຢູ່. ປ້າ ໂດ້ທິບິກຖຸກ, ມາຈາກ ບັກນິງ, ສະແດງຄວາມຮູ້ສຶກວ່າ:
“ຂ້າພະເຈົ້າຮູ້ສຶກເອກອ້າງທະນົງໃຈ, ຕື້ນຕັນໃຈຫຼາຍ ເມື່ອເຫັນວ່າຄຸ້ມຖະໜົນຄຶກຄື້ນມ່ວນຊື່ນ. ທຸກຄົນຕ່າງກໍ່ຮູ້ສຶກເອກອ້າງທະນົງໃຈທີ່ເປັນຄົນ ຫວຽດນາມ ແລະເອກອ້າງທະນົງໃຈຕໍ່ບັນດາໄຊຊະນະ, ປະຫວັດສາດອັນອົງອາດກ້າຫານຂອງຊາດ ຫວຽດນາມ ພາຍຫຼັງ 80 ປີທີ່ຍາດໄດ້ເອກະລາດ”.
ຫວຽດນາມ ພວມບົນເສັ້ນທາງກ້າວເຂົ້າສູ່ສັງກາດບຸກບືນ ພາຍຫຼັງ 80 ປີແຫ່ງວັນສະຖາປະນາປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ, ປະຈຸບັນແມ່ນປະເທດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. 80 ປີພາຍຫຼັງວັນປະກາດເອກະລາດ, ກຳລັງແຮງຢ່າງໃຫຍ່ທີ່ສຸດຂອງທຸງຊາດບໍ່ພຽງແຕ່ແມ່ນທຸງແດງ,ດາວເຫຼືອງ 5 ແຈເທົ່ານັ້ນ, ຫາກຍັງແມ່ນຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນນັບລ້ານຄົນ ທີ່ມີຕໍ່ຄຸນຄ່າທີ່ສັກກະລະບູຊາຂອງເອກະລາດ, ສັນຕິພາບ ແລະ ການພັດທະນາອີກດ້ວຍ. ຖ້າຫາກວ່າ ລຸ້ນພໍ່ລຸ້ນອ້າຍໄດ້ເສຍສະຫຼະຊີວິດເພື່ອຮັກສາສີສັນແຫ່ງເລືອດເນື້ອຂອງທຸງຊາດໄວ້ນັ້ນ, ຊາວ ຫວຽດນາມ ໃນປະຈຸບັນດ້ວຍພູມປັນຍາ, ນ້ຳໃຈຄວາມຮັບຜິດຊອບຂອງຕົນກໍ່ປະກອບສ່ວນເຮັດໃຫ້ທຸງຊາດຫວຽດນາມປິວສະບັດຢ່າງສະຫງ່າໃນແຜນທີ່ໂລກ.




