logo

ທູດ​ພິ​ເສດ ອາ​ເມ​ລິ​ກາ ກັບ​ຄືນ ​ຕ​າ​ເວັນ​ອອກ​ກາງ

2026/2/3 | 07:35:00
(VOVWORLD) -  ຂ່າວກ່ຽວກັບ ທູດພິເສດ ອາເມລິກາ ກັບຄືນຕາເວັນອອກກາງ ໄດ້ປະກົດຂຶ້ນ ພາຍຫຼັງສື່ມວນຊົນພາກພື້ນໃຫ້ຂ່າວ ກ່ຽວກັບເລື່ອງ ອາເມລິກາ ແລະ ອີຣານ ກະກຽມເຈລະຈາກ່ຽວກັບຂໍ້ຕົກລົງຢຸດຕິສະພາບເຄັ່ງຕຶງພຽງ 2 – 3 ຊົ່ວໂມງເທົ່ານັ້ນ.
ານ Steve Witkoff ທູດພິເສດຂອງ ປະທານາທິບໍດີ ອາເມລິກາ (ພາບ: REUTERS/Ammar Awad)

ຕາມສື່ມວນຊົນອິດສະລາແອັນ, ວັນທີ 2 ກຸມພາ,  ເຈົ້າໜ້າທີ່ຂັ້ນສູງສອງທ່ານຂອງປະເທດນີ້ ໄດ້ຢັ້ງຢືນວ່າ ທ່ານ Steve Witkoff ທູດພິເສດຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ  ໄດ້ໄປຍັງອິດສະລາແອັນໃນວັນທີ 3 ກຸມພາ. ນະທີ່ນີ້, ທ່ານ Witkoff ໄດ້ມີການພົບປະກັບທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະລາແອັນ ແລະ ທ່ານ ພົນຕີ Eyal Zamir ເສນາທິການໃຫຍ່ ກຳລັງພິທັກ ອິດສະລາແອັນ (IDF). ຄາດວ່າເນື້ອໃນໂຄງການດຳເນີນງານຂອງການພົບປະຕ່າງໆຈະສຸມໃສ່ວິກິດການຢູ່ ອີຣານ. ຂ່າວກ່ຽວກັບ ທູດພິເສດ ອາເມລິກາ ກັບຄືນຕາເວັນອອກກາງ ໄດ້ປະກົດຂຶ້ນ ພາຍຫຼັງສື່ມວນຊົນພາກພື້ນໃຫ້ຂ່າວ ກ່ຽວກັບເລື່ອງ ອາເມລິກາ ແລະ ອີຣານ ກະກຽມເຈລະຈາກ່ຽວກັບຂໍ້ຕົກລົງຢຸດຕິສະພາບເຄັ່ງຕຶງພຽງ 2 – 3 ຊົ່ວໂມງເທົ່ານັ້ນ. ທ່ານ Witkoff ອາດຈະມີການເຈລະຈາກັບວົງການເຈົ້າໜ້າທີ່ອີຣານ ໃນອາທິດນີ້. ສະຖານທີ່ຈັດຕັ້ງການເຈລະຈາອາດຈະແມ່ນນະຄອນຫຼວງ Ankara ຂອງ ຕວັກກີ.

ສຳລັບຝ່າຍ ອີຣານ, ວັນທີ 3 ກຸມພາ, ສຳນັກຂ່າວສານເຄິ່ງທາງການ Tasnim  ໃຫ້ຮູ້ວ່າ ບັນດາການເຈລະຈາໂດຍກົງລະຫວ່າງ ອາເມລິກາ ແລະ ອີຣານ ຈະດຳເນີນໃນ 2 – 3 ວັນຈະມາເຖິງ. ທ່ານ Abbas Araghchi ລັດຖະມົນຕີການຕ່າງປະເທດ ອີຣານແມ່ນຫົວໜ້າຄະນະເຈລະຈາອີຣານ. ໃນວັນດຽວກັນ, ທ່ານ Masoud Pezeshkian ປະທານາທິບໍດີ ອີຣານ ໄດ້ຊີ້ນຳເລີ່ມຕົ້ນບັນດາການເຈລະຈາກ່ຽວກັບນິວເຄຼຍ ກັບ ອາເມລິກາ.


TAG
VOV/VOVworld/ອາ​ເມ​ລິ​ກາ/ອີ​ຣານ/ພາກ​ຕ​າ​ເວັນ​ອອກ​ກາງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ